ເອົາແບບເນື້ອໆ ໄປທ່ຽວຫຼວງພະບາງມື້ໃດມ່ວນສຸດຕາມນີ້ເລີຍ

84

ແຈ້ງຂ່າວສຳລັບພີ່ນ້ອງຊາວລາວທີ່ຢາກໄປທ່ຽວຫຼວງພະບາງໄລຍະປີໃໝ່ ສົງການນີ້ ເພິ່ນແມ່ນຈັດວາລະມາຍາວນານເຖິງ 10 ມື້ແຕ່ວັນທີ 10-20 ເມສາ 2024 ແຕ່ແອັດມີນເສດຖະກິດ-ການຄ້າຈະສັງລວມເອົາມື້ທີ່ເຫັນວ່າ ຄົນຕ່າງແຂວງຄວນໄປ ເພາະເປັນກິດຈະກຳທີ່ໜ້າສົນໃຈ ມ່ວນບໍ່ຄືໃຜ ແລະບໍ່ຄວນພາດຖ້າຈະໄປຫຼິ້ນປີໃໝ່.

No photo description available.
ໃນນັ້ນກໍ່ຄື ວັນທີ 11 ເມສາ ງານປະກວດນາງສັງຂານ ເພື່ອຄົ້ນຫາສາວງາມຜູ້ມີບຸກຄະລິກກະພາບດີ ມາເປັນຕົວແທນລູກສາວທັງ 7 ຂອງພະຍາກະບິນລະພົມ ເພື່ອໄປຫົດສົງພໍ່ຕາມຕຳນານທີ່ເລົ່າຂານກັນມາ, ມື້ຕໍ່ມາຄືວັນທີ 13 ການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ເພື່ອຊື້-ຂາຍສິນຄ້າຕ່າງໆ ທັງເຄື່ອງຫັດຖະກຳ, ເຄື່ອງປ່າຂອງດົງ ສິນຄ້າທຸກຢ່າງ.

No photo description available.
ອີກໜຶ່ງມື້ທີ່ບໍ່ຄວນພາດ ຖືເປັນໄຮໄລ້ຂອງງານປີໃໝ່ຢູ່ຫຼວງພະບາງນັ້ນກໍ່ຄືການແຫ່ຫວໍ ຫຼື ແຫ່ນາງສັງຂານ ພາຍໃນງານນີ້ແມ່ນງົດງາມມີຄວາມເປັນເອກະລັກ ແລະມີຫຼາຍກ້ອນກຳລັງທີ່ບົ່ງບອກເຖິງຄວາມສາໝານສາມັກຄີຂອງພີ່ນ້ອງຊາວຫຼວງພະບາງ ແຖມມີນັກທ່ອງທ່ຽວເຂົ້າຮ່ວມຢ່າງໜາແໜ້ນເພາະໃຜໆກໍ່ຢາກມາເຫັນ.

No photo description available.
ໃນພິທີແຫ່ຫວໍ ຖ້າທ່ານໃດໄປບໍ່ທັນໃນວັນທີ 14 ກໍ່ສາມາດໄປເບິ່ງອີກຮອບໃນຮອບແຫ່ກັບຄືນເປັນວັນທີ 16 ເມສາໄດ້ເຊັ່ນດຽວກັນ ທັງແຫ່ຂຶ້ນ ແລະລົງແມ່ນເປັນເວລາດຽວກັນຄື ບ່າຍ 13:00 ໂມງ.