ຈະສ້າງຕັ້ງຫ້ອງການ ໄກ່ເກ່ຍຂໍ້ຂັດແຍ່ງທາງເສດຖະກິດເອກະຊົນ

90

ເມື່ອບໍ່ດົນມານີ້, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມແລກປ່ຽນຄໍາເຫັນກ່ຽວກັບ ການສ້າງຕັ້ງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງເສດຖະກິດເອກະຊົນ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົ່ງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າ ແລະ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບໍລິສັດທີ່ປຶກສາທາງດ້ານກົດໝາຍປັກກິ່ງ ເຕີເຫີງ ລາວ ຈໍາກັດ, ພະນັກງານ-ລັດຖະກອນ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງນີ້, ເພື່ອແລກປ່ຽນຄໍາເຫັນກ່ຽວກັບການສ້າງຕັ້ງ ຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງເສດຖະກິດເອກະຊົນ, ພ້ອມທັງປຶກສາຫາລືຄວາມເປັນເອກະພາບໃນຂັ້ນຕອນການສ້າງຕັ້ງ, ການຄຸ້ມຄອງ ແລະ ການກວດກາຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ລວມທັງການຈັດຕັ້ງປະຕິບັດຜົນຂອງການໄກ່ເກ່ຍ ຂອງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ.

May be an image of 11 people and table
ໃນກອງປະຊຸມ, ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດ ໄດ້ຜ່ານບົດສະເໜີກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄລຍະຜ່ານມາ ໂດຍສັງເຂບ, ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຕັ້ງ ຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ, ການປະຕິບັດຜົນຂອງການໄກ່ເກ່ຍຂອງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ໂອກາດນີ້, ທ່ານ ບຸນທາ ຊົ່ງເຢີທ່າວ ໄດ້ເນັ້ນໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສືບຕໍ່ປະສານສົມທົບກັບພາກສ່ວນຕ່າງໆ ທາງພາກລັດ ແລະ ເອກະຊົນ ໃນຄົ້ນຄວ້າສ້າງ ແລະ ປັບປຸງ ນິຕິກໍາຕ່າງໆ ໃຫ້ມີເນື້ອໃນທີ່ຊັດເຈນ, ຮັດກຸມ ແລະ ສາມາດເປັນບ່ອນອີງໃນການສ້າງຕັ້ງ, ການຄຸ້ມຄອງ ແລະ ການຕິດຕາມກວດກາການເຄື່ອນໄຫວ ຂອງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອ ກະຊົນ, ປະຕິບັດຜົນຂອງການໄກ່ເກ່ຍ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ເພື່ອເປັນການປະ ກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ.