ຮັບຮອງແຜນງານສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ

37

ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສະຫະລັດອາເມຣິກາ ( USAID ) ແລະ ອົງການອະນາໄມໂລກ ໄດ້ຈັດພິທີຮັບຮອງແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ ເພື່ອປັບປຸງສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການຜ່ານວິທີການແບບຄອນເນັກ ຢູ່ ສປປ ລາວ ພາຍໃຕ້ແຜນງານດັ່ງກ່າວ ອົງການ USAID ຈະໃຫ້ການສະໜັບສະໜູນເປັນມູນຄ່າ 10 ລ້ານໂດລາສະຫະລັດ ເປັນເວລາ 5 ປີ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 24 ເມສາ 2024 ທີ່ໂຮງແຮມຄຣາວພລາຊາ ເຂົ້າຮ່ວມຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ມິເຊວ ເອົ້າລໍ ອຸປະທູດຮັກສາການຊົ່ວຄາວສະຖານທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ທ່ານ ທິມໂມຕີ ອາມສະຕຣອງ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ, ມີຕາງໜ້າຈາກບັນດາກະຊວງ, ບັນດາກົມ, ສູນ ແລະ ພາກສ່ວນໜຶ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.

ວິທີການຄອນເນັກ ແມ່ນນຳພາໂດຍ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ ເຊິ່ງມີເປົ້າໝາຍສູງສຸດ ໃນການສົ່ງເສີມການເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນ ເປັນຕົ້ນ ການສັກຢາກັນພະຍາດ ແລະ ການບໍລິການສຸຂະພາບແມ່ ແລະ ເດັກ ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສຸຂະພາບຂັ້ນຕົ້ນ ເພື່ອກ້າວໄປສູ່ການປົກຄຸມສຸຂະພາບທົ່ວປວງຊົນ; ວິທີການແບບຄອນເນັກ ມີເປົ້າໝາຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງພະນັກງານແພດໝໍ ແລະ ຊຸມຊົນ ໂດຍຜ່ານການປະສານງານຢ່າງໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ການວາງແຜນ ແລະ ການປະສານງານຮ່ວມກັນ ພ້ອມທັງການເສີມສ້າງ ແລະ ເຊື່ອມສານວິທີການດັ່ງກ່າວໃຫ້ມີ ຄວາມຍືນຍົງ.


ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ ການບໍລິການສຸຂະພາບ ບໍ່ໄດ້ເປັນພຽງແຕ່ການບໍລິການ ແຕ່ມັນເປັນການໃຫ້ຄຳໝັ້ນສັນຍາອັນໜຶ່ງ ເຊິ່ງເຮົາຕ້ອງໄດ້ເອົາໃຈໃສ່ ແລະ ຮັກສາໄວ້ຮ່ວມກັນ; ການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທ້ອງຖິ່ນ ເປັນດັ່ງການບົວລະບັດຮາກໄມ້; ຍິ່ງຮາກໄມ້ໝັ້ນຄົງ ກິ່ງງ່າກໍຍິ່ງແຂງແຮງ. ສະມາຊິກໃນບ້ານ ເຊັ່ນດຽວກັນ, ນັບແຕ່ປະຊາຊົນ, ພະນັກງານທ້ອງຖິ່ນ, ຕາງໜ້າຈາກອົງການຈັດຕັ້ງສັງຄົມ, ແພດໝໍ ແລະ ພະຍາບານພ້ອມທັງຜູ້ນຳທາງສາສະໜາ ແລະ ຊົນເຜົ່າ ລ້ວນແຕ່ມີສ່ວນຮ່ວມນຳກັນໃນການສ້າງໃຫ້ຊຸມຊົນມີຄວາມເຂັ້ມແຂງທັງໝົດ ”.

“ເມື່ອເຮົາສົ່ງເສີມໃຫ້ຊຸມຊົນ ແລະ ການປົກຄອງທ້ອງຖິ່ນໃຫ້ເປັນເຈົ້າການໃນການຮັກສາສຸຂະພາບ, ເຮົາຈະສາມາດສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມຮັບຜິດຊອບ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ແລ້ວໃນຊຸມຊົນຢ່າງມີປະສິດທິພາບ, ການຊ່ວຍເຫຼືອອັນເອື້ອເຟື້ອເພື່ອແຜ່ຈາກອົງການ USAID ໃນຄັ້ງນີ້ ຈະຊ່ວຍໃຫ້ເຮົາສາມາດບັນລຸເປົ້າໝາຍດັ່ງກ່າວນັ້ນໄດ້ ໂດຍການຍົກລະດັບການປົກຄອງໃນຂັ້ນທ້ອງຖິ່ນ ແລະ ຮັບປະກັນໃຫ້ທຸກຄົນມີສຸຂະພາບທີ່ດີ, ການໃຫ້ຄວາມສໍາຄັນແກ່ສຸຂະພາບ ຈະສ້າງຜົນດີໃຫ້ກັບທຸກຄົນ ແລະ ພວກເຮົາເອງ ຍາມໃດກໍເອົາໃຈໃສ່ຮ່ວມມືເຊິ່ງກັນ ແລະ ກັນເພື່ອໃຫ້ບັນລຸເປົ້າໝາຍນີ້, ພວກເຮົາຂໍເຊີນຊວນທຸກພາກສ່ວນມາຮ່ວມແຮງກັນ ເພື່ອຍົກສູງວຽກງານສາທາລະນະສຸກໃຫ້ພົ້ນເດັ່ນກວ່າທີ່ເຄີຍ ”.

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວວ່າ: “ ເປົ້າໝາຍຫຼັກຂອງກະຊວງເຮົາ ແມ່ນການສ້າງຊຸມຊົນທີ່ມີຄວາມເຂັ້ມແຂງ, ວຽກງານການບໍລິການສຸຂະພາບ ກໍເປັນສິ່ງຈຳເປັນອັນໜຶ່ງໃນການຍົກສູງຊີວິດການເປັນຢູ່ ແລະ ຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນ. ຂ້າພະເຈົ້າມີຄວາມດີໃຈທີ່ວິທີການຄອນເນັກ ໄດ້ມີສ່ວນຊ່ວຍໃຫ້ເຮົາສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນວິທີທີ່ບໍ່ຄືໃຜ ແລະ ຍັງໄດ້ຮັບໝາກຜົນທີ່ພົ້ນເດັ່ນອີກດ້ວຍ, ພວກເຮົາຫວັງວ່າຈະໄດ້ຂະຫຍາຍວິທີການຄອນເນັກອີກຕື່ມ.