ລາຄາຄຳຟິວເຈີ ປັບຂຶ້ນ 8,10 ໂດລາ

15

ລາຄາຄຳຕະຫຼາດຟິວເຈີ ປັບຂຶ້ນ8,10ໂດລາ ໂດຍນັກລົງທຶນກຳລັງຕິດຕາມຕົວເລກການຈ້າງງານ ນອກພາກການກະສິກຳປະຈຳເດືອນເມສາ ໃນວັນສຸກນີ້.

ສັນຍາລາຄາຄຳຕະຫຼາດໂຄແມັກ COMEX (Commodity Exchange)ສົ່ງມອບເດືອນມິຖຸນາ ປັບຕົວຂຶ້ນ 8,10ໂດລາ ປິດທີ່2.311ໂດລາສະຫະລັດຕໍ່ອອນ.

ລາຄາຄຳຟິວເຈີ ຕົກລົງກວ່າ50ໂດລາໃນວັນພຸດຜ່ານມາ ຂະນະທີ່ນັກລົງທຶນເທຂາຍຄຳໃນຖານະສິນຊັບປອດໄພ ຫຼັງຜ່ອນຄາຍຄວາມກັງວົນກ່ຽວກັບສະຖານະການໃນຕາເວັນອອກກາງ.

ລາຄາຄຳຟິວເຈີປິດການຊື້ຂາຍກ່ອນໜ້າເຟດເຜີຍແຜ່ຖ້ອຍຖະແຫຼງທາງນະໂຍບາຍ ໂດຍລວມຂອງຄະນະກຳມະການກໍານົດນະໂຍບາຍການເງິນຂອງທະນາຄານກາງສະຫະລັດ ປິດສາກການປະຊຸມທາງການເປັນເວລາ 2 ວັນ ດ້ວຍການຕັດສິນໃຈຢ່າງເປັນເອກະພາບຮັກສາອັດຕາດອກເບ້ຍນະໂຍບາຍໄວ້ຕາມເດີມທີ່ 5,25-5,50%.

ນອກຈາກນີ້ ນັກລົງທຶນຍັງຕິດຕາມຕົວເລກ ການຈ້າງງານນອກພາກການກະສິກຳປະຈຳເດືອນເມສາ ໃນວັນສຸກນີ້. ນັກວິເຄາະຄາດການວ່າຕົວເລກການຈ້າງງານເພີ່ມຂຶ້ນພຽງ243.000ຕຳແໜ່ງໃນເດືອນເມສາ ຊະລໍຕົວຈາກລະດັບ303.000ຕຳແໜ່ງໃນເດືອນມີນາ ແລະ ຄາດການວ່າອັດຕາການວ່າງງານຈະຊົງຕົວຢູ່ທີ່ລະດັບ 3,8%.