ຜັກທຽມເປັນພືດຜັກສວນຄົວທີ່ຕ້ອງມີໄວ້ໃຊ້ເກືອບທຸກຄົວເຮືອນ ເພື່ອນໍາມາເປັນເຄື່ອງຫອມປຸງແຕ່ງອາຫານ ບໍ່ວ່າຈະເປັນອາຫານປະເພດໃດກໍໄດ້ ທັງເປັນພືດທີ່ປູກງ່າຍ ບໍ່ຕ້ອງເບິ່ງແຍງຫຍັງຫຼາຍ, ບໍ່ກິນພື້ນທີ່ຫຼາຍສາມາດປູກໄວ້ກິນສະເພາະຄົວເຮືອນ ຫຼື ປູກຂາຍກໍສ້າງເງິນເປັນກອບເປັນກໍາໄດ້ເຊັ່ນກັນ. ແນວໃດກໍຕາມ, ຜູ້ຂຽນເຊື່ອວ່າຄົນລາວເຮົາຈໍານວນບໍ່ໜ້ອຍທີ່ບໍລິໂພກພືດຊະນິດນີ້. ດັ່ງນັ້ນ, ຄວາມຮູ້ກະສິກໍາໃນມື້ນີ້ ຂໍນໍາພາທ່ານຜູ້ອ່ານມາຮູ້ຈັກກັບເຕັກນິກການປູກຜັກທຽມທີ່ຖືກວິທີ ພ້ອມແນະນໍາໃຫ້ທຸກທ່ານໄດ້ນໍາໄປທົດລອງປູກນໍາກັນ. ການກຽມດິນ […]
