ທຄຕລ ມີກຳໄລເພີ່ມຂຶ້ນ 15,7% ຕົກລົງຈ່າຍເງິນປັນຜົນ 300 ກີບຕໍ່ຮຸ້ນ

46

ປີ 2023 ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ບັນລຸກຳໄລຫຼັງຫັກອາກອນ 231,4 ຕື້ ກວ່າກີບ ລື່ນແຜນການ 15,70%; ພ້ອມຕົກລົງຈ່າຍເງິນປັນຜົນໃຫ້ຜູ້ຖືຮຸ້ນໃນອັດຕາ 300 ກີບຕໍ່ຮຸ້ນ.
ທຄຕລ ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2023 ຂຶ້ນໃນວັນທີ 29 ເມສາ 2024 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ທັງເປັນປະທານສະພາບໍລິຫານ ທຄຕລ ພ້ອມດ້ວຍສະມາຊິກສະພາບໍລິຫານ ໂດຍມີບັນດາຜູ້ຖືຮຸ້ນ ທຄຕລ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເປັນຈຳນວນຫຼາຍ.

ກອງປະຊຸມໄດ້ພິຈາລະນາ ແລະ ມີມະຕິຮັບຮອງເອົາບັນຫາສຳຄັນໆຫຼາຍບັນຫາ ເຊັ່ນ: ຮັບຮອງເອົາບົດບັນທຶກກອງປະຊຸມຜູ້ຖືຮຸ້ນຄັ້ງຜ່ານມາ; ຮັບຮອງບົດລາຍງານຜົນການດໍາເນີນງານ ແລະ ເອກະສານລາຍງານການເງິນຂອງ ທຄຕລ ປະຈຳປີ 2023 ເຊິ່ງອັນທີ່ພົ້ນເດັ່ນ ທຄຕລ ໄດ້ມີການພັດທະນາເຄື່ອງມື ແລະ ຜະລິດຕະພັນຫຼາຍໆດ້ານ ເຊັ່ນ: ເປີດນໍາໃຊ້ລະບົບການອະນຸມັດສິນເຊື່ອ LOS; ພັດທະນາຟັງຊັນຕ່າງໆໃນແອັບ BCEL One ຄື: TipMe, OneX, ໂອນເງິນຢວນໄປ WeChat, OneCash Wallet ສໍາລັບນັກທ່ອງທ່ຽວຕ່າງປະເທດ, Consumer Loan, ຄິວອອນລາຍ, ການຈອງພັນທະບັດ ທຫລ ແລະ Currency Exchange ( ຕະຫຼາດແລກປ່ຽນ ); ພັດທະນາ EzyKip App ສໍາລັບນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວ ສປປ ລາວ ແລະ ອື່ນໆ.


ທຄຕລ ຍັງໄດ້ເປີດໜ່ວຍບໍລິການ 2 ແຫ່ງ ຄື: ໜ່ວຍບໍລິການຊາຍແດນລາວບາວ ແລະ ໜ່ວຍບໍລິການສາມຫຼ່ຽມຄຳ. ນອກຈາກນີ້, ກໍໄດ້ມີການຮ່ວມມືທາງດ້ານທຸລະກິດກັບພາກສ່ວນຕ່າງໆທີ່ສໍາຄັນ ເຊັ່ນ: ຮ່ວມມືກັບບໍລິສັດ Tencent ຂອງ ສປ ຈີນ ໃນໂຄງການໂອນເງິນໄປຈີນ ຜ່ານ BCEL One ຫາ We-Chat; ຮ່ວມມືກັບ KEB Hana Bank ສ.ເກົາຫຼີ ໃນໂຄງການຊຳລະຜ່ານລະບົບ GLN ສະແກນ QR Code ຜ່ານ BCELOnePay ແລະ ເປີດໂຕການໃຫ້ບໍລິການໂອນເງິນຂ້າມແດນລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ( BCEL ແລະ GLN International ); ຮ່ວມມືກັບບໍລິສັດລົດໄຟ ລາວ – ຈີນ ຈໍາກັດ ໃນການຂາຍປີ້ລົດໄຟອອນລາຍຜ່ານແອັບ LCR ຊຳລະຜ່ານ BCEL One ແລະ ຮ່ວມມືກັບບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ( ລາວ ) ຈໍາກັດ ໃນການຊື້ປະກັນໄພຜ່ານ BCEL One ໃນດ້ານຜົນດຳເນີນທຸລະກິດ.
ໃນປີ 2023 ທຄຕລ ບັນລຸກຳໄລຫຼັງຫັກອາກອນຈໍານວນ 231,4 ຕື້ກວ່າກີບ, ທຽບໃສ່ແຜນການປີ 2023 ປະຕິບັດໄດ້ 115,70%;

ຮັບຮອງເອົາການຈັດສັນກຳໄລປີ 2023 ເຂົ້າຄັງຕ່າງໆຕາມລະບຽບການ ແລະ ການຈ່າຍເງິນປັນຜົນໃຫ້ຜູ້ຖືຮຸ້ນໃນອັດຕາ 300 ກີບຕໍ່ຮຸ້ນ ເຊິ່ງກຳນົດການຈ່າຍເງິນປັນຜົນໃນວັນທີ 14 ພຶດສະພາ 2024;
ຮັບຮອງເອົາແຜນການປີ 2024 ເຊິ່ງກຳນົດເປົ້າໝາຍກຳໄລສຸດທິ ( ຫຼັງຫັກອາກອນ ) ບໍ່ຫຼຸດ 300 ຕື້ກີບ ເພີ່ມຂຶ້ນ 29,64% ທຽບໃສ່ຕົວເລກທີ່ປະຕິບັດໄດ້ໃນປີ 2023;
ຮັບຮອງເອົາ ບໍລິສັດ EY ເປັນຜູ້ກວດສອບອິດສະຫຼະ ເພື່ອດໍາເນີນການກວດສອບເອກະສານລາຍງານການເງິນ ປະຈໍາປີ 2024; ຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາບໍລິຫານ ທຄຕລ ເພື່ອປ່ຽນແທນສະມາຊິກທີ່ຄົບວາລະ; ຮັບຮອງເອົາການປ່ຽນແປງມູນຄ່າກໍານົດຮຸ້ນ ທຄຕລ ແລະ ຮັບຮອງເອົາການປັບປຸງກົດລະບຽບຂອງ ທຄຕລ.