ລົດໄຟລາວ-ຈີນ ຕອບໂຈດຜູ້ໃຊ້ບໍລິການ ເພີ່ມຖ້ຽວອີກທຸກໆທ້າຍອາທິດ

214

ເລີ່ມ 1 ມີນາ 2024 ເປັນຕົ້ນໄປ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈະໄດ້ເພີ່ມຖ້ຽວລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນທຸກໆວັນສຸກ ເສົາ-ອາທິດ ຮອງຮັບນັກທ່ອງທ່ຽວກໍຄືຜູ້ໃຊ້ບໍລິການທີ່ນັບມື້ຫຼາຍ.

No photo description available.
ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເຜີຍສູ່ສາທາລະນະ ວ່າ: ລັດຖະບານລາວ ໄດ້ກຳນົດເອົາ ປີ 2024 ເປັນປີທ່ອງທ່ຽວລາວ, ດັ່ງນັ້ນ ເພື່ອເປັນການສະຫນັບສະຫນູນນະໂຍບາຍຂອງລັດຖະບານ ກໍຄືການຕອບສະຫນອງຄວາມຕ້ອງການການເດີນທາງຂອງບັນດານັກທ່ອງທ່ຽວ, ຍົກສູງຄຸນນະພາບການບໍລິການຂອງທາງລົດໄຟ, ສະນັ້ນ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈະໄດ້ມີການເອົາລົດໄຟ EMU ສອງຂະບວນມາຕໍ່ໃສ່ກັນ ໃນວັນສຸກ, ເສົາ ແລະ ທິດ ສຳລັບຖ້ຽວລົດໄຟ C92/91 ແລະ C84/83 ນະຄອນຫລວງວຽງຈັນ-ຫລວງພະບາງ-ນະຄອນຫລວງວຽງຈັນ ຊຶ່ງຈະເລີ່ມປະຕິບັດ ແຕ່ວັນທີ 1 ມີນາ 2024 ເປັນຕົ້ນໄປ.

No photo description available.

ກ່ອນໜ້ານີ້ ໃນເດືອນມັງກອນ ບໍລິສັດລົດໄຟລາວ-ຈີນ ກໍໄດ້ມີການເພີ່ມຖ້ຽວໂດຍລະບຸເຫດຜົນວ່າ: ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟພຽງພໍສຳລັບງານມະຫາກຳທ່ອງທ່ຽວອາຊຽນ ແລະ ເທດສະການທີ່ສຳຄັນອື່ນໆຂອງຊາດ ຮອງຮັບຜູ້ໂດຍສານທັງພາຍໃນ-ຕ່າງປະເທດໃນປີທ່ອງທ່ຽວລາວ 2024 ນີ້ ທາງບໍລິສັດຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໄປ-ກັບ 1 ຄູ່, ເຮັດໃຫ້ມີຖ້ຽວລົດໄຟໃຫ້ບໍລິການແກ່ປະຊາຊົນເຖິງ 12 ຖ້ຽວ/ມື້ ນັບແຕ່ວັນທີ 22 ມັງກອນ 2024 ເປັນຕົ້ນມາ.

No photo description available.
ສະແດງໃຫ້ເຫັນວ່າ ປັດຈຸບັນການບໍລິການຂອງບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດແມ່ນບໍ່ຕໍ່າກວ່າ 10 ກວ່າຖ້ຽວຕໍ່ມື້ ອັນບົ່ງບອກເຖິງຄວາມຕ້ອງການຂອງຜູ້ຊົມໃຊ້ແມ່ນນັບມື້ມີສູງຂຶ້ນ .ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ມີຈຸດປະສົງຈະຂຶ້ນລົດໄຟ ທາງບໍລິສັດລາວຈີນແມ່ນໄດ້ຍົກລະດັບ LCR Ticket APP ເພື່ອເພີ່ມຊ່ອງທາງການລົງທະບຽນດ້ວຍເບີໂທລະສັບ ຜູ້ຊົມໃຊ້ສາມາດເລືອກລົງທະບຽນດ້ວຍເບີໂທລາວ, ຈີນ ແລະ ໄທ ອີກທັງຜູ້ຊົມໃຊ້ສາກົນຍັງສາມາດນໍາໃຊ້ອີເມວໃນການລົງທະບຽນ ແລະ ຊຳລະເງິນຜ່ານ Mastercard ໄດ້ຕື່ມອີກ ເຊິ່ງຕໍ່ໄປຈະບໍ່ເປັນບັນຫາຕໍ່ຜູ້ຊົມໃຊ້ສາກົນໃນການຊື້ປີ້ຄືຜ່ານມາອີກ.

May be an image of train and outdoors