ມາໆໜຸ່ມໆສາວໆ ຝັນຢາກເປັນຊາຍແບບ – ນາງແບບແຖວໜ້າຫ້າມພາດ!

16

ເປີດໂອກາດແລ້ວໜຸ່ມສາວຄົນໃດທີ່ມີຄວາມມັກຮັກ ແລະ ຢາກຈະກ້າວເຂົ້າສູ່ວົງການບັນເທີງ ເປັນຊາຍແບບ – ນາງແບບທີ່ເຊີດສາຍໃນເວທີສາກົນຫ້າມພາດ ເພາະຕອນນີ້ເວທີ FACE OF LAOS 2024 ເປີດໂອກາດໃຫ້ແລ້ວ ເຊິ່ງເປີດຮັບ MODEL CASTING ເປີດຮັບສະໝັກຢ່າງເປັນທາງການແລ້ວກັບການຄັດເລືອກນາງແບບ – ຊາຍແບບ ທີ່ຈະນໍາຄວາມເປັນລາວສາຍສະພາຍລາວສູ່ເວທີສາກົນນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความพูดว่า "Siewyee Chanphaghone.Luangkcaokoumpon Chanphaphone Luangkcokaumpon FACE OF LAOS FACEOFLAOS2023 2023 2024 2024Asia 2024AsiaModelFestival Asia Model Festival FACE of LAOS โถงภามปะทอด มางแบบ-มายแบบลาว มาแบบ FACE OF LAOS 2024 เพื่อเป้มตัวแทบปะเทด สู่เอทิ FACE OF ASIA 2024 ปะเทดเท็าบาลีใต้ ปะเทด Ttally ( Anique Coming Soon รรมโตใช้พ้วม กับรอบ ถัดเลือภ (audition) กระโดใช้เ้อวับวัลดเ ไวไวบี๊!"

ມາໆໝຸ່ມ – ສາວໆຄົນໃດທີ່ມີຄວາມຝັນ ກຽມຕົວໃຫ້ພ້ອມ ກັບໂຄງການປະກວດນາງແບບ – ຊາຍແບບ FACE OF LAOS 2024 ເພື່ອເປັນຕົວແທນປະເທດລາວ ສູ່ເວທີ 2024 Asia Model Festival – FACE of ASIA ທີ່ປະເທດສ.ເກົາຫຼີ ບອກເລີຍປີນີ້ພາດບໍ່ໄດ້ເດີ ໂອກາດມາເຖິງແລ້ວ.

ເປີດຮັບສະໝັກຢ່າງເປັນທາງການແລ້ວ ກັບການຄັດເລືອກ ນາງແບບ – ຊາຍແບບ ໂດຍມີເງື່ອນໄຂຂອງຜູ້ເຂົ້າປະກວດດັ່ງນີ້: ຜູ້ທີ່ມີອາຍຸ   18 – 28 ປີ, ຜູ້ທີ່ເປັນເພດຊາຍ – ເພດຍິງ ໂດຍກຳເນີດ, ຜູ້ທີ່ຖືສັນຊາດລາວ, ຊາຍແບບ ສູງ 175 ຊັງຕີຂຶ້ນໄປ ແລະ ນາງແບບ ສູງ 165 ຊັງຕີຂຶ້ນໄປ ສາວໆ ແລະ ໜຸ່ມໆທີ່ກົງຕາມເງື່ອນໄຂສາມາດສະໝັກໄດ້ເລີຍຢ່າປ່ອຍໂອກາດໃຫ້ຫຼຸດມືເດີ.

อาจเป็นรูปภาพของ 3 คน และ ข้อความพูดว่า "2023 usia WA Model Awards Asia Modei"

ເພື່ອເຂົ້າສູ່ຮອບຄັດເລືອກແບບຕົວຕໍ່ຕົວ ໃນວັນທີ 2 ມິຖຸນາ 2024 ກັບກຳມະການຜູ້ມາກດ້ວຍປະສົບການຂອງວົງການບັນເທີງລາວ ແລະ ຈະມີພຽງ 20 ຄົນເທົ່ານັ້ນ    ( ຍິງ 10, ຊາຍ 10 ) ທີ່ຈະມີໂອກາດກ້າວເຂົ້າສູ່ການແຂ່ງຂັນຢ່າງດຸເດືອດຂອງປີນີ້ ຢ່າລືມມາສະໝັກກັນຫຼາຍໆເດີ ໂອກາດທີ່ຈະໄດ້ເປັນຕົວແທນປະເທດລາວໃນເວທີສາກົນອາດເປັນຂອງທ່ານ.

ໝາຍເຫດ: ຜູ້ເຂົ້າຮ່ວມຄັດເລືອກ ຕ້ອງຍື່ນໃບສະໝັກກ່ອນວັນທີ 2 ມິຖຸນາ 2024 ເທົ່ານັ້ນ. ສາມາດຕິດຕໍ່ສອບຖາມຂໍ້ມູນການສະໝັກໄດ້ທີ່: WhatsApp: 020 51916464 ຫຼື Inbox ເຂົ້າມາທາງເພຈ FACE OF LAOS ໄດ້ເລີຍ!.

ຂ່າວບັນເທີງເອງຂໍຝາກອີກໜຶ່ງເວທີນີ້ທີ່ຈະໄດ້ໃຫ້ໄວໜຸ່ມໄດ້ສະແດງຄວາມສາມາດ ແລະ ເປັນກະບອກສຽງຂອງການເຜີຍແຜ່ຄວາມເປັນລາວສູ່ສາຍຕາສາກົນອີກໜຶ່ງເວທີເດີ ແລະ ຍໍ້າອີກຄັ້ງຢ່າລືມສະໝັກກັນຫຼາຍໆເດີ ເພື່ອຈະໄດ້ເປັນ FACE OF LAOS 2024 ຄົນຕໍ່ໄປ.