ລັດຖະມົນຕີ ຖວທ ລົງພື້ນທີ່ຕິດຕາມຄວາມຄືບໜ້າ ການຂຸດຄົ້ນ ພະພຸດທະຮູບ-ວັດຖຸພັນ ຢູ່ເມືອງຕົ້ນເຜິ້ງ

136

ແນໃສ່ຊຸກຍູ້ຄະນະຄຸດຄົ້ນພະພຸດທະຮູບຢູ່ບໍ່ແກ້ວດັ່ງທີ່ພວກເຮົາໄດ້ລາຍງານຂ່າວມາຢ່າງຕໍ່ເນື່ອງ ໃນວັນທີ 26 ມີນາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນ ຢູ່ດອນເຜິ້ງ ຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

May be an image of 6 people
ການລົງເຄື່ອນໄຫວຄັ້ງນີ້, ທ່ານ ບຸນຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນດັ່ງກ່າວ ໄດ້ຂະຫຍາຍອອກເປັນ 40×36 ແມັດ, ເລິກປະມານ 4-5 ແມັດ, ໄດ້ຄົ້ນພົບພະພຸດທະຮູບ ທັງອົງໃຫຍ່ (ຂະໜາດໜ້າຕັກ 87 ຊັງຕີແມັດ, ບ່າກ້ວາງ 60 ຊຕມ, ສູງ 110 ຊຕມ) ແລະ ອົງນ້ອຍ (ນ້ອຍສຸດ ໜ້າຕັກ 4 ຊຕມ, ສູງ 5,5 ຊຕມ) ລວມທັງໝົດ 141 ອົງ.

May be an image of 2 people, slow loris and text

ສະເພາະວັນທີ 25 ມີນາ 2024 ຂຸດຄົ້ນໄດ້ 3 ອົງ ມີພະພຸດທະຮູບປາງສີຫະໄສຍາດ 1 ອົງ, ຍາວ 168 ຊຕມ, ແທ່ນຍາວ 187,5 ຊຕມ, ພົບສຽນພະພຸດທະຮູບ 25 ສຽນ, ຈອມເກດພະພຸດທະຮູບ 10 ຈອມ, ພະພິມສິມມາ 12 ໃບ, ພະພິມໃບໂພ 149 ອົງ ແລະ ສິ້ນສ່ວນຈໍານວນໜຶ່ງ, ພົບພະພິມປາງລີລາ 134 ອົງ, ພະພິມສຸມກໍ ໃຫຍ່-ນ້ອຍ 7 ອົງ, ພະພິມຫໍສະຫວັນ 54 ອົງ, ພະພິມປາງສະດຸ້ງມານ 1 ອົງ, ພະທາດຈໍາລອງ 4 ພິມ, ແກນຍອດເສດຖະສັດພະທາດ 1 ດວງ, ແຫວນຄ້າຍຄືຄໍາ 1 ວົງ, ເຫລັກໃສ່ຈອມທາດ 1 ອັນ, ກ້ອນຊືນ 1 ກ້ອນ, ຂວານບູຮານ 2 ອັນ, ພ້າ 1 ດວງ, ບ່ວງບູຮານ 1 ອັນ ແລະ ສິ້ນສ່ວນເສົາທີ່ມີດອກດວງປະດັບເອ້, ດິນຈີ່ ແລະ ສິ້ນສ່ວນພະທາດທີ່ໂອບດ້ວຍແຜ່ນທອງແດງ, ນູນເປັນຮູບລວດລາຍ ແລະ ກີບບົວຂວ້ຳ-ບົວຫງາຍ ຈໍານວນຫລາຍ.

May be an image of 12 people

ນອກຈາກນີ້, ຍັງພົບ ພະອູບທອງໃສ່ໃຈພະທາດ 1 ອັນ, ມີແກ້ວ 28 ເມັດ, ເມັດສີຄໍາ 73 ເມັດ, ແຫວນ 1 ວົງ, ແຜ່ນເງິນ-ແຜ່ນທອງ ແລະ ເມັດເງິນ 31 ເມັດ ບັນຈຸໄວ້ໃນຂວດແກ້ວ, ມີພະພຸດທະຮູບພອກເງິນ-ຄໍາ ຈໍານວນ 2 ອົງ, ມີແຜນທອງຈາລຶກຕົວໜັງສືທໍາ 1 ແຜ່ນ, ຫີນສີລາ 1 ກ້ອນ ບັນຈຸໄວ່ໃນບໍລິເວນໃຈຂອງພະທາດ. ພະພຸດທະຮູບ ແລະ ວັດຖຸພັນ ທີ່ຂຸດຄົ້ນພົບດັ່ງກ່າວ, ໄດ້ມີການຄຸ້ມຄອງ ດ້ວຍການຂຶ້ນທະບຽນ, ວິໄຈຂໍ້ມູນເບື້ອງຕົ້ນ, ບັນທຶກຮູບພາບ ແລະ ຍັງຈະສືບຕໍ່ຂຸດຄົ້ນ ຕື່ມອີກ.

May be an image of text
ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ເຫດການດັ່ງກ່າວ, ເປັນເຫດ ການທີ່ໃຫຍ່ ແລະ ສຳຄັນ ເປັນເຫດການລະດັບຊາດ, ລັດຖະບານ ເຫັນດີໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ທີ່ປະກອບດ້ວຍຫລາຍພາກສ່ວນທີ່ມີສ່ວນຮ່ວມໃນໜ້າວຽກ ເພື່ອຊີ້ນຳ ເປັນຕົ້ນ ຈາກອົງການພຸດສາສະໜາສຳພັນລາວ, ຈາກສູນກາງແນວລາວສ້າງຊາດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານ ໄດ້ຮັບການດຳເນີນງານຢ່າງເປັນລະບົບ, ຖືກຕ້ອງຕາມເຕັກນິກໃນການຂຸດຄົ້ນ ແລະ ຊອກຫາ. ຈາກນັ້ນ, ຈະໄດ້ມີການຄົ້ນຄວ້າ, ຂຽນປະຫວັດສາດ ແລະ ປະຫວັດຄວາມເປັັນມາຂອງພະພຸດທະຮູບ, ປູຊະນີຍະສະຖານ, ພ້ອມຂຶ້ນແຜນການໃຊ້ຈ່າຍງົບປະມານ ເປັນອັນສະເພາະ ໃນການດຳເນີນງານ ແລະ ອື່ນໆ.

ຂ່າວ-ພາບ: ນັດທະວຸດ