ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ສະຫຼຸບການເຄື່ອນໄຫວວຽກງານປະຈຳປີ

19

ໃນວັນທີ 26 ເມສາ 2024 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ( ສວ – ບກລ ) ໄດ້ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ແຜນການເຄື່ອນໄຫວ ປະຈຳປີ 2024 ຂຶ້ນທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ນາງ ຍອດ ແພງສົມບັດ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ; ມີທ່ານ ສອນໄຊ ສີລາເພັດ ປະທານ ສວ – ບກລ ພ້ອມດ້ວຍສະມາຊິກ ແລະ ເຈົ້າໜ້າທີ່ພາກລັດກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ຍອດ ແພງສົມບັດ ກ່າວວ່າ: ກອງປະຊຸມ ໄດ້ດຳເນີນໃນທ່າມກາງສະພາບແວດລ້ອມທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ການເໜັງຕີງສູງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ, ລາຄາພະລັງງານ, ລາຄາສິນຄ້າ ແລະ ບໍລິການຂະຫຍາຍຕົວເພີ່ມຂຶ້ນສູງ ເຊິ່ງມີຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາວຽກງານບັນຊີ ແລະ ກວດສອບ. ໃນ 2023 ຜ່ານມາ ກະຊວງການເງິນ ໄດ້ສຳເລັດຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ການບັນຊີ ( ສະບັບປັບປຸງ ) ເຊິ່ງຖືກຮັບຮອງ ແລະ ມີຜົນບັງຄັບໃຊ້ໃນວັນທີ 31 ມີນາ 2024 ແລະ ສຸມໃສ່ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ການກວດສອບອິດສະຫຼະ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ – ສັງຄົມພາຍໃນປະເທດ, ສອດຄ່ອງກັບພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ, ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ໄດ້ສຸມໃສ່ຍົກລະດັບວິຊາຊີບການບັນຊີ ແລະ ການກວດສອບ ໂດຍການສ້າງນັກຊ່ຽວຊານບັນຊີລາວ ໃຫ້ກາຍເປັນມືອາຊີບ ແລະ ຕອບສະໜອງກັບຄວາມຮຽກຮ້ອງການວຽກງານດັ່ງກ່າວ.

ທ່ານກ່າວວ່າ: ວຽກງານບັນຊີ ແລະ ກວດສອບ ແມ່ນເປັນວຽກງານໜຶ່ງທີ່ສຳຄັນ ເປັນອົງກອນໜຶ່ງທີ່ສຳຄັນໃນການຊ່ວຍລັດ ກໍຄືກະຊວງການເງິນ ໃນການພັດທະນາວິຊາຊີບບັນຊີ ແລະ ກວດສອບ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ພ້ອມທັງຄຸ້ມຄອງ, ນຳພາສະມາຊິກເຄື່ອນໄຫວວິຊາຊີບໃຫ້ຖືກຕ້ອງຕາມກົດໝາຍ ເປັນຜູ້ຕາງໜ້າຕົວແທນ ແນະນໍາ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃຫ້ຖືບັນຊີ ແລະ ສ້າງບົດລາຍງານການເງິນ ແລະ ບັນຊີ ໃຫ້ຖືກຕ້ອງຕາມມາດຕະຖານບັນຊີ.


ພ້ອມນັ້ນ, ທ່ານຍັງຮຽກຮ້ອງໃຫ້ ( ສວ – ບກລ ) ເພີ່ມທະວີໃນການຈັດຕັ້ງ ແລະ ຜັນຂະຫຍາຍແຜນຍຸດທະສາດ ກໍຄືແຜນພັດທະນາວຽກງານບັນຊີ ແລະ ກວດສອບ ເປັນຕົ້ນ ພັດທະນາມາດຕະຖານການບັນຊີແຫ່ງລັດ, ມາດຕະຖານການລາຍງານການເງິນ ແລະ ມາດຕະຖານວິຊາຊີບດ້ານການກວດສອບໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ ເພື່ອໃຫ້ສາມາດບັນລຸເງື່ອນໄຂເປັນສະມາຊິກສົມບູນຂອງສະຫະພັນນັກບັນຊີ ຕາມແຜນການທີ່ໄດ້ວາງໄວ້.

ເພີ່ມທະວີ ການລະດົມເອົາກຳລັງແຮງທາງດ້ານສະຕິປັນຍາຈາກສະມາຊິກ ແລະ ພາກສ່ວນພາຍນອກ ເພື່ອປະກອບສ່ວນຊ່ວຍພັດທະນາວິຊາຊີບການບັນຊີ ແລະ ກວດສອບໃຫ້ເຂັ້ມແຂງ ແລະ ຍືນຍົງ ຕອບສະໜອງໄດ້ຄວາມຕ້ອງການໃໝ່ຈາກການປ່ຽນແປງທາງດ້ານເສດຖະກິດ – ສັງຄົມແຕ່ລະໄລຍະ.
ສືບຕໍ່ສ້າງນັກຊ່ຽວຊານບັນຊີ ແລະ ນັກກວດສອບລາວ ໃຫ້ມີຄຸນນະພາບ ມີຈັນຍາບັນ ຈັນຍາທໍາ ແລະ ເປັນເຈົ້າການປະສານສົມທົບເຈລະຈາຍາດແຍ່ງການຊ່ວຍເຫຼືອ ແລະ ການສະໜັບສະໜູນຈາກພາຍໃນ ແລະ ຕ່າງປະເທດ.