ຫຼວງພະບາງ ຈະສູ້ຊົນດຶງດູດການລົງທຶນພາກເອກະຊົນໃຫ້ໄດ້ຫຼາຍກວ່າ 2.657 ຕື້ກີບ

16

ປີ 2024 ແຂວງຫຼວງພະບາງ ໄດ້ວາງຄາດໝາຍສູ້ຊົນດ້ານການລົງທຶນຂອງລັດ 87,3 ຕື້ກວ່າກີບ ແລະ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 2.657 ຕື້ກວ່າກີບ ກວມ 70% ຂອງທຶນທັງໝົດ.

ອີງຕາມແຜນພັດທະນາເສດຖະກິດ – ສັງຄົມ ປີ 2024 ຂອງແຂວງຫຼວງພະບາງ ໃຫ້ຮູ້ວ່າ: ແຜນການລົງທຶນໃນປີ 2024 ຫຼວງພະບາງ ໄດ້ວາງຄາດໝາຍ ແລະ ຕົວຊີ້ບອກສູ້ຊົນລະດົມແຫຼ່ງທຶນ ເພື່ອການພັດທະນາໃຫ້ໄດ້ປະມານ 3.796 ຕື້ ກວ່າກີບ ເທົ່າກັບ 22% ຂອງ GDP; ໃນນັ້ນການລົງທຶນຂອງລັດ 87,3 ຕື້ກວ່າກີບ ກວມ 2,30%, ການຊ່ວຍເຫຼືອທາງການພັດທະນາ 265,7 ຕື້ກີບ ກວມ 7%, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 2.657 ຕື້ກວ່າກີບ ກວມ 70% ແລະ ສິນເຊື່ອຈາກທະນາຄານ 785,8 ຕື້ກີບ ກວມ 20,70% ຂອງທຶນທັງໝົດ.

ສະເພາະການລົງທຶນຂອງພາກເອກະຊົນ ແມ່ນເລັ່ງໃສ່ຂະແໜງການບຸລິມະສິດຕາມທີ່ກໍານົດໄວ້ໃນກົດໝາຍສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ ລົງວັນທີ 17 ພະຈິກ 2016, ບັນດາໂຄງການຕ້ອງເປັນຫົວຈັກໃຫ້ແກ່ການພັດທະນາເສດຖະກິດຂອງ ແຂວງ, ເປັນການລົງທຶນທີ່ມີຄຸນນະພາບ, ເປັນການລົງທຶນທີ່ຖ່າຍທອດເຕັກໂນໂລຊີ, ນະວັດຕະກຳໃໝ່ ຕິດພັນກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນການລົງທຶນເພື່ອຜະລິດເປັນສິນຄ້າຈຳເປັນຕໍ່ການບໍລິໂພກ ຫຼຸດຜ່ອນການເອື່ອຍອີງການນຳເຂົ້າ ແລະ ສາມາດສ້າງວຽກເຮັດງານທຳໃຫ້ກັບປະຊາຊົນເປັນຈຳນວນຫຼາຍ ເຊັ່ນ: ໂຄງການເພື່ອຄໍ້າປະກັນສະບຽງອາຫານ ແລະ ສົ່ງເສີມການຜະລິດໃຫ້ເປັນສິນຄ້າຕາມມາດຕະຖານກະສິກຳສະອາດ, ສົ່ງເສີມການປູກ – ການລ້ຽງຕິດພັນກັບການປຸງແຕ່ງ ເພື່ອສ້າງຕ່ອງໂສ້ ມູນຄ່າເພີ່ມການຜະລິດສິນຄ້າໃຫ້ມີຄຸນນະພາບ ແລະ ມີຄວາມຫຼາກຫຼາຍ, ອຸດສາຫະກຳປຸງແຕ່ງອາຫານ, ອຸດສາຫະກຳຜະລິດເຄື່ອງອຸປະໂພກ – ບໍລິໂພກ, ການພັດທະນາອຸດສາຫະກຳການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ແລະ ຕິດພັນກັບການອະນຸລັກຮັກສາຮີດຄອງປະເພນີເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ.

ຊຸກຍູ້ສົ່ງເສີມການລົງທຶນໃນຂົງເຂດພະລັງງານສະອາດ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໃນເຂດທີ່ມີການສໍາຫຼວດ – ຈັດສັນ, ລົງທຶນໃສ່ຂົງເຂດການບໍລິການ – ການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສົ່ງເສີມການລົງທຶນໃສ່ຂົງເຂດການບໍລິການທາງຜ່ານໂລຈິດສະຕິກ ( LOGISTIC ) ເປັນຕົ້ນທາງດ່ວນຄູ່ຂະໜານກັບທາງເລກທີ 13 ເໜືອ ເພື່ອເຊື່ອມໂຍງ – ເຊື່ອມຈອດລະ ຫວ່າງແຂວງ, ປະເທດ ແລະ ພາກພື້ນ.
ນອກຈາກນັ້ນ, ກໍໃຫ້ເອົາໃຈໃສ່ດຶງດູດການລົງທຶນໂຄງການຂະໜາດນ້ອຍ ແລະ ກາງ, ບັນດາໂຄງການທີ່ໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝທີ່ຈຳເປັນ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງຕົນ.