ງານຕະຫຼາດນັດສິນຄ້າຂາເຂົ້າ – ຂາອອກຈີນ ຄັ້ງທີ 135 ມີວິສາຫະກິດ ຈາກ 50 ປະເທດ ແລະ ເຂດແຄວ້ນມາເຂົ້າຮ່ວມ

10

ຂ່າວຊີອາໄອລາຍງານວ່າ: ວັນທີ 5 ພຶດສະພານີ້, ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຄັ້ງທີ 135 ທີ່ຈັດຂຶ້ນຢູ່ນະຄອນກວາງໂຈ່ວ ແຂວງ ກວາງຕຸ້ງໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ງານຄັ້ງນີ້ໄດ້ມີວິສາຫະກິດ 680 ແຫ່ງຈາກ 50 ປະເທດ ແລະ ເຂດແຄວ້ນມາເຂົ້າຮ່ວມວາງສະແດງ, ໃນນັ້ນ, ວິສາຫະກິດຈາກປະເທດ ແລະ ເຂດແຄວ້ນທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກວມເອົາ 64%.

ນັບມາຮອດວັນທີ 4 ພຶດສະພານີ້, ມີນັກທຸລະກິດຕ່າງປະເທດ 246.000 ຄົນຈາກ 215 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ຜ່ານທາງອອຟລາຍ ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ງານຕະຫຼາດນັດຄັ້ງຜ່ານມາ ສ້າງສະຖິຕິໃໝ່ໃນປະຫວັດສາດ. ວິສາຫະກິດທີ່ເຂົ້າຮ່ວມວາງສະແດງຜ່ານທາງອອຟລາຍໄດ້ວາງສະແດງສິນຄ້າໃໝ່ຫຼາຍກວ່າ 1.000.000 ອັນຢູ່ກັບບ່ອນ, ທັງໄດ້ຈັດງານນໍາສະເໜີສິນຄ້າໃໝ່ 334 ຄັ້ງ.

ນອກນັ້ນ, ຍັງມີນັກທຸລະກິດຕ່າງປະເທດ 408.000 ຄົນຈາກ 229 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກໄດ້ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ຜ່ານທາງອອນລາຍ. ນັບມາຮອດວັນທີ 4 ພຶດສະພານີ້, ຍອດມູນຄ່າຄ້າຂາຍຜ່ານທາງອອຟລາຍຂອງງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຄັ້ງນີ້ໄດ້ບັນລຸເຖິງ 24 ຕື້ 700 ລ້ານໂດລາ ເພີ່ມຂຶ້ນ 10,7% ເມື່ອທຽບໃສ່ຄັ້ງທີ່ຜ່ານມາ.