ໂດດເດັ່ນມີເອກະລັກ ຮູ້ຈັກເລິກຂຶ້ນຫ້ອງເສື້ອ “ ກອນກຶມມຸ ”

196

ຂ່າວບັນເທີງ ມື້ນີ້ຂໍນໍາສະເໜີບົດສໍາພາດສຸດພິເສດ ເຊື່ອວ່າຫຼາຍຄົນໄດ້ເຫັນຜົນງານຜ່ານຕາ ແລະ ຮູ້ຈັກກັນດີເຖິງຜົນງານຄຸນນະພາບ ທີ່ມີຄວາມໂດດເດັ່ນເປັນເອກະລັກ ແລະ ໜ້າຊົມເຊີຍເປັນທີ່ສຸດ ສໍາລັບຫ້ອງເສື້ອດັ່ງກ່າວ ພາຮູ້ຈັກ ໝອນ ໄຊຍະວົງ ເຈົ້າຂອງຫ້ອງເສື້ອກອນກຶມມຸ ເຊິ່ງເປັນຫ້ອງເສື້ອທີ່ຮັກສາໄດ້ຄວາມງົດງາມວັດທະນະທໍາການນຸ່ງຖືຂອງເຜົ່າກຶມມຸໄດ້ດີທີ່ສຸດ.

อาจเป็นรูปภาพของ 4 คน และ เสื้อผ้าลายบาติก

ໝອນ ໄຊຍະວົງ ເຈົ້າຂອງຫ້ອງເສື້ອ ກອນກຶມມຸ ໄດ້ໃຫ້ສໍາພາດຕໍ່ກັບຂ່າວບັນເທີງວ່າ: ຈຸດເລີ່ມຕົ້ນຫ້ອງເສື້ອກອນກຶມມຸ “ ແມ່ນເກີດຈາກຄວາມມັກຮັກ ແລະ ຫຼົງໄຫຼວັດທະນະທຳລວມທັງລາຍຜ້າຂອງເຜົ່າກຶມມຸ ( ເພາະເປັນເຜົ່າເຮົາເອງ ) ແລະ ມີຄວາມມັກຮັກມາແຕ່ຍັງນ້ອຍ ອີກຢ່າງກໍມີຄວາມໃຝ່ຝັນວ່າຢາກຮັກສາ ແລະ ເຜີຍແຜ່ວັດທະນະທຳອັນດີງາມຂອງຊົນເຜົ່າກຶມມຸ ເພື່ອເປີດກວ້າງໃຫ້ສູ່ສາຍຕາຂອງມວນຊົນ ແລະ ຊາວຕ່າງຊາດໄດ້ຮັບຮູ້ ດັ່ງນັ້ນ, ມາຮອດປີ 2019 ເປັນຈຸດເລີ່ມຕົ້ນຂອງການສ້າງເປັນຫ້ອງເສື້ອກອນກຶມມຸ ໂດຍເຮົາເປີດມີທັງໜ້າຮ້ານ ແລະ ອອນລາຍ ຈົນມາຮອດປັດຈຸບັນນີ້.

อาจเป็นรูปภาพของ 9 คน และ ข้อความ

ສໍາລັບແຮງບັນດານໃຈ ແມ່ນຢາກເປີດກວ້າງທາງດ້ານການນຸ່ງຖື ເພາະສ່ວນຫຼາຍເວລາອອກງານ ຫຼື ງານຕ່າງໆຈະເຫັນຊຸດຊົນເຜົ່າກຶມມຸເຮົາສ່ວນໜ້ອຍ ເລີຍຢາກເຮັດໃຫ້ມີຊຸດກຶມມຸຢູ່ທຸກໆງານ ເລີຍມີແຮງບັນດານໃຈໃນການອອກແບບຊຸດໂດຍນຳຜ້າກຶມມຸລາຍດັ້ງເດີມ ມາປະສົມປະສານໃຫ້ອອກມາໃສ່ໃຫ້ເຂົ້າກັບຫຼາຍງານ ແລະ ຫຼາຍສະຖານທີ່.

อาจเป็นรูปภาพของ 2 คน และ ข้อความ

ຄວາມແຕກຕ່າງພິເສດຂອງຫ້ອງເສື້ອກອນກຶມມຸ ແມ່ນຫ້ອງເສື້ອກອນກຶມມຸ ຈະອອກແບບທີ່ແຕກຕ່າງ ແລະ ມີຄວາມໂດດເດັ່ນໃນຕົວ ເພາະທຸກຊຸດບໍ່ວ່າຈະເປັນຊຸດປະຍຸກ ຫຼື ດັ້ງເດີມເຮົາຍັງຮັກສາລາຍຜ້າຂອງກຶມມຸໄວ້ ( ແບບເວລາເຫັນບໍ່ຕ້ອງຖາມແຕ່ຮູ້ເລີຍເປັນເຜົ່າກຶມມຸ ນັ້ນເອງ ).

อาจเป็นรูปภาพของ 7 คน และ ข้อความ

ໝອນເອງໃນນາມເຈົ້າຂອງຫ້ອງເສື້ອ ເຮົາມີແຜນໃນອະນາຄົດຄືເຮົາຈະນຳເອົາວັດທະນະທຳການນຸ່ງຖືສູ່ສາຍຕາສາກົນໄດ້ຄືຈະພາຍາຍາມໃຫ້ຫ້ອງເສື້ອກອນກຶມມຸ ໄດ້ນຳເອົາຊຸດຂຶ້ນຫຼາຍເວທີ ເພື່ອຍົກລະດັບຂຶ້ນໃຫ້ສື່ມວນຊົນສົນໃຈລວມໄປເຖິງຊາວຕ່າງຊາດ.

อาจเป็นรูปภาพของ 10 คน และ ข้อความ

ສ່ວນຜົນງານຜ່ານມາຂອງຫ້ອງເສື້ອກອນກຶມມຸ ໃນວົງການບັນເທີງມີຫຼາກຫຼາຍເລີຍຄື ປີທໍາອິດເປັນສະປອນເຊີເວທີ Junoir idol world Laos ແລະ ຕໍ່ມາໄດ້ເປັນສະປອນເຊີເວທີອັນຊົງກຽດ ເຊັ່ນ: Miss Laos ແລະ ເປັນສະປອນເຊີເວທີໃຫຍ່ລະດັບປະເທດ Miss grand Laos ແລະ ສິ່ງທີ່ພູມໃຈທີ່ສຸດຄືໄດ້ຮັບໂອກາດເຮັດຊຸດປະຈຳຊາດໃຫ້ ນ້ອງຕຸກຕາ Miss grand Laos ເພື່ອໃສ່ໄປແຂ່ງຂັນຢູ່ປະເທດຫວຽດນາມ ແລະ ອີກຫຼາຍໆງານໃນວົງການ.

อาจเป็นรูปภาพของ 3 คน และ ข้อความ

ສຸດທ້າຍນີ້, ຝາກຊ່ອງທາງຕິດຕາມຫ້ອງເສື້ອກອນກຶມມຸໄດ້ ຮ້ານຫ້ອງເສື້ອກອນກຶມມຸ ຕັ້ງຢູ່ບ້ານນາບຽນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ຝາກຕິດຕາມເພຈຫ້ອງເສື້ອກຶມມຸ, Tiktok ຫ້ອງເສື້ອກອນກຶມມຸ ສໍາລັບທ່ານໃດທີ່ສົນໃຈມັກ ແລະ ຫຼົງໄຫຼໃນວັດທະນະທໍາລາຍຜ້າຂອງກຶມມຸລາວ ກໍສາມາດເຂົ້າໄປຕິດຕາມຮັບຊົມຕາມຊ່ອງທາງດັ່ງກ່າວໄດ້ເລີຍເດີ.