ການບໍລິຫານຄົນ ຢ່າງມີປະສິດທິພາບ

32

ໃນຊີວິດການງານ ຫາກເຖິງວັນທີ່ເຈົ້າມີໂອກາດໄດ້ກ້າວຂຶ້ນໄປເປັນຜູ້ບໍລິຫານ ຫຼື ຫົວໜ້າ ທັກສະສໍາຄັນທີ່ຄວນຕ້ອງມີ ນອກຈາກການເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດແລ້ວ ນັ້ນຄືການບໍລິຫານຄົນ ເພາະເຈົ້າມີລູກນ້ອງທີ່ຕ້ອງເບິ່ງແຍງ, ຮັບຜິດຊອບ. ທັງນີ້ ກໍເພື່ອໃຫ້ລະບົບການເຮັດວຽກຂອງບໍລິສັດ ຫຼື ອົງກອນນັ້ນໆເປັນໄປຢ່າງໄຫຼລື່ນ ແຕ່ເນື່ອງຈາກຄວາມແຕກຕ່າງຂອງຕົວບຸກຄົນ ບາງຄັ້ງຈິ່ງພົບວ່າມັນເປັນເລື່ອງທີ່ຍາກຢູ່.

อาจเป็นรูปภาพของ 3 คน

ວັນນີ້ພວກເຮົາໄດ້ນໍາເອົາເຄັດລັບການບໍລິຫານຄົນໃຫ້ໄດ້ຜົນມາແນະນໍາໃຫ້ຮູ້ກັນດັ່ງນີ້:

1.ສື່ສານກັນໃຫ້ຊັດເຈນ

ການສື່ສານ ນັບເປັນເລື່ອງທີ່ມີຄວາມສໍາຄັນຫຼາຍທີ່ສຸດເລື່ອງໜຶ່ງເລີຍ ໃນການບໍລິການຄົນ ເພາະຫຼາຍຄັ້ງທີ່ຫົວໜ້າ ແລະ ລູກນ້ອງສື່ສານກັນບໍ່ເຂົ້າໃຈ ສົ່ງຜົນໃຫ້ເຮັດວຽກຜິດພາດ ຫຼື ຊໍ້າຊ້ອນ ໂດຍບໍ່ຈໍາເປັນ ຈົນຕ້ອງເສຍເວລາມານັ່ງແກ້ໄຂກັນໃນພາຍຫຼັງ.

2.ຢ່າເຈົ້າກີ້ເຈົ້າການຫຼາຍເກີນໄປ

ບໍ່ຕ້ອງເຮັດໜ້າທີ່ເໝືອນເປັນຜູ້ຄຸມ ທີ່ຄອຍສັ່ງສອນຄົນນັ້ນຄົນນີ້ເຮັດໃຫ້ ຢ່າງທີ່ໃຈຕົວເອງຕ້ອງການ ພຽງແຕ່ມອບໝາຍ ແລະ ຄອຍດູແລແບບຫ່າງໆກໍ່ພໍ ເພາະການໄປຈໍ້າຈີ້ຫຼາຍເກີນໄປ ອາດເຮັດໃຫ້ພະນັກງານເກີດຄວາມຕຶງຄຽດ, ກົດດັນ ແລະ ຮູ້ສຶກອຶດອັດ ເມື່ອຕ້ອງມາເຮັດວຽກ ໂດຍປ່ອຍໃຫ້ພວກເຂົາໄດ້ເຮັດຕາມໜ້າທີ່ຂອງຕົວເອງໄປຈະດີກວ່າ.

3.ຮັບຝັງຄວາມເຫັນຂອງພະນັກງານ

ເມື່ອໃດກໍຕາມທີ່ພະນັກງານຂອງເຈົ້າຢາກສະແດງຄວາມຄິດເຫັນ ຫຼື ເຂົ້າມາຂໍຄໍາປຶກສາ ຈົ່ງເປີດໃຈຮັບຝັງ ລວມທັງເປີດໂອກາດໃຫ້ເຂົ້າໄດ້ສົນທະນາກັນຢ່າງເຕັມທີ່ ຢ່າເຮັດເປັນບໍ່ສົນໃຈ, ເມີນເສີຍ ຫຼື ເບິ່ງວ່າມັນເປັນສິ່ງນ້ອຍໆ ເພາະຢ່າງໃດແລ້ວລາວກໍເປັນຄົນຂອງເຈົ້າ, ຜູ້ເຊິ່ງຄອຍຊ່ວຍເຫຼືອ ແລະ ເຮັດໃຫ້ວຽກເດີນໜ້າຕໍ່ໄປໄດ້. ສະນັ້ນ, ໃຫ້ຮັບຟັງລາວເໝືອນດັ່ງທີ່ລາວຕອບຮັບຟັງເຈົ້າສະເໝີ.

4.ກ່າວຍ້ອງຍໍ

ທຸກໆຄັ້ງທີ່ພະນັກງານຂອງເຈົ້າສ້າງຜົນງານອອກມາດີ ໃຫ້ກ່າວຍ້ອງຍໍຊົມເຊີຍ ເພື່ອສ້າງກໍາລັງໃຈໃນການເຮັດວຽກໃຫ້ກັບລາວ ແລະ ທີ່ສໍາຄັນຍັງເຮັດໃຫ້ພະນັກງານຮູ້ສຶກວ່າ ທີ່ທຸ່ມເທທັງກາຍ ແລະ ໃຈ ໄປກັບງານນັ້ນບໍ່ເສຍໄປລ້າໆ ເພາະຢ່າງນ້ອຍເຈົ້າກໍເຫັນຄວາມສໍາຄັນໃນຕົວຂອງລາວຢູ່.

5.ຢ່າດ່ວນຕັດສິນ

ໃນບາງຄັ້ງທີ່ພະນັກງານຂອງເຈົ້າເກີດເຮັດໃນສິ່ງທີ່ນອກເໜືອ ຫຼື ແຕກຕ່າງຈາກທີ່ເຈົ້າມອບໝາຍໄປ ຢ່າຟ້າວຕັດສິນວ່າລາວບໍ່ຟັງຄໍາສັ່ງ ໃຫ້ລອງຖາມເຫດຜົນກ່ອນວ່າເປັນຫຍັງຈິ່ງເຮັດແບບນັ້ນ ແລ້ວລອງພິຈາລະນາໃນມູມກັບກັນ ຖ້າຫາກຕົວເຈົ້າຕົກຢູ່ໃນສະຖານະການດຽວກັບລາວ ເຈົ້າຈະເຮັດແນວໃດ ບາງເທື່ອກໍອາດເໝືອນກັນກໍໄດ້ ເຊິ່ງວ່າຜົນການເຮັດວຽກຂອງພະນັກງານເຈົ້າ. ຫາກມັນບໍ່ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຍັງຫຼາຍ ກໍຢ່າຖືເປັນເລື່ອງໃຫຍ່ ແລະ ສະແດງຄວາມເຫັນໃຈ ເພື່ອໃຫ້ລາວມີກໍາລັງໃຈຈະເຮັດວຽກອັນນັ້ນຕໍ່ໄປໃຫ້ດີຂຶ້ນ.