ສິນຄ້າສົ່ງອອກໃນເດືອນມີນາ ນຳໂດຍມັນຕົ້ນ

32

ເດືອນມີນາ 2024 ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ປະມານ 594 ລ້ານໂດລາ ນໍາໂດຍມັນຕົ້ນ, ຄຳປະສົມ – ຄຳແທ່ງ ໂດຍແມ່ນຈີນເປັນຕະຫຼາດສົ່ງອອກຫຼັກ ປະມານ 206 ລ້ານໂດລາ ຮອງມາແມ່ນໄທ ປະມານ 152 ລ້ານໂດລາ.
ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການສົ່ງອອກສິນຄ້າທັງໝົດໃນເດືອນມີນາ ປະຕິບັດໄດ້ປະມານ 594 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 12% ທຽບໃສ່ເດືອນກຸມພາຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ ມັນຕົ້ນ 78 ລ້ານໂດລາສະຫະລັດ; ຄໍາປະສົມ – ຄຳແທ່ງ 56 ລ້ານໂດລາສະຫະລັດ; ແຮ່ທອງ 51 ລ້ານໂດລາສະຫະລັດ; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 33 ລ້ານໂດລາສະຫະລັດ; ແປັງມັນຕົ້ນ 31 ລ້ານໂດລາສະຫະລັດ; ຢາງພາລາ 24 ລ້ານໂດລາສະຫະລັດ; ເຫຍື່ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາສະຫະລັດ ແລະ ນໍ້າຕານ 23 ລ້ານໂດລາສະຫະລັດ.

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 675 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 18% ທຽບໃສ່ເດືອນກຸມພາຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ 105 ລ້ານໂດລາສະຫະລັດ; ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) 56 ລ້ານໂດລາສະຫະລັດ; ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 53 ລ້ານໂດລາສະຫະລັດ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 38 ລ້ານໂດລາສະຫະລັດ; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 37 ລ້ານໂດລາສະຫະລັດ; ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້… ) 25 ລ້ານໂດລາສະຫະລັດ; ນໍ້າມັນແອັດຊັງ – ແອັດຊັງພິເສດ 24 ລ້ານໂດລາສະຫະລັດ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 24 ລ້ານໂດລາສະຫະລັດ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 15 ລ້ານໂດລາສະຫະລັດ ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 4 ລ້ານໂດລາສະຫະລັດ.


ປະເທດທີ່ ສປປ ລາວ ສົ່ງອອກຫຼາຍປະກອບມີ: ຈີນ ປະມານ 206 ລ້ານໂດລາສະຫະລັດ, ໄທ ປະມານ 152 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 125 ລ້ານໂດລາສະຫະລັດ, ອົດສະຕຣາລີ ປະມານ 38 ລ້ານໂດລາສະຫະລັດ ແລະ ສ.ອາເມຣິກາ ປະມານ 11 ລ້ານໂດລາສະຫະລັດ.
ຂະນະທີ່ນໍາເຂົ້າຫຼາຍ ປະກອບມີ: ໄທ ປະມານ 311 ລ້ານໂດລາສະຫະລັດ, ຈີນ ປະມານ 253 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 38 ລ້ານໂດລາສະຫະລັດ, ສ.ອາເມຣິກາ 20 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 8 ລ້ານໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນມີນາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກໄຟຟ້າ.