ກ່ຽວກັບພວກເຮົາ

ເວັບ​ໄຊ www.laoedaily.com.la ​ເປັນ​ສ່ວນຫນຶ່ງ​ຂອງ​ຫນັງສືພິມ ​ເສດຖະກິດ ການ​ຄ້າ ​ເຊິ່ງຢູ່​ພາຍ​ໃຕ້​ການ​ຊີ້​ນຳຂອງ​ກະຊວງ​ອຸດສາຫະກໍາ ​ແລະ​ ການ​ຄ້າ.

​ກ່ອນ​ຫນ້າ​ນັ້ນ​ໃນ​ປີ1994 ຫນັງສືພິມ ການ​ຄ້າ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະນະ​ພັກກະຊວງ​ ອຸດສາຫະກໍາ ​ແລະ ຫັດຖະກຳ​ໃນ​ເມື່ອ​ກ່ອນ,

ພາຍຫຼັງດຳ​ເນີນການຈັດ​ພິມ​ມາ​ຮອດ​ປີ 2011 ຈຶ່ງ​ມອບ​ໃຫ້​ກຸ່ມ​ບໍລິສັດ​ໂຄ​ລາວ ​ເປັນ​ຜູ້​ສຳ​ປະທານ ​ແລະ ບໍລິຫານ​ຈັດການ ທາງ​ດ້ານ​ການຈັດ​ພິມ, ຈຳໜ່າຍ ​ແລະ ​ໂຄສະນາ. ສ່ວນ​ທາງ​ດ້ານ​ເນື້ອ​ໃນ ​ແມ່ນ​ຂຶ້ນກັບ ການ​ຊີ້ນຳ​ນຳພາ​ຂອງ​ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ​ໂດຍ​ກົງ. ໂດ​ຍ ​ໄດ້​ປ່ຽນຊື່ຈາກ​ຫນັງສືພິມ “ການ​ຄ້າ” ມາ ​ເປັນໜັງສື​ພິມ “​ເສດຖະກິດ ການ​ຄ້າ”.

ຕະຫຼອດ​ໄລຍະ​ຜ່ານ​ມາ ຫນັງ​ສື​ພິມ​ກາ​ນຄ້າ​ໃນ​ເມື່ອ​ກ່ອນ ກໍ​ຄື​ເສ​ດ​ຖະກິດ ການ​ຄ້າ​ໃນ​ປັດຈຸບັນ ​ໄດ້​ມີການ​ເຕີບ​ໃຫຍ່​ຂະໝາຍຕົວຢ່າງ​ຕໍ່​ເນື່ອງ ​ແລະ ​ໄດ້​ຮັບ​ການຕອບ​ຮັບ​ທີ່​ດີ​ຈາກ​ສັງຄົມ​ຕະ​ຫຼອດ​ມາ. ຈາກ​ທີ່​ເປັນ​ຫນ້າ​ນ້ອຍ​ມີ 8 ໜ້າ, ໜ້າປົກ​ສີ ສ່ວ​ນໜ້າ​ໃນ​ແມ່ນ​ຂາວ​ດຳ ຈາກ​ລາຍ​ປັກ​ມາ​ເປັນ​ລາຍ​ອາທິດ ​ແລະ​ ກ້າວ​ເປັນ​ຫນັງສື​ພີ​ມລາຍ​ວັນ​ໃນ​ປີ2013 ​ຂະຫນາດ 24 ​ຫນ້​າສີທັງ​ຫມົດ.

ໜັງສື​ພິມ ​ເສດຖະກິດ ການ​ຄ້າ ມີ​ຍອດ​ພິມ​ຈຳໜ່າຍທັງໝົດ 7,500 ສະບັບ.

ໃນ​ທ້າຍ​ປີ 2016 ​ເວັບ​ໄຊ​ໄດ້​ຖື​ກພັດທະນາ​ຂຶ້ນ​​ເພື່ອ​ເປັນ​ອີກ​ຫນຶ່ງ​ສ່ອງ​ທາງ​ໃນ​ການ​ກະ​ຈ່າຍ​ຂໍ້ມູນຂ່າວ​ສານ​ໃນ​ຍຸກປັດຈຸບັນ​ ແລະ ​ມີ​ພິທີ​ເປີດ​​ເວັບ​ໄຊ www.laoedaily.com.laຢ່າງ​​ເປັນ​ທາງ​ການ​ໃນ​ວັນທີ 16 ມັງ​ກອນ 2017.

www.laoedaily.com.la ​​ເປັນ​​ເວັບ​ໄຊ​ທີ່​ຖືກ​ອອກ​ແບ​ບ​ ​ໃຫ້​ມີ​ຂໍ້ມູນ​ທີ່​ຫລາກ​ຫລາຍ ​ເພື່ອ​ຮອງ​ຮັບຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກທຸກ​ຊັ້ນ​ຄົນ ​ນັບ​ແຕ່​ຂ່າວການ​ເມືອງ, ​ເສດຖະກິດ, ທຸລະ​ກິດ, ວັດທະນະ​ສັງຄົມ,ສິລະ​ປະ​ບັນ​ເທີ​ງ, ​ກີລາ, ຂ່າ​ວສານ​ຕ່າງປະ​ເທ​ດ​ ແລະ ​ນາໆ​ຄວາມ​ຮູ້​ຕ່າງໆ ລວມ​ເຖິງ ຮູບ​ພາບ ​ແລະ​ ວີ​ດີ​ໂອຕ່າງໆ ​ກາຍ​ເປັນ​ແຫຼ່ງຄວາມ​ຮູ້ ຄູ່​ສັງຄົມຢ່າງ​ແທ້​ຈິງ.