ຍິນດີກັບ ນ້ອງ ດາວພະສຸກ Miss Earth ແຂວງສະຫວັນນະເຂດ

22

ອີກໜຶ່ງເວທີທີ່ໄດ້ຮວບຮວມສາວງາມໄວ້ບໍ່ໜ້ອຍ ແລະ ຕອນນີ້ກໍໜ້າຕິດຕາມແບບສຸດໆ ຫຼາຍໆຄົນກໍລຸ້ນວ່າສາວງາມຕົວແທນຈາກແຕ່ລະແຂວງ ຈະແມ່ນໃຜ ແລະ ໃນທີ່ສຸດມື້ທີ່ຫຼາຍໆຄົນຄອຍຖ້າກໍມາເຖິງ ນັ້ນກໍຄືໄດ້ແລ້ວ ມີສເອີຣສ ແຂວງສະຫວັນນະເຂດ ຕົວແທນສາວງາມຈາກສະຫວັນນະເຂດ ທີ່ຈະໄດ້ຈັດໃຫ້ມີການປະກວດ ແລະ ເລືອກພຽງໜຶ່ງສາວງາມເທົ່ານັ້ນທີ່ຈະເປັນຕົວແທນສາຍສະພາຍລາວສູ່ເວທີສາກົນນັ້ນເອງ.

ຕົວແທນຈາກແຂວງສະຫວັນນະເຂດດິນແດນໄດໂນເສົາຂອງເຮົາ ນັ້ນກໍຄື ນ້ອງ ດາວພະສຸກ ຈັນທະລະນົງ ເຊິ່ງໄດ້ຈັດພິທີແຕ່ງຕັ້ງ Miss Earth ສະຫວັນນະເຂດ 2024 ຢ່າງເປັນທາງການ ຕ້ອງຂໍສະແດງຄວາມຍິນດີດ້ວຍ ໂດຍພິທີດັ່ງກ່າວມີຂຶ້ນໃນຕອນບ່າຍຂອງວັນທີ 29 ເມສາ 2024 ແລະ ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ໂຮງແຮມ ລາວເທວ ດ້ວຍບັນຍາກາດທີ່ອົບອຸ່ນສຸດໆ.

ໃນພິທີແຕ່ງຕັ້ງດັ່ງກ່າວນັ້ນກໍພ້ອມຄ້ວຍຄະນະປະທານ ຄະນະບໍລິຫານກອງປະກວດ ເຊິ່ງນຳໂດຍ ທ່ານ ນາງ ວົງຈັນ ບົວແພງ ປະທານກອງປະກວດ Miss Earth Laos 2024, ທ່ານ ເຕ້ ຄູນ ຄຳພະຈັນ ຜູ້ອຳນວຍການກອງປະກວດ Miss Earth Laos 2024 ແລະ ທີ່ຂາດບໍ່ໄດ້ເລີຍງານນີ້ກໍຄືດີໄຊເນີຕົວພໍ່ຂອງເມືອງລາວ ນັ້ນກໍຄື ທ່ານ ຄຳເພົ້າ ບົວພັນ ຄະນະທີ່ປຶກສາກິດຕິມະສັກປະຈຳກອງປະກວດ Miss Earth Laos ເຈົ້າຂອງຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ແລະ ທ່ານ ນາງ ມະໄລທອງ ສິລິສັກ ຄະນະທີ່ປຶກສາກິດຕິມະສັກ ປະຈຳກອງປະກວດ Miss Earth Laos 2024.

ງານນີ້ຍັງພ້ອມດ້ວຍຄະນະຜູ້ຊົງຄຸນວຸດທິຈາກໂຮງແຮມລາວເທວເຂົ້າຮ່ວມ ພ້ອມດ້ວຍອ້າຍນ້ອງສື່ມວນຊົນ ເຂົ້າຮ່ວມເປັນສັກຂີພິຍານ ໃນການຈັດພິທີແຕ່ງຕັ້ງຄັ້ງນີ້ Miss Earth ແຂວງສະຫວັນນະເຂດ ຜູ້ໄດ້ຮັບຕຳແໜ່ງແມ່ນ ນ້ອງ ດາວພະສຸກ ຈັນທະລະນົງ ທີ່ຈະເປັນຕົວແທນສາຍສະພາຍປະຈຳແຂວງເຂົ້າຮ່ວມປະກວດ Miss Earth Laos 2024 ທີ່ຈະເລີ່ມປະກວດໃນໄວໆນີ້ ເປັນກຽດມອບມົງກຸດໂດຍ ທ່ານ ນາງ ວົງຈັນ ບົວແພງ ປະທານກອງປະກວດ Miss Earth Laos ແລະ ມອບສາຍສະພາຍໂດຍ ທ່ານ ນາງ ມະໄລທອງ ສິລິສັກ ທີ່ປຶກສາກິດຕິມະສັກ ກອງປະກວດ. ພ້ອມ ນີ້, ມອບຊໍ່ດອກໄມ້ໂດຍ ທ່ານ ຄຳເພົ້າ ບົວພັນ ທີ່ປຶກສາກິດຕິມະສັກກອງປະກວດ.

ທ້າຍນີ້ຂ່າວບັນເທີງເອງຝາກຕິດຕາມຜົນງານຂອງນ້ອງ ດາວພະສຸກ ທີ່ຈະເປັນຕົວແທນແຂວງສະຫວັນນະເຂດ ເພື່ອເຂົ້າຮ່ວມການປະກວດ Miss Earth Laos 2024 ໃນໄວໆນີ້.

ສາມາດຕິດຕາມການເຄື່ອນໄຫວຂອງກອງປະກວດໄດ້ທີ່ Miss Earth Laos ມີສເອີຣສລາວ.