ສະແດງຄວາມຍິນດີ ກັບ ທ້າວ ອານຸພາບ ລາດຊະວົງ ຈາກ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ຈາກນະຄອນຫຼວງວຽງຈັນ ຄວ້າອັນດັບ 1 ການແຂ່ງຂັນນັກຮຽນເກັ່ງ ລະດັບຊາດ ປະຈໍາສົກຮຽນ 2023 – 2024 ຊັ້ນ ມ 7 ວິຊາ ເຄມີສາດໄປຄອງ ດ້ວຍຄະແນນ 9,90.
ທ້າວ ອານຸພາບ ໃຫ້ສໍາພາດວ່າ “ຕົນເອງ ມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ທີ 1 ລະດັບຊາດໃນວິຊາ ເຄມີສາດດ້ວຍຄະແນນ 9,90. ກ່ອນທີ່ຈະເລີ່ມເສັງລະດັບຊາດ ນ້ອງເອງກໍ່ມີຄວາມກັງວົນໃຈຂ້ອນຂ້າງຫຼາຍ ວ່າຜົນທີ່ໄດ້ຊິອອກມາເປັນແນວໃດ ແຕ່ກໍຢ້ຳກັບຕົນເອງຊ້ຳໆໃນເລື່ອງຄວາມຜິດຫວັງວ່າ ເຖິງເຮົາຈະໄດ້ລາງວັນຊົມເຊີຍກໍຕ້ອງກ້າວຕໍ່ໄປ ,ທີ 3 ກໍຕ້ອງເດີນໜ້າຄືເກົ່າ, ທີ 2 ກະຍັງຄົງຕ້ອງກ້າວໜ້າຕໍ່ໄປ ແລະ ທີ 1 ກໍຍັງຕ້ອງພັດທະນາຕໍ່ໆໄປອີກຄືເກົ່າ ບໍ່ວ່າຜົນທີ່ໄດ້ຈະເປັນຫຍັງ ເຮົາກໍຕ້ອງຮູ້ ທີ່ຈະໃຊ້ຊີວິດກັບມັນ ແລະ ພັດທະນາຕົນເອງໃຫ້ດີກວ່າຕົນເອງໃນມື້ວານຢູ່ດີ. ເມື່ອຮູ້ຜົນ ຕົນເອງເປັນຜູ້ຊະນະເລີດ ກໍ່ປານຍົກພູອອກຈາກເອິກ ແລະ ຄາຍທຸກຄວາມກັງວົນອອກຈາກຕົວ.
ສໍາລັບໃນການຮຽນ ອານຸພາບ ກ່າວວ່າ: ກ່ອນຈະເວົ້າເຖິງເຄັດລັບການຮຽນ ນ້ອງຂໍເວົ້າເຖິງບັນຫາທີ່ນ້ອງພົບເຫັນໃນການຮຽນ ແລະ ເຄັດລັບໃນການຜ່ານບັນຫາເຫຼົ່ານັ້ນ ຄືບັນຫາທີ່ນ້ອງພົບສ່ວນຫຼາຍ ແມ່ນບໍ່ມີໄຟໃນການຮຽນ ເຖິງວ່າຊິຮູ້ໂຕຊັດເຈນວ່າ ເຮົາຕ້ອງຮຽນແຕ່ມັນຂີ້ຄ້ານເກີນໄປ ເຊິ່ງການແກ້ບັນຫາໃນຈຸດນີ້ຂອງນ້ອງ ແມ່ນການບໍ່ຄິດຫຍັງ ແລະ ລົງມືຮຽນພຽງແຕ່ໜ້ອຍດຽວ ເພື່ອໃຫ້ເກີດການອາການໄຫຼ ເຊິ່ງເຮັດໃຫ້ເຮົາມີແຮງບັນດານໃຈໃນການຮຽນ ຈາກການລົງມືຮຽນພຽງໜ້ອຍດຽວ. ອີກເຄັດລັບ ຄືການເອົາສິ່ງລົບກວນຈິດໃຈອອກຈາກບ່ອນທີ່ເຮົາຮຽນ ຢ່າງທຳອິດເຮົາຕ້ອງຮູ້ກ່ອນວ່າສິ່ງລົບກວນການຮຽນເຮົາແມ່ນຫຍັງ? ຖ້າເປັນໂທລະສັບກໍເອົາໂທລະສັບອອກຈາກຫ້ອງທີ່ເຮົາຮຽນ ໄປໄວ້ບ່ອນໄກໆ ຈົນເຮົາຂີ້ຄ້ານລຸກໄປເອົາໂທລະສັບ. ດັ່ງນັ້ນ, ເຮົາຈຶ່ງມີສະມາທິຕໍ່ການຮຽນຫຼາຍຂຶ້ນ ແລະ ເຄັດລັບສຸດທ້າຍທີ່ຢາກຈະເວົ້າແມ່ນການຮຽນຊ້ຳໆ ໝາຍຄວາມວ່າເປັນການເຝິກແກ້ໂຈດ ທີ່ມີວິທີແກ້ຄ້າຍຄືກັນຫຼາຍໆເທື່ອ ຫຼາຍໆມື້ ການເຮັດແບບນີ້ຈະປ່ຽນຄວາມຈຳໄລຍະສັ້ນ ໄປເປັນຄວາມຈຳໄລຍະຍາວ ເຮັດໃຫ້ເຮົາສາມາດເກັບກຳບົດຮຽນໃໝ່ ແລະ ຍັງບໍ່ລືມບົດຮຽນເກົ່າເຊັ່ນ: ພາຍຫຼັງຈາກອາຈານເຄມີ ເຊົາສອນແລ້ວ ນ້ອງກໍຊິຫາໂຈດທີ່ມີຄວາມຄ້າຍກັບໂຕທີ່ອາຈານສອນມາແກ້ຫຼິ້ນ ແລະ ສຶກສາວິທີແກ້ຂອງມັນ, ເຮັດແບບນີ້ຊໍ້າໄປຊໍ້າມາ ຈົນສາມາດຈື່ບົດຮຽນໄດ້ທຸກບົດທີ່ອາຈານສອນມາ.
ເຫດຜົນທີ່ນ້ອງມັກວິຊານີ້ຍ້ອນວ່າວິຊາເຄມີສາດ ປະກອບມີ ເຄມີອົງຄະທາດ, ເຄມີອະນົງຄະທາດ, ເຄມີຊີວະ, ເຄມີວິເຄາະ, ເຄມີຟີຊິກ ແລະ ເຄມີໄຟຟ້າ ແລະ ອື່ນໆ ເຊິ່ງແຕ່ລະຂະແໜງໄດ້ມີສ່ວນກ່ຽວຂ້ອງກັບຊີວິດປະຈຳວັນຂອງເຮົາຫຼາຍ. ຕົວຢ່າງ: ອາຫານ, ເຄື່ອງສຳອາງ, ແນວດູແລຮ່າງກາຍ, ຖ່ານໄຟຟ້າ ກໍ່ໄດ້ນຳໃຊ້ຄວາມຮູ້ເຄມີເພື່ອປະດິດສ້າງຂຶ້ນມາ ຫຼື ການວິເຄາະຫາສານພິດໃນແຕ່ລະຜະລິດຕະພັນ ແລະ ວັດຖຸດິບທຳມະຊາດ. ນອກນີ້, ຄວາມຮູ້ຂອງເຄມີ ສາມາດລວມກັບວິຊາອື່ນໄດ້ດີນຳເຊັ່ນ: ເຄມີ ກັບ ຟີຊິກ ໃນການສ້າງໂຮງໄຟຟ້ານິວເຄຣຍ ຫຼື ເຄມີ ກັບ ຊີວະໃນການສຶກສາສານເຄມີໃນສະໝອງ (ເຊັ່ນ: Dopamine, Serotonin) ເຊິ່ງເປັນປັດໄຈຕໍ່ອາລົມ ແລະ ຮ່າງກາຍ ແລະ ນີ້ກໍເປັນສ່ວນໜຶ່ງ ທີ່ວິຊາ ເຄມີສາມາດໃຫ້ເຮົາໄດ້. ດັ່ງນັ້ນ, ນ້ອງຈຶ່ງຄິດວ່າວິຊານີ້ເປັນໜຶ່ງໃນວິຊາທີ່ມີຄວາມສຳຄັນຫຼາຍໃນຊີວິດຂອງພວກເຮົາເອງ.
ໃນອະນາຄົດນ້ອງຢາກເປັນ ນັກກາຍະພາບບຳບັດ ເພາະເປັນອາຊີບທີ່ມີຄວາມເທ້ທີ່ສຸດ ເປັນອາຊີບທີ່ສາມາດບອກໄດ້ວ່າຄົນໄຂ້ເຮັດຫຍັງມາກ່ອນຈຶ່ງມີອາການແນວນີ້ ແລະ ມັນສາມາດຮັກສາອາການບາດເຈັບບາງຢ່າງ ທີ່ເປັນຕາລຳຄານໃຫ້ອາການເບົາລົງ ແລະ ດີຂຶ້ນຢ່າງເຫັນໄດ້ຊັດເຈນ.
ໃນຕອນທ້າຍ ອານຸພາບກ່າວວ່າ: ກ່ອນຈະມາຮອດຈຸດນີ້ໄດ້ ນ້ອງຂໍຂອບໃຈແມ່, ຄອບຄົວ ແລະ ຍາດພີ່ນ້ອງທີ່ຄອຍໃຫ້ກຳລັງໃຈ ແລະ ຄວາມຮັກ , ຂໍຂອບໃຈອາຈານທຸກທ່ານທີ່ສິດສອນນ້ອງຈົນເກັ່ງກ້າສາມາດ ໂດຍສະເພາະອາຈານເຄມີຂອງນ້ອງເອງ ແລະ ສຸດທ້າຍຕ້ອງຂອບໃຈຕົວຂອງນ້ອງເອງທີ່ຢູ່ໃນອະດີດ ຜູ້ທີ່ອົດທົນພະຍາຍາມຢ່າງໜັກຈົນສາມາດ ເຮັດໃຫ້ຕົວນ້ອງໃນອະນາຄົດມີຊີວິດທີ່ດີຂຶ້ນອີກກ້າວ.