28.8 C
Vientiane
Saturday, July 12, 2025
Home ຄໍລຳແແມ່ຂອງ

ຄໍລຳແແມ່ຂອງ

ການເຊື່ອໝັ້ນ ແລະ ວິທີສ້າງຄວາມເຊື່ອໝັ້ນ

0
ໃນໄລຍະເດືອນ ກັນຍາ ປີ 1981 ບໍລິສັດ ຄິກຟິດ (Kwik-Fit) ເຊິ່ງເປັນບໍລິສັດແຫ່ງໜຶ່ງ ທີ່ເຮັດໜ້າທີ່ຮັບສ້ອມແປງລົດໃຫຍ່ ຢູ່ປະເທດສະຫະລັດອາເມຣິກາ ໄດ້ມີການກຳນົດລະບຽບ ແລະ ກະຕິກາ ເພື່ອເປັນບ່ອນອີງໃນການຄວບຄຸມຈັນຍາບັນຂອງພະນັກງານ ດັ່ງນີ້: –ບໍລິສັດ ຈະເອົາໃຈໃສ່ເບິ່ງແຍງ ສ້ອມແປງລົດຂອງທ່ານ ເປັນຢ່າງດີ; –ມີການກວດສະພາບລົດຂອງທ່ານ ໃນໄລຍະທີ່ທ່ານຕິດຕາມ ແລະ ຢູ່ນຳ ແລະ ປະເມີນວຽກການສ້ອມແປງ ດ້ວຍຄວາມສັດຊື່ແທ້ຈິງ. –ຖ້າທ່ານຍິນດີໃນການສ້ອມແປງ,...

“ ສະຫະກອນສິນເຊື່ອ ” ກັບການບໍລິຫານທີ່ດີ

0
ການບໍລິຫານສະຫະກອນສິນເຊື່ອ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ແມ່ນເປົ້າໝາຍທີ່ມີຄວາມສຳຄັນຕໍ່ການສ້າງຄວາມເຂັ້ມແຂງ ແລະ ການຄົງຕົວຢູ່ໄດ້ຂອງສະຫະກອນສິນເຊື່ອເອງ ບົນພື້ນຖານອົງປະກອບທີ່ສຳຄັນຄື: ບຸກຄະລາກອນ, ເງິນ, ວັດຖຸອຸປະກອນ ແລະ ການບໍລິຫານ. ການບໍລິຫານໃຫ້ບັນລຸຕາມເປົ້່າໝາຍ ຈໍາເປັນຈະຕ້ອງນຳໃຊ້ວິທີການ ຫຼື ຮູບແບບຕ່າງໆ ເພື່ອໃຫ້ບຸກຄົນທີ່ມີສ່ວນກ່ຽວຂ້ອງກັບການບໍລິຫານສະຫະກອນສິນເຊື່ອ ສາມາດເຮັດວຽກຮ່ວມກັນໄດ້. ເຖິງຢ່າງໃດກໍຕາມ ຜົນສຳເລັດ ຫຼື ຄວາມຜິດພາດຕ່າງໆຂອງສະຫະກອນນັ້ນ ສາມາດເກີດຂຶ້ນໄດ້ຈາກຫຼາຍປັດໄຈ ເຊິ່ງປັດໄຈທີ່ສຳຄັນແມ່ນ...

ຍ້ອນຫຍັງ ຈຶ່ງຕ້ອງມີການບໍລິຫານຜົນງານ?

0
ຍັງມີຫຼາຍຄົນເຂົ້າໃຈຄາດເຄື່ອນວ່າ: “ການປະເມີນຜົນງານກັບການບໍລິຫານຜົນງານນັ້ນຄືກັນ” ເຂົ້າໃຈວ່າ: ການບໍລິຫານຜົນງານປະກອບມີການປະຊຸມປະຈຳປີ ທີ່ຜູ້ບໍລິຫານຈະປະເມີນຜົນງານຂອງພະນັກງານ ໂດຍມີຈຸດປະສົງທີ່ສະເພາະເຈາະຈົງ, ຈະກົດດັນ - ລົງໂທດພະນັກງານທີ່ມີຜົນງານລະດັບປານກາງ - ໜ້ອຍ ເຊິ່ງຄວາມເຂົ້າໃຈແບບນີ້ແມ່ນບໍ່ຖືກຕ້ອງ ຍ້ອນການບໍລິຫານຜົນງານຈະເປັນວຽກງານລວມຂອງຂະບວນການໃນທົ່ວລະບົບຂອງອົງກອນ. ການປະເມີນຜົນງານ ພຽງແຕ່ເປັນສ່ວນນ້ອຍໆ ສ່ວນໜຶ່ງຂອງການບໍລິຫານຜົນງານເທົ່ານັ້ນ ເຊິ່ງອາດເປັນສ່ວນທີ່ມີຄວາມສຳຄັນໜ້ອຍທີ່ສຸດກໍໄດ້, ໃນການປັບປຸງຜົນງານ ແລະ ສ້າງອົງກອນໃຫ້ອົບອຸ່ນຈະເລີນຮຸ່ງເຮືອງນັ້ນ ແມ່ນຈຳເປັນຕ້ອງບໍລິຫານຜົນງານ ບໍ່ແມ່ນມີແຕ່ປະເມີນຜົນງານເທົ່ານັ້ນ. ຖ້າທ່ານມີພຽງແຕ່ປະເມີນຜົນງານຢ່າງດຽວ ຜົນງານທີ່ຕອບແທນທ່ານ ຈະມີໂອກາດທີ່ຫຼຸດໜ້ອຍຖອຍລົງ...

ສ້າງສັນພັດທະນາສິ່ງໃໝ່ສະເໝີ

0
ໃນການເຮັດວຽກ ຫຼື ປະກອບອາຊີບໃດໜຶ່ງ ຖ້າວ່າພົບພໍ້ບັນຫາໃນການເຮັດວຽກ ການຄິດດີ ຄິດສ້າງສັນ ອາດຈະຊ່ວຍໃຫ້ທ່ານຊອກຫາວິທີການແກ້ໄຂບັນຫາໄດ້ດີຂຶ້ນ ແລະ ອາດເປັນວິທີທີ່ດີກວ່າເກົ່າທີ່ເຄີຍນຳໃຊ້, ຄວາມຄິດ ເປັນປັດໄຈພິເສດທີ່ສຳຄັນຂອງມະນຸດ ແລະ ເປັນທີ່ມາຂອງພຶດຕິກຳຕ່າງໆ ລວມທັງ ຄວາມຄິດສ້າງສັນ ຂໍພຽງແຕ່ມີຄວາມຄິດສ້າງສັນ ແລະ ທຸ່ມເທສະຕິປັນຍາຝຶກແອບເຮັດຕົວຈິງ ທ່ານກໍຈະສາມາດເຮັດສິ່ງໃໝ່ ແລະ ປະສົບຜົນສຳເລັດໄດ້ຫຼາຍຂຶ້ນ. ແຕ່ໃນການເຮັດວຽກ ມີຫຼາຍຄົນມັກຈະຢຶດຕິດກັບເຕັກນິກວິທີການແບບເກົ່າໆເດີມໆ ແລະ ຖືກສະພາບແວດລ້ອມໜີບຮັດຈູງໃຈໄດ້ສະເໝີ...

ຄວາມກະຕືລືລົ້ນກັບການພັດທະນາຕົນເອງແລະ ອົງກອນໃນໄລຍະໃໝ່

0
ມີຫຼາຍຄົນໃຫ້ນິຍາມ ຄວາມໝາຍຂອງຄຳວ່າ: “ ວຽກ ” ແມ່ນປັດໄຈທີ່ຈໍາເປັນສໍາລັບການຮຽນຮູ້ສ້າງປະສົບການ ຫຼື ເປັນປັດໄຈທີ່ຈະນຳພາໄປສູ່ຜົນສຳເລັດທີ່ຕັ້ງໃຈໄວ້. ສິ່ງສຳຄັນເບື້ອງຕົ້ນ ຕ້ອງຊອກຫາ ຄວາມສຸກຈາກການເຮັດວຽກໃຫ້ໄດ້ ແລະ ບາງຄັ້ງເຖິງແມ່ນວ່າວຽກງານອາດບໍ່ມີຜູ້ໃດສົນໃຈຕ້ອງການ ຍ້ອນອາດບໍ່ແມ່ນວຽກງານທີ່ສ້າງຊື່ສຽງ ຫຼື ບໍ່ມີຜົນຕອບແທນຈຳນວນຫຼາຍຄືກັບວຽກງານຂອງຜູ້ອື່ນໆກໍຕາມ ແຕ່ທ່ານຕ້ອງມີຄວາມສຸກ ແລະ ກະຕືລືລົ້ນເຮັດວຽກທີ່ຮັບຜິດຊອບ ແລະ ຖືກມອບໝາຍ ຍ້ອນວ່າຜົນຕອບແທນ, ລາງວັນທີ່ທ່ານຈະໄດ້ຮັບຈາກການເຮັດວຽກທີ່ແທ້ຈິງ ອາດຈະບໍ່ແມ່ນຊັບສິນ...

ກະຊວງສາທາລະນະສຸກ ມີ 3 ມາດຕະການ ສຶກສາອົບຮົບ ຈັນຍາບັນ-ຈັນຍາທໍາ ໃຫ້ພະນັກງານແພດໝໍ ພ້ອມຂໍ້ສະເໜີ…

0
ທ່ານ ບຸນແຝງ ພູມມະໄລ ສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຊື້ແຈງ ຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 26 ພະຈິກ 2024 ວ່າ: ການປັບປຸງ ກອງທຶນປະກັນສຸຂະພາບ ກ່ຽວກັບການປັບປຸງກອງ ທຶນປະກັນສຸຂະພາບແຫ່ງຊາດ ໃຫ້ເປັນຫົວໜ່ວຍການເງິນເອກະລາດໂດຍບໍ່ຂື້ນກັບ ພາກ 63...

ການຮັກສາພະນັກງານເກັ່ງໃນເງື່ອນໄຂໃໝ່

0
ໃນປັດຈຸບັນ ການບໍລິຫານຊັບພະຍາກອນມະນຸດ ເປັນປັດໄຈທີ່ຜູ້ບໍລິຫານໃຫ້ຄວາມສໍາຄັນຫຼາຍຂຶ້ນ. ເນື່ອງຈາກວ່າ ຊັບພະຍາກອນມະນຸດເປັນປັດໄຈທີ່ສົ່ງຜົນກະທົບຕໍ່ຜົນສຳເລັດ ຫຼື ການຂະຫຍາຍຕົວຂອງອົງກອນ, ເຊິ່ງຜູ້ບໍລິຫານລະດັບສູງໃນຫຼາຍອົງກອນ ໄດ້ຕິດຕາມຊຸກຍູ້ວຽກງານຄຸ້ມຄອງບຸກຄະລາກອນຢ່າງໃກ້ຊິດ, ມີຫລາຍອົງກອນ ໃຫ້ຄວາມສໍາຄັນ ກ່ຽວກັບພະນັກງານພາຍໃນອົງກອນ ແລະ ໄດ້ຮັບການຍອມຮັບໂດຍທົ່ວໄປໃນກຸ່ມຂອງນັກຄົ້ນຄວ້າວິໄຈວ່າ: ການສ້າງຄວາມໄດ້ປຽບໃນການແຂ່ງຂັນຂອງອົງກອນ ແມ່ນມາຈາກຄວາມສາມາດພາຍໃນອົງກອນ ແລະຍາກພໍສົມຄວນທີ່ຈະລອກກ່າຍ (Copy) ເນື່ອງຈາກຊັບພະຍາກອນມະນຸດ ເປັນຊັບພະຍາກອນທີ່ສ້າງຄວາມຮູ້ຂອງອົງກອນ ແລະ ເປັນເຄື່ອງມືເພື່ອສ້າງຄວາມໄດ້ປຽບໃນການແຂ່ງຂັນໃນການດໍາເນີນທຸລະກິດ. ການທີ່ອົງກອນຈະຮັກສາຊັບພະຍາກອນມະນຸດໃຫ້ຢູ່ກັບອົງກອນ ແລະ...

ປັດໄຈທີ່ມີຜົນຕໍ່ການອອມຂອງຄົວເຮືອນໃນນະຄອນຫຼວງວຽງຈັນ

0
( ກໍລະນີສຶກສາ: ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງໄຊເສດຖາ, ເມືອງໄຊທານີ, ເມືອງປາກງື່ມ ແລະ ເມືອງສັງທອງ ) ການສຶກສາປັດໄຈທີ່ມີຜົນຕໍ່ການອອມຂອງຄົວເຮືອນໃນນະຄອນຫຼວງວຽງຈັນ ກໍລະນີສຶກສາ: ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງໄຊເສດຖາ, ເມືອງໄຊທານີ, ເມືອງປາກງື່ມ ແລະ ເມືອງສັງທອງ ມີຈຸດປະສົງເພື່ອ: 1). ສຶກສາສະພາບການອອມຂອງຄົວເຮືອນໃນນະຄອນຫຼວງວຽງຈັນ ແລະ 2). ສຶກສາປັດໄຈທີ່ມີຜົນຕໍ່ການອອມຂອງຄົວເຮືອນໃນນະຄອນຫຼວງວຽງຈັນ....

ຜົນກະທົບຂອງທະນາຄານດີຈີຕອນ ທີ່ມີຕໍ່ທະນາຄານທຸລະກິດແບບເກົ່າ The Impact of Digital Banking on the Traditional...

0
ໃນອະດີດຜ່ານມາ ການຂະຫຍາຍຕົວຂອງທຸລະກິດທະນາຄານ ຈະເນັ້ນໜັກໃນການຂະຫຍາຍຈຳນວນສາຂາ ຫຼື ໜ່ວຍບໍລິການເປັນຕົ້ນຕໍ ໂດຍອາໄສຄວາມໄດ້ປຽບໃນການປຽບທຽບຄື: (1)ແມ່ນດ້ານຊື່ສຽງຂອງທະນາຄານ ແລະ (2) ດ້ານຄວາມສຳພັນທີ່ດີກັບລູກຄ້າ. ເຖິງຢ່າງໃດກໍຕາມ ການປ່ຽນແປງຢ່າງວ່ອງໄວຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນໄລຍະຜ່ານມາ ໄດ້ເຮັດໃຫ້ເກີດການປ່ຽນແປງໃນລັກສະນະເກົ່າ, ຮູບແບບວິທີການອັນເກົ່າ ທີ່ທະນາຄານເຄີຍເຮັດມາເປັນສະຕະວັດ ແລະ ການປ່ຽນແປງເຕັກໂນໂລຊີ ຍັງສືບຕໍ່ມີອິດທິພົນຕໍ່ໄປໃນອະນາຄົດ. ເວົ້າໄດ້ວ່າຊ່ອງທາງການຈັດຈຳໜ່າຍຂອງທຸລະກິດທະນາຄານ ໄດ້ເກີດການປ່ຽນແປງເປັນວົງກວ້າງ ເຊິ່ງຜົນສຳເລັດຂອງທຸລະກິດທະນາຄານໃນປັດຈຸບັນ ຕີລາຄາວັດແທກກັນທີ່ຄວາມສາມາດໃນການນຳສະເໜີຜະລິດຕະພັນທີ່ມີນະວັດຕະກຳ (Innovation) ແລະ ບໍລິການທີ່ມີ...

7 ປັດໄຈ ທີ່ມີຜົນຕໍ່ການລາອອກວຽກຂອງພະນັກງານ

0
ອີງໃສ່ສະພາບລວມຂອງເສດຖະກິດ-ສັງຄົມໃນປັດຈຸບັນທີ່ມີການປ່ຽນແປງຢ່າງວ່ອງໄວ ກໍຄືການບໍລິຫານຊັບພະຍາກອນມະນຸດຂອງບັນດາອົງກອນ ແມ່ນເປັນປັດໄຈທ້າທາຍພໍສົມຄວນ ໂດຍສະເພາະແມ່ນການຮັກສາພະນັກງານທີ່ດີ ແລະ ເກັ່ງ ໃຫ້ສືບຕໍ່ສ້າງສາພັດທະນາອົງກອນ ຖືເປັນບູລິມະສິດສຳຄັນສຳລັບອົງກອນທຸລະກິດ ແລະ ສະຖາບັນການເງິນ ເພື່ອປະຄັບປະຄອງຮັກສາປະສິດທິພາບການດຳເນີນງານ, ຄຸນນະພາບການບໍລິການ, ຄວາມເປັນມືອາຊີບ, ບັນຍາກາດ ແລະ ສະພາບແວດລ້ອມໃນການເຮັດວຽກ ຕະຫລອດຮອດການປະສານງານ, ຄວາມສາມັກຄີ ແລະ ການບໍລິການຮັບໃຊ້ສັງຄົມເປັນຕົ້ນ. ອີງຕາມ ມະຕິວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ...
Nongtang_tai 16.9.2024-01
Nongtang_tai 16.9.2024-01