3 ທັກສະຂອງນັກບໍລິຫານ ທີ່ຄວນມີ

17

ຜູ້ບໍລິຫານບໍ່ວ່າຈະຢູ່ໃນລະດັບໃດ ຫຼື ຢູ່ໃນອົງກອນໃດກໍເຮັດໜ້າທີ່ຈັດການ 4 ຢ່າງ ຄື: ການວາງແຜນ, ການຈັດອົງກອນ, ການໂນ້ມນ້າວ ແລະ ການຄວບຄຸມ.

ການທີ່ຜູ້ບໍລິຫານຈະສາມາດເຮັດໜ້າທີ່ກ່ຽວກັບການບໍລິຫານຈັດການໄດ້ປະສົບຜົນສຳເລັດໄວນັ້ນ ກ່ອນອື່ນຕ້ອງມີທັກສະທີ່ດີດ້ານການຈັດການ ເຊິ່ງທັກສະສຳຄັນໃນເບື້ອງຕົ້ນທີ່ຜູ້ບໍລິຫານຄວນມີຢ່າງໜ້ອຍແມ່ນ 3 ຂໍ້ຄື: ທັກສະດ້ານເຕັກນິກ, ທັກສະດ້ານຄົນ ແລະ ທັກສະດ້ານ ຄວາມຄິດນັ້ນເອງ.

อาจเป็นรูปภาพของ 5 คน และ ผู้คนกำลังอ่านหนังสือ

▶ທັກສະດ້ານເຕັກນິກ: ເປັນຄວາມສາມາດໃນການປະຍຸກໃຊ້ຄວາມຮູ້ ແລະ ຄວາມຊ່ຽວຊານ, ຊຳນານສະເພາະດ້ານກ່ຽວກັບວຽກ, ສຳລັບຜູ້ບໍລິຫານລະດັບສູງທັກສະຄວາມສາມາດນີ້ ຈະເປັນເລື່ອງກ່ຽວກັບຄວາມຮູ້ທົ່ວໄປຂອງອຸດສາຫະກຳ ຂະບວນການ ແລະ ຜະລິດຕະພັນຂອງອົງກອນ; ສຳລັບຜູ້ບໍລິຫານລະດັບກາງ ແລະ ລະດັບຕົ້ນ ຈະເປັນທັກສະຄວາມສາມາດສະເພາະດ້ານໃນວຽກທີ່ເຮັດ ເຊັ່ນ: ການເງິນ, ຊັບພະຍາກອນບຸກຄົນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຜະລິດ, ລະບົບຄອມພິມເຕີ, ກົດໝາຍ, ການຕະຫຼາດເປັນຕົ້ນ, ທັກສະທາງດ້ານເຕັກນິກມັກເປັນຄວາມສາມາດກ່ຽວກັບໜ້າວຽກ ເຊັ່ນ: ຂະບວນການ ຫຼື ຜະລິດຕະພັນ.

▶ທັກສະດ້ານຄົນ: ເປັນທັກສະໃນການເຮັດໃຫ້ເກີດການປະສານງານກັນຂອງກຸ່ມທີ່ຜູ້ບໍລິຫານນັ້ນຮັບຜິດຊອບ ເປັນການເຮັດວຽກທີ່ກ່ຽວຂ້ອງກັບເລື່ອງທັດສະນະຄະ ຕິ, ການສື່ສານ ແລະ ຜົນປະໂຫຍດຂອງບຸກຄົນ ແລະ ກຸ່ມ ເປັນທັກສະການເຮັດວຽກກັບຄົນ.

▶ທັກສະດ້ານຄວາມຄິດ: ເປັນຄວາມສາມາດໃນການເບິ່ງອົງກອນໃນພາບລວມ ຜູ້ບໍລິຫານທີ່ມີທັກສະດ້ານ ຄວາມຄິດຈະສາມາດເຂົ້າໃຈຄວາມສຳພັນຂອງໜ່ວຍງານຕ່າງໆໃນອົງກອນວ່າມີຜົນຕໍ່ກັນແບບໃດ ແລະ ເຂົ້າໃຈ ຄວາມສຳພັນລະຫວ່າງ ອົງກອນ ກັບ ປັດໄຈແວດລ້ອມອົງກອນລວມທັງປ່ຽນແປງໃນສ່ວນໜຶ່ງຂອງອົງກອນມີຜົນກະທົບກັບສ່ວນອື່ນໆແບບໃດ.

ທັກສະດ້ານຄວາມຄິດນີ້ແມ່ນມີຄວາມສຳຄັນຫຼາຍຂຶ້ນ ເມື່ອຢູ່ໃນລະດັບຜູ້ບໍລິຫານທີ່ສຳຄັນ; ຂະນະທີ່ທັກສະດ້ານເຕັກນິກຈະມີຄວາມສຳຄັນໜ້ອຍລົງໃນລະດັບບໍລິຫານທີ່ສູງຂຶ້ນ ເນື່ອງຈາກຜູ້ບໍລິຫານໃນລະດັບທີ່ສູງຈະເຂົ້າມາເບິ່ງແຍງກ່ຽວກັບລາຍລະອຽດຂອງກິດຈະກຳຕ່າງໆໃນການຜະລິດ ແລະ ດ້ານເຕັກນິກໜ້ອຍລົງ ແຕ່ຈະເນັ້ນໄປທີ່ການເບິ່ງພາບລວມຂອງອົງກອນ ແລະ ທິດທາງທີ່ຈະພັດທະນາໄປຂອງອົງກອນຫຼາຍກວ່າ; ສ່ວນທັກສະດ້ານຄົນ ຍັງຄົງມີຄວາມສຳຄັນຫຼາຍໃນທຸກລະດັບຂອງຜູ້ບໍລິຫານເພາະທຸກລະດັບລ້ວນແລ້ວແຕ່ກ່ຽວຂ້ອງກັບຄົນ.