ວິທີເບິ່ງແຍງຕົນເອງເມື່ອເປັນພາວະຫົວໃຈຊຸດໂຊມ

38

ພາວະຫົວໃຈຊຸດໂຊມ ຫຼື Heart Failure ຄືພາວະທີ່ຫົວໃຈອ່ອນແຮງບໍ່ສາມາດສູບສີດເລືອດໄປລ້ຽງສ່ວນຕ່າງໆຂອງຮ່າງກາຍໄດ້ແບບປົກກະຕິ ເນື່ອງຈາກມີການບີບໂຕ ຫຼື  ມາຍໂຕທີ່ຜິດປົກກະຕິ ບາງເທື່ອຫົວໃຈມີຂະໜາດໃຫຍ່ ຫຼື ໜາກວ່າປົກກະຕິ.

อาจเป็นรูปภาพของ 1 คน

ການເບິ່ງແຍງຕົນເອງຂອງຄົນເຈັບທີ່ມີພາວະຫົວໃຈຊຸດໂຊມໃຫ້ປະຕິບັດດັ່ງນີ້:

อาจเป็นรูปภาพของ 1 คน

  1. ຊັ່ງນໍ້າໜັກທຸກມື້ ກ່ອນກິນເຂົ້າເຊົ້າ ຫຼື ພາຍຫຼັງເຂົ້າຫ້ອງນໍ້າຂັບຖ່າຍແລ້ວໃນຕອນເຊົ້າ ແລະ ຈົດບັນທຶກນໍ້າໜັກເພື່ອຊ່ວຍປະເມີນຕົນເອງ.
  2. ດື່ມນໍ້າໃນປະລິມານທີ່ເໝາະສົມຕາມແຜນການປິ່ນປົວຂອງແພດ
  3. ຫຼີກລ່ຽງອາຫານທີ່ມີລົດຫວານ, ມັນ, ເຄັມ ຈຳກັດປະລິມານເກືອທີ່ກິນຕໍ່ມື້
  4. ອອກກຳລັງກາຍຢ່າງພໍດີສະໝໍ່າສະເໝີ ອາດເລີ່ມຈາກການອອກກໍາລັງກາຍເບົາໆ ເຊັ່ນ: ຍ່າງຢູ່ບ່ອນພຽງ ຖ້າເມື່ອຍຫອບໃຫ້ຢຸດພັກທັນທີ.
  5. ງົດສູບຢາ ແລະ ດື່ມເຫຼົ້າ-ເບຍ ເພາະສານພິດໃນຢາສູບຈະສົ່ງຜົນໃຫ້ເສັ້ນເລືອດຫົວໃຈຕີບ ແລະ ເຫຼົ້າເຮັດໃຫ້ການບີບໂຕຂອງຫົວໃຈຫຼຸດລົງ.
  6. ກິນຢາຢ່າງສະໝໍ່າສະເໝີຕາມແພດແນະນໍາ ມາພົບແພດຕາມນັດທຸກເທື່ອລວມທັງຄວນໄດ້ຮັບວັກຊີນໄຂ້ຫວັດໃຫຍ່ປະຈຳປີໃນກໍລະນີບໍ່ມີຂໍ້ຫ້າມ.
  7. ສຳຄັນຄົນເຈັບຄວນສັງເກດອາການຕົວເອງຖ້າພົບວ່າມີອາການຜິດປົກກະຕິຄວນຟ້າວໄປຫາໝໍທັນທີ ເພື່ອປ້ອງກັນຄວາມຮຸນແຮງຂອງພະຍາດ.

ຂໍ້ມູນຈາກ:ສຸຂະພາບມາກ່ອນ