ແຫ່ຊ້າງຮຽງເກີຍ ກິດຈະກຳທີ່ຂາດບໍ່ໄດ້ໃນການສະເຫຼີມສະຫຼອງປີທ່ອງທ່ຽວລາວ ຢູ່ແຂວງຫຼວງພະບາງ

77

ແຕ່ເຊົ້າຂອງວັນທີ 12 ເມສາ 2024 ນີ້ ຢູ່ນະຄອນ ຫຼວງພະບາງ ໄດ້ຈັດພິທີແຫ່ຊ້າງຮຽງເກີຍ ເຊີ່ງເປັນພິທີກຳ ຄອບລາ ຫລືບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫລືສັງກາດປີໃຫມ່ ຕາມຄວາມເຊື່ອຖືມາແຕ່ບູຮານນະການ, ທ່ານ ບຸນທັນ ແກ້ວມະນີຈັນ ຮອງປະທານແນວລາວສ້າງຊາດ ນະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ພິທີກຳການແຫ່ຊ້າງຮຽງເກີຍ ເປັນຮີດຄອງປະເພນີອັນດີງາມທີ່ຊາວຫຼວງພະບາງ ໄດ້ສືບທອດກັນມາແຕ່ບູຮານນະການ ໃນແຕ່ລະປີໄດ້ຈັດຂື້ນກ່ອນບຸນປີໃໝ່ລາວ ເພື່ອເສີມຂະຫຍາຍໃຫ້ເປັນກິດຈະກຳດືງດູດນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ເຂົ້າມາທ່ອງທ່ຽວຫຼວງພະບາງ ໃຫ້ນັບມື້ຫຼາຍຂື້ນ.

May be an image of 3 people, crowd and text
ສຳລັບຄວາມໝາຍຄຳວ່າຊ້າງຮຽງເກີຍ ຕາມການເລົ່າຂານກັນມາຫຼາຍເຊັ່ນຄົນ ສະໄໝກ່ອນແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ: ສັງກາດ ສັງຂານໃຫມ່ ເຈົ້າຜູ້ໃຫຍ່ ຖ້າຍປີ ຖ້າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍຫນ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ, ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ, ເພາະ “ ຊ້າງ “ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ຊ້າງນໍາໃຊ້ເປັນພາຫະນະສູ້ຮົບ ຄຳວ່າ: “ ຮຽງ “ ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະ ຄຳວ່າ “ ເກີຍ “ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ.

May be an image of 4 people and elephant

ໃນພິທີກຳການຊ້າງຮຽງເກີຍ ຈະມີພຶດພັນທັນຍາຫານຫລາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ ກ້ວຍ ອ້ອຍ ຖົ່ວ ງາ ເຫລົ້າ ເຂົ້າຕົ້ມ ເຂົ້າໝົມ ເຂົ້າໂຄບ ເຂົ້າຂຽບ ແລະອື່ນໆ ຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ ກິນກ້ວຍ ກິນອ້ອຍ ກໍ່ຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍ່ຈະສະຫງົບສຸກ ຮົ່ມເຢັນ ນ້ຳຟ້ານ້ຳຝົນກໍ່ຈະອຸດົມສົມບູນ ຖ້າປີນັ້ນຊ້າງກິນເຫລົ້າ ກໍ່ຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫລົ່ານີ້ ເປັນຕົ້ນ ສ່ວນປີນີ້ຊ້າງແມ່ນກິນກ້ວຍ, ກິນອ້ອຍ.

May be an image of 4 people and elephant

ສະເພາະປີນີ້ ໄດ້ມີຂະບວນແຫ່ຊ້າງຮຽງເກີຍເລີ່ມຈາກໜ້າຫ້ອງວ່າການແຂວງ ມີຊ້າງເຂົ້າຮ່ວມຂະບວນແຫ່ຈຳນວນ 4 ເຊືອກ ຫຼື ໂຕ ໂດຍນຳຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ພ້ອມທັງຈັດພິທີສູ່ຂັວນຊ້າງ ແລະແຫ່ຂະບວນໄປສືບຕໍ່ທຳພິທີ ຢູ່ລານເກີຍຊ້າງວັດຊຽງທອງ ຕື່ມອີກ ໂດຍມີມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມຢ່າງຫຼວງຫຼາຍ.