ມູນຄ່າບໍລິສັດ Alphabet ຂຶ້ນສູ່ລະດັບ 2.000 ຕື້ໂດລາ ຫຼັງຮຸ້ນເພີ່ມຂຶ້ນ 15%

13

ຮຸ້ນບໍລິສັດ Alphabet ເຊິ່ງເປັນບໍລິສັດແມ່ຂອງ Google ທະຍານຂຶ້ນສູງ ເຮັດໃຫ້ມູນຄ່າບໍລິສັດຂຶ້ນສູ່ລະດັບ2.000ຕື້ໂດລາສະລັດ ຫຼັງຜົນປະກອບການໄຕມາດທຳອິດຂະຫຍາຍໂຕຢ່າງເຂັ້ມແຂງ ແລະ ບໍລິສັດປະກາດຈ່າຍເງິນປັນຜົນຫຼາຍສຸດໃນປະຫວັດການທີ່20%ຕໍ່ຮຸ້ນ.

ໜັງສືພິມໄຟແນນຊຽນ ທາມ ລາຍງານວ່າ: ລາຍໄດ້ໄຕມາດທຳອິດປີ2024 ຂອງ ບໍລິສັດ ອາລຟາເບດ  (Alphabet) ເພີ່ມຂຶ້ນ15% ແລະ ບໍລິສັດໄດ້ປະກາດຈ່າຍເງິນປັນຜົນ 20% ຕໍ່ຮຸ້ນ ເຊິ່ງຫຼາຍທີ່ສຸດເທົ່າທີ່ເຄີຍຈ່າຍມາ ຄວບຄູ່ໄປກັບການຊື້ຮຸ້ນຄືນມູນຄ່າ70ຕື້ໂດລາສະຫະລັດ ໂດຍໄດ້ແຮງໜູນຈາກກຳໄລທີ່ເພີ່ມຂຶ້ນທຸກກຸ່ມທຸລະກິດຫຼັກ.

ເມື່ອເບິ່ງລາຍລະອຽດ ຈະເຫັນວ່າ ລາຍໄດ້ເພີ່ມຂຶ້ນເປັນ 80,5ຕື້ໂດລາສະຫະລັດ ຈາກ69,8ຕື້ໂດລາສະຫະລັດໃນປີຜ່ານມາ ສູງກວ່ານັກວິເຄາະຄາດການໄວ້ທີ່ 79ຕື້ໂດລາສະຫະລັດ ຕາມການລາຍງານທາງການເງິນທີ່ເປີດເຜີຍໃນວັນພະຫັດຜ່ານມາ; ກໍາໄລຕໍ່ຮຸ້ນຢູ່ທີ່1,89ໂດລາ ເພີ່ມຈາກ1,17ໂດລາໃນປີຜ່ານມາ ແລະສູງກວ່າການຄາດຄະເນທີ່ 1,53 ໂດລາ.

ຫລັງຈາກປະກາດຜົນທຸລະກິດ ຮຸ້ນຂອງ Alphabet ປັບຂຶ້ນເຖິງ13% ສົ່ງຜົນໃຫ້ມູນຄ່າຕະຫຼາດຂອງບໍລິສັດມີທ່າອ່ຽງຈະເພີ່ມຂຶ້ນອີກກວ່າ250ຕື້ໂດລາສະຫະລັດ ຈົນມີມູນຄ່າລະດັບ2.000ຕື້ໂດລາ ເຮັດໃຫ້ Alphabet ເຂົ້າຢູ່ໃນກຸ່ມບໍລິສັດໃຫຍ່ລະດັບໂລກຢ່າງ Microsoft , Apple ແລະ Nvidia  ທີ່ມູນຄ່າບໍລິສັດເກີນ2.000ຕື້ໂດລາສະຫະລັດ.