“ ການບໍລິການຄືຫົວໃຈ ” ສົ່ງຜົນໃຫ້ກິດຈະການເຕີບໂຕໄດ້ຫຼາຍສິບໂຄງການ

0
796

ພື້ນຖານຊີວິດເບື້ອງຕົ້ນກໍເປັນຄົນທໍາມະດາທົ່ວໄປ ທີ່ມີຄວາມໃຝ່ຝັນ ແລະ ຕັ້ງໃຈສຶກສາຮໍ່າຮຽນ ເພື່ອກ້າວຜ່ານ ຄວາມລໍາບາກ ສູ່ຄໍາວ່າ: “ ມີຢູ່ມີກິນ ” ກໍບໍ່ໄດ້ອາດເອື້ອມຈະມີທຸລະກິດ ແຕ່ຊີວິດເກີດພິກຜັນຈາກການຢືມເງິນ 10 ກວ່າລ້ານກີບ ກາຍເປັນນັກທຸລະກິດອະສັງຫາທີ່ປະສົບຜົນສໍາເລັດມາແລ້ວຫຼາຍສິບໂຄງ ການ ພາຍໃຕ້ແນວທາງ “ ການບໍລິການຄືຫົວໃຈ ”.

ທ່ານ ບຸນລ້ຽງ ເມືອງແສນ ປະທານ ບໍລິສັດ ບຸນລ້ຽງ ອະສັງຫາລິມະຊັບ ຊື້ດິນ – ຂາຍດິນ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ເຖິງຄວາມເປັນມາກ່ອນຈະມີວັນນີ້ວ່າ: ຕົນເອງເປັນຄົນເມືອງວັງວຽງ ແຂວງວຽງຈັນ ພື້ນຖານຄອບຄົວກໍທໍາມະດາທົ່ວໄປ; ຕອນຍັງນ້ອຍມີ ຄວາມໃຝ່ຝັນຢາກມີວຽກເຮັດທີ່ໝັ້ນຄົງ ເພື່ອຈະມີເງິນໃຊ້ຈ່າຍໃນຕອນຍັງໜຸ່ມ ແລະ ທ້ອນແຮໃນບັ້ນປາຍຂອງຊີວິດ ຍ້ອນແນວນັ້ນຈຶ່ງຕັ້ງໃຈຮໍ່າຮຽນຢູ່ຕະຫຼອດ ເຊິ່ງພໍ່ແມ່ກໍຊີ້ຊ່ອງທາງໃຫ້ຂະຫຍັນອົດທົນຝຶກຝົນຮໍ່າຮຽນເພື່ອປົດປ່ອຍຄວາມຈົນ. ຫຼັງຈາກຈົບສາມັນກໍໄດ້ຮຽນຕໍ່ວິຊາຊີບ ແລະ ເມື່ອຈົບວິຊາຊີບກໍໄດ້ເຂົ້າສັງກັດວຽກງານທາງລັດຖະການຕາມຄວາມມຸ່ງມາດປາຖະໜາ; ພາຍຫຼັງໄດ້ມີອາຊີບວຽກງານແລ້ວກໍຮູ້ສຶກສະບາຍຫາຍກັງວົນໄດ້ໄລຍະໜຶ່ງ.
ແນ່ນອນ, ການມີວຽກເຮັດ ແລະ ມີເງິນເດືອນ ເປັນພຽງສ່ວນພື້ນຖານຂອງຄໍາວ່າ: ສົມບູນແບບ ຫຼື ຄວາມສໍາເລັດຂອງຊີວິດ ເພາະເປົ້າໝາຍສູງສຸດ ນອກຈາກອາຊີບ ແລະ ລາຍຮັບປົກກະຕິ ຍັງຕ້ອງມີຄອບຄົວທີ່ອົບອຸ່ນ, ມີພາຫະນະຮັບໃຊ້ ແລະ ທີ່ພັກອາໄສໝັ້ນຄົງ.


ຄວາມໂຊກດີຂອງການເຂົ້າເຮັດວຽກໃນໄລຍະນັ້ນ, ພະນັກງານທຸກຄົນລ້ວນໄດ້ຮັບນະໂຍບາຍ ສາມາດກູ້ຢືມເງິນທະນາຄານເພື່ອກໍ່ຮ່າງສ້າງຕົວ; ທ່ານ ບຸນລ້ຽງ ກໍແມ່ນຜູ້ໜຶ່ງທີ່ມີຄວາມຕ້ອງການເງິນເປັນກ້ອນ ດ້ວຍ ຄວາມຄິດທີ່ວ່າ ຢາກຊື້ກໍາມະສິດທີ່ດິນ ແລະ ປຸກເຮືອນຢູ່ ເຊິ່ງກໍໄດ້ຮັບນະໂຍບາຍກູ້ຢືມເງິນ 15 ລ້ານກີບ ລວມກັບເງິນທີ່ຕົນເອງເກັບທ້ອນໄວ້ປະມານ 5 ລ້ານກີບ ກໍສາມາດຊື້ກໍາມະສິດທີ່ດິນໄດ້ໜຶ່ງຕອນ ເຂດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນມູນຄ່າ 20 ລ້ານກີບ ເພື່ອຫວັງຈະຕັ້ງຫຼັກປັກຖານ ແຕ່ບໍ່ນຶກບໍ່ຝັນປະມານ 4 – 5 ເດືອນຕໍ່ມາກໍມີຄົນມາໃຫ້ລາຄາດິນຕອນນັ້ນເຖິງ 50 ລ້ານກວ່າກີບ. ເມື່ອຄໍານວນເບິ່ງແລ້ວ ຂາຍໄປກໍມີກໍາໄລ ແຖມຍັງສາມາດຊື້ກໍາມະສິດທີ່ດິນຕອນໃໝ່ໄດ້ ຈຶ່ງຕັດສິນໃຈຂາຍ ແລ້ວເອົາເງິນດັ່ງກ່າວໄປຊື້ດິນຕອນໃໝ່ ແຕ່ກໍເປັນຄວາມບັງເອີນ 3 – 4 ເດືອນຜ່ານໄປກໍມີຄົນມາໃຫ້ ລາຄາເຖິງ 70 ລ້ານກວ່າກີບ ຈຶ່ງຕັດສິນໃຈປ່ອຍອອກອີກ ພ້ອມປ່ຽນ ຄວາມຄິດຈາກທີ່ຢາກປຸກ ເຮືອນ ຫັນໄປສູ່ທຸລະກິດ ຊື້ກໍາມະສິດທີ່ດິນເພື່ອຂາຍຕໍ່ ແລະ ນັບຈາກນັ້ນບໍ່ດົນທ່ານກໍມາບໍລິຫານທຸລະກິດອະສັງຫາແບບເຕັມຕົວ.

ຕໍ່ມາ ບໍລິສັດ ບຸນລ້ຽງ ອະສັງຫາລິມະຊັບ ຊື້ດິນ – ຂາຍດິນ ຈຳກັດຜູ້ດຽວ ໄດ້ປາກົດຊື່ໃນບັນຊີທະບຽນຜູ້ປະກອບການ ແລະ ນັ້ນຄືເສັ້ນທາງສາຍໃໝ່ຂອງ ທ່ານ ບຸນລ້ຽງ ເມືອງແສນ ທີ່ຕ້ອງສຶກສາຫາຄວາມຮູ້ເພີ່ມຢູ່ຕະຫຼອດເວລາກັບວິຖີຊີວິດແບບໃໝ່ ພັດທະນາກິດຈະການຈາກຈຸດເລີ່ມຕົ້ນພຽງຄົນດຽວກາຍເປັນບໍລິສັດທີ່ມີພະນັກງານ ເຊິ່ງຕົນຕ້ອງໄດ້ຮັບຜິດຊອບລາຍ ຮັບ – ລາຍຈ່າຍຫຼາຍໆຄົນ.
“ ຂ້າພະເຈົ້າເປັນຄົນທີ່ມີພື້ນຖານຜ່ານຄວາມລໍາບາກມາກ່ອນ ຈຶ່ງຂ້ອນຂ້າງວ່າ ເຮັດຫຍັງກໍພໍສູ້ໄດ້ ແຕ່ຖ້າຖາມວ່າ ສິ່ງທີ່ເຮັດໃນປັດຈຸບັນນີ້ເປັນຄວາມມັກ ຫຼື ບໍ່? ຕອບໄດ້ເລີຍວ່າ “ ມັກຫຼາຍ ” ທັງເຮັດແລ້ວຮູ້ສຶກມີຄວາມສຸກ ຈຶ່ງຢາກບອກກັບຜູ້ທີ່ສົນໃຈເຮັດທຸລະກິດວ່າ “ ຈົ່ງເຮັດໃນສິ່ງທີ່ມັກ ແລະ ຮັກໃນສິ່ງທີ່ເຮັດ ຜົນສໍາເລັດຈະຕາມມາ ”, ທ່ານ ບຸນລ້ຽງ ເມືອງແສນ ກ່າວ.

▶ ຖາມເຖິງບົດຮຽນການບໍລິຫານຂອງທ່ານ?
ຄໍາຕອບຄື: “ ການບໍລິການຄືຫົວໃຈ ” ເຊິ່ງນອກຈາກກໍານົດລາຄາໃນການຂາຍທີ່ເໝາະສົມ ແລະ ມີນະໂຍບາຍທີ່ຕອບໂຈດຄວາມຕ້ອງການຂອງລູກຄ້າແລ້ວ ທາງບໍລິສັດ ຍັງເອົາໃຈໃສ່ໃນການໃຫ້ຄໍາປຶກສາ; ແນະນໍາກ່ຽວກັບຈຸດພິເສດຂອງທີ່ດິນ, ຄວາມແທດເໝາະໃນການປຸກສ້າງ ຕະຫຼອດຮອດໃນເລື່ອງຂອງການເງິນ.
ປັດຈຸບັນ ບໍລິສັດ ບຸນລ້ຽງ ອະສັງຫາລິມະຊັບ ຊື້ດິນ – ຂາຍດິນ ຈຳກັດຜູ້ດຽວ ດໍາເນີນການຊື້ – ຂາຍກໍາມະສິດທີ່ດິນກ້າວສູ່ໂຄງການທີ 33 ແລະ ກໍາລັງຈະເປີດໂຄງການທີ 34 – 35 ໃນມໍ່ໆນີ້; ດໍາເນີນກິດຈະການຖືລູກຄ້າເປັນຄົນສໍາຄັນ ພາຍໃຕ້ຄໍາຂວັນ “ ດິນທີ່ດີເປັນຂອງທ່ານ ການບໍລິການທີ່ດີ ເປັນຂອງເຮົາ ”.

ນອກຈາກທຸລະກິດອະສັງຫາ, ທ່ານ ບຸນລ້ຽງ ເມືອງແສນ ຍັງມຸ່ງສູ່ທຸລະກິດບໍລິການທີ່ເປັນຊຸບເປີມາເກັດ ແລະ ຮ້ານອາຫານຕື່ມອີກ ເຊິ່ງຢູ່ໃນໄລຍະກະກຽມດໍາເນີນງານປຸກສ້າງ – ພັດທະນາ.
ຊີວິດຂອງ ທ່ານ ບຸນລ້ຽງ ເມືອງແສນ ຖືກປ່ຽນຜັນຈາກຄົນທໍາມະດາຄົນໜຶ່ງ ທີ່ສູ້ຊົນພັດທະນາຕົນເອງດ້ວຍ 2 ຝາມືເປົ່າ ກາຍມາເປັນປະທານບໍລິສັດ ອະສັງຫາ; ມີລົດ, ມີເຮືອນ, ມີເງິນ ແລະ ມີຄອບຄົວທີ່ອົບອຸ່ນ ເວົ້າໄດ້ວ່າ ສາມາດປະສົບຜົນສໍາເລັດໃນຊີວິດໄດ້ໄວກວ່າທີ່ຄິດ ດ້ວຍອາຍຸພຽງ 40 ກວ່າປີ.

LEAVE A REPLY

Please enter your comment!
Please enter your name here