ໄມໂຄຣຊັອຟ ລົງທຶນ 1,7 ຕື້ໂດລາ ພັດທະນາ AI ໃນອິນໂດເນເຊຍ

20

ສຳນັກຂ່າວຕ່າງປະເທດລາຍງານ ທ້າຍເດືອນເມສາ ຜ່ານມາວ່າ: ໄມໂຄຣຊັອຟ (Microsoft) ປະກາດແຜນການລົງທຶນໃນອິນໂດເນເຊຍ ມູນຄ່າ 1,7 ຕື້ໂດລາ ເພື່ອພັດທະນາເຕັກໂນໂລຊີປັນຍາປະດິດ(AI) ແລະ ການບໍລິການຄລາວ.

อาจเป็นรูปภาพของ 1 คน และ ข้อความพูดว่า "Micros Copilot"

ທ່ານ ສັດຕະຍາ ນາເດລລາ ຊີອີໂອຂອງໄມໂຄຣຊັອຟ ກ່າວວ່າ: ໄມໂຄຣຊັອຟ ຈະຈັດຝຶກອົບຮົມດ້ານເຕັກໂນໂລຊີປັນຍາປະດິດໃຫ້ແກ່ບຸກຄະລາກອນທ້ອງຖິ່ນ 840.000 ຄົນ ແລະ ຈະສະໜັບສະໜູນຊຸມຊົນ, ນັກພັດທະນາເຕັກໂນໂລຊີປັນຍາປະດິດໃນອິນໂດເນເຊຍ.

ທ່ານ ສັດຕະຍາ ນາເດລລາ ກ່າວໃນພິທີເປີດງານ Microsoft Build: AI Day ວ່າ: ເງິນລົງທຶນ ຈຳນວນ 1,7 ຕື້ໂດລາ ຈະຊ່ວຍເຮັດໃຫ້ອິນໂດເນເຊຍມີພື້ນຖານໂຄງສ້າງດ້ານເຕັກໂນໂລຊີປັນຍາປະດິດທີ່ໃໝ່ ແລະ ດີທີ່ສຸດ.

ທ່ານ ນາເດລລາ ອະທິບາຍວ່າ: ການລົງທຶນນີ້ຈະມີໄລຍະເວລາ 4 ປີ ລວມເຖິງການກໍ່ສ້າງສູນຂໍ້ມູນແຫ່ງໃໝ່ ເພື່ອປັບປຸງການບໍລິການ ຄລາວ ແລະ ໂຄງສ້າງພື້ນຖານດ້ານເຕັກໂນໂລຊີປັນຍາປະດິດໃນອິນໂດເນເຊຍ.

ໃນຂະນະດຽວກັນ, ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ຕ້ອນຮັບຄະນະຜູ້ແທນໄມໂຄຣຊັອຟ ທີ່ນະຄອນຫຼວງຈາກາຕາ ແລະ ຫາລືການຮ່ວມມືລະຫວ່າງລັດຖະບານອິນໂດເນເຊຍ ແລະ ໄມໂຄຣ ຊັອຟໃນການພັດທະນາຊັບພະຍາກອນມະນຸດ ແລະ ເຕັກໂນໂລຊີ ໂດຍເນັ້ນປັນຍາປະດິດ.