ຂົ້ວເຫັດອໍລິຈິ ໃສ່ນໍ້າມັນຫອຍ

31

ເຫັດອໍລິຈິ ເປັນເຫັດທີ່ນໍາເຂົ້າມາຈາກ ສປ ຈີນ ເຊິ່ງສາມາດເຮັດກິນໄດ້ຫຼາຍເມນູ ຂົ້ວ, ແກງໃສ່ໜໍ່ໄມ້, ປີ້ງຈີນ, ຍໍາຈີນ… ມື້ນີ້ຄໍລຳອາຫານ ຈະພາທ່ານມາເຮັດຂົ້ວໃສ່ນໍ້າມັນຫອຍ ຫຼື ຊັອດຫອຍ ກິນກັບເຂົ້າຈ້າວຮ້ອນໆ.

ไม่มีคำอธิบายรูปภาพ

▶ວັດຖຸດິບ: ເຫັດອໍລິຈິ, ນໍ້າມັນຫອຍ, ໝາກເຜັດດິບ, ແປ້ງນົວ, ນໍ້າຕານ ( ຖ້າບໍ່ມັກບໍ່ໃສ່ກໍໄດ້ ), ຫົວຜັກທຽມ, ແປ້ງນົວ, ຄະນໍ, ນໍ້າມັນພືດ, ຫອມບົ່ວ, ຫອມປ້ອມ ( ລ້າງຜັກທຸກຊະນິດໃຫ້ສະອາດ ).

อาจเป็นรูปภาพของ เห็ดหอม และ พาสต้า

▶ ວິທີເຮັດ: ຊອຍເຫັດອໍລິຈິ, ທຸບຫົວຜັກທຽມ, ຊອຍ ຫຼື ທຸບໝາກເຜັດ, ຈາກນັ້ນກໍຄ້າງໝໍ້ຂຶ້ນແລ້ວເອົານໍ້າມັນພືດໃສ່ປະມານ 2 – 3 ບ່ວງແກງ ແລ້ວນຳຫົວຜັກທຽມ ແລະ ໝາກເຜັດທີ່ກຽມໄວ້ນັ້ນລົງໄປຂົ້ວໃຫ້ຫອມ ແລ້ວເອົາເຫັດທີ່ຊອຍໄວ້ລົງໄປຂົ້ວ ຄົນໃຫ້ເຫັດຍຸບແລ້ວປຸງລົດຊາດດ້ວຍນໍ້າມັນຫອຍ, ແປ້ງນົວ, ຄະນໍ ປິດຝາໝໍ້ໄວ້ກະວ່າເຫັດສຸກແລ້ວໃຫ້ຊີມເບິ່ງລົດຊາດອີກຄັ້ງ ( ຖ້າບໍ່ພໍດີໃຫ້ປຸງຕາມລົດຊາດທີ່ມັກ ). ຈາກນັ້ນກໍຊອຍຫອມລົງ ພ້ອມປິດໄຟ ເປັນອັນວ່າພ້ອມເສີບໄດ້.