ຕະຫຼາດທຶນຂັ້ນໜຶ່ງ ແລະ ຂັ້ນສອງ

18

ຕະຫຼາດທຶນ (Capital market) ແມ່ນສູນກາງທີ່ເຊື່ອມໂຍ່ງໂດຍກົງລະຫວ່າງຜູ້ມີເງິນເກັບເພື່ອມາໃຫ້ກູ້ຢືມ ຫຼື ລົງທຶນໄລຍະຍາວກັບຜູ້ທີ່ຕ້ອງການສະແຫວງຫາເງິນທຶນໄລຍະຍາວ ເຊິ່ງນັ້ນກໍຄືຕະຫຼາດທຶນ ທີ່ລວມຢູ່ໃນຕະຫຼາດການເງິນ ແລະ ໃນຕະຫຼາດທຶນນັ້ນ ແມ່ນປະກອບດ້ວຍ 2 ຕະຫຼາດຄື:

ຕະຫຼາດຂັ້ນໜຶ່ງ ຫຼື ຕະຫຼາດອອກຮຸ້ນຄັ້ງທຳອິດ (Primary market or new Issue market): ແມ່ນເຮັດໜ້າທີ່່ຈັດການກ່ຽວກັບການອອກຫຼັກຊັບໃໝ່ຄື: ແຫຼ່ງທີ່ມີການສະເໜີຂາຍ ຫຼື ຈໍາໜ່າຍຫຼັກຊັບທີ່ອອກໃຫມ່ຄັ້ງທໍາອິດໃຫ້ແກ່ປະຊາຊົນ ຫຼື ນິຕິບຸກຄົນທົ່ວໄປ, ຂາຍເປັນຈໍານວນຫຼາຍ ແລະ ມີມູນຄ່າລວມໃຫຍ່ ເຊັ່ນ: ໃນກໍລະນີຂອງບໍລິສັດທີ່ຕ້ອງການຈະເພີ່ມທຶນກໍຈະວ່າຈ້າງໃຫ້ບໍລິສັດຫຼັກຊັບ ຫຼື ບໍລິສັດທີ່ປຶກສາການລົງທຶນການຈໍາໜ່າຍໃຫ້ ໂດຍມີການຮັບປະກັນການຈໍາໜ່າຍ (Underwriting) ເຊິ່ງແບ່ງອອກເປັນ 2 ວິທີຄື:

  1. Firm Underwriting: ຄືການທີ່ບໍລິສັດຫຼັກຊັບໃຫ້ການປະກັນວ່າ ຖ້າຫຼັກຊັບຂອງທຸລະກິດທີ່ຕົນຈັດຈໍາໜ່າຍຂາຍບໍ່ໝົດໃນເວລາທີ່ກໍານົດ ບໍລິສັດຈະຮັບຊື້ຮຸ້ນທີ່ເຫລືອທັງໝົດໄວ້ເອງ ວິທີນີ້ເປັນທີ່ນິຍົມຂອງບໍລິສັດທີ່ຈະອອກຮຸ້ນເພາະສາມາດໝັ້ນໃຈໄດ້ວ່າຈະໄດ້ຮັບເງິນຕາມທີ່ຕ້ອງການ ແຕ່ບໍລິສັດຫຼັກຊັບເອງກໍ່ຕ້ອງພິຈາລະນາ ຖານະຄວາມຫມັ້ນຄົງຂອງທຸລະກິດທີ່ຕົນຈະຂາຍຮຸ້ນຢ່າງຖີ່ຖ້ວນເພື່ອຫຼຸດຄວາມສ່ຽງລົງ.
  2. Best Effort Underwriting: ຄືການຮັບປະກັນວ່າຈະພະຍາຍາມຂາຍໃຫ້ໄດ້ຫລາຍທີ່ສຸດ ແຕ່ບໍ່ຮັບປະກັນການຂາຍໃຫ້ທັງໝົດ ກໍລະນີທີ່ຈໍາໜ່າຍບໍ່ໝົດສະຖາບັນການເງິນທີ່ເຮັດໜ້າທີ່ເປັນຜູ້ປະກັນການຈໍາໜ່າຍຈະບໍ່ຮັບຊື້ຫຼັກຊັບໃນສ່ວນທີ່ຈໍາໜ່າຍບໍ່ໝົດນັ້ນ ບໍລິສັດຜູ້ອອກຫຼັກຊັບຈະຕ້ອງຮັບຫຼັກຊັບທີ່ເຫລືອນັ້ນກັບຄືນໄປ ແລະ ກໍ່ຈະໄດ້ຮັບເງິນເທົ່າຈໍານວນທີ່ຂາຍໄດ້ເທົ່ານັ້ນ.

ຕະຫຼາດຂັ້ນສອງ ຫຼື ຕະຫຼາດແລກປ່ຽນຊື້-ຂາຍຫຼັກຊັບ (Secondary market or Trading market): ຕະຫຼາດຂັ້ນສອງ ຫຼືຕະຫຼາດຫຼັກຊັບແມ່ນເປັນສູນກາງໃນການຕິດຕໍ່ແລກປ່ຽນຊື້-ຂາຍຫຼັກຊັບທີ່ເຄີຍຜ່ານການຊື້ຂາຍໃນຕະຫຼາດຂັ້ນໜຶ່ງມາແລ້ວ ການແລກປ່ຽນຊື້ – ຂາຍຫຼັກຊັບໃນຕະຫຼາດຂັ້ນສອງເປັນພຽງແຕ່ການໂອນປ່ຽນມືຜູ້ຖືຮຸ້ນເທົ່ານັ້ນ ຕະຫຼາດຂັ້ນສອງບໍ່ໄດ້ເຮັດໜ້າທີ່ລະດົມທຶນຈາກປະຊາຊົນ ແຕ່ເຮັດໜ້າທີ່່ສະໜັບສະໜູນການລະດົມເງິນເກັບຈາກຕະຫຼາດຂັ້ນໜຶ່ງ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ທີ່ຊື້ຫຼັກຊັບໃນຕະຫຼາດຂັ້ນໜຶ່ງວ່າເຂົາສາມາດຂາຍຫຼັກຊັບນັ້ນໄດ້ ເມື່ອຕ້ອງການເງິນສົດ ຫຼື ເມື່ອຕ້ອງການໄດ້ກໍາໄລຈາກການຂາຍຮຸ້ນ. ອາດເປັນການແລກປ່ຽນຊື້-ຂາຍຕໍ່ໃນຕະຫຼາດ ຫຼື ນອກຕະຫຼາດ, ຈໍານວນ ແລະ ມູນຄ່າໃນການດໍາເນີນທຸລະກໍາແຕ່ລະຄັ້ງອາດຈະບໍ່ຫລາຍ ແລະ ມີສະພາບຄ່ອງໃນການແລກປ່ຽນຊື້-ຂາຍສູງກວ່າຕະຫຼາດຂັ້ນໜຶ່ງ ສ່ວນລາຄາຊື້-ຂາຍແມ່ນອີງຕາມລາຄາຕະຫຼາດ.

ເຖິງແມ່ນວ່າຕະຫຼາດຂັ້ນສອງຈະບໍ່ເປັນລັກສະນະແຫຼ່ງເງິນທຶນໂດຍກົງຂອງທຸລະກິດເຊັ່ນດຽວກັນກັບຕະຫຼາດຂັ້ນໜຶ່ງແຕ່ກໍມີ ຄວາມສໍາຄັນເທົ່າໆກັນເພາະວ່າຕະຫຼາດຂັ້ນສອງຈະຊ່ວຍໃຫ້ເງິນທຶນໝູນວຽນໄດ້ສະດວກ ແລະ ຊ່ວຍກະຕຸ້ນໃຫ້ຕະຫຼາດຂັ້ນໜຶ່ງເຕີບໂຕຂຶ້ນອີກ.

ໂດຍ: ຕລຊລ