ລະວັງພະຍາດລົມແດດ Heat Stroke ຍາມຮ້ອນ

42

ພະຍາດລົມແດດ ຫຼື Heat Stroke ເປັນພາວະທີ່ອຸນຫະພູມຮ່າງກາຍສູງເກີນ 40 ອົງສາ, ຮ່າງກາຍບໍ່ສາມາດລະບາຍຄວາມຮ້ອນອອກຈາກຮ່າງກາຍໄດ້ ແລະ ອາດເຖິງຂັ້ນເສຍຊີວິດໃນຜູ້ອາຍຸສູງ ພະຍາດນີ້ມັກເກີດຂຶ້ນຍາມຮ້ອນ.

อาจเป็นรูปภาพของ 1 คน และ แหล่งน้ำ

ຜູ້ທີ່ເປັນພະຍາດນີ້ຈະມີອາການຄື: ອຸນຫະພູມຮ່າງກາຍສູງ, ຫິວນໍ້າ, ບໍ່ມີເຫື່ອອອກ, ຫາຍໃຈແຮງ, ວິນຫົວ, ເຈັບຫົວ ແລະ ເປັນວິນ.

ເຄື່ອງດື່ມທີ່ກະຕຸ້ນໃຫ້ຂາດນ້ຳເຮົາຄວນຫຼີກລ່ຽງ ມີ: ນ້ຳອັດລົມ, ເຄື່ອງດື່ມຄາເຟອີນ, ເຄື່ອງດື່ມຊູກຳລັງ, ເຫຼົ້າ – ເບຍເປັນຕົ້ນ.

ພະຍາດນີ້ມີສາເຫດມາຈາກ: ຢູ່ກາງແຈ້ງເປັນເວລາດົນ, ຢູ່ໃນສະພາບແວດລ້ອມທີ່ຮ້ອນອົບເອົ້າ, ດື່ມນ້ຳບໍ່ພຽງພໍ, ສວມໃສ່ເສື້ອຜ້າໜາ, ລະບາຍອາກາດໄດ້ບໍ່ດີ.

อาจเป็นรูปภาพของ 1 คน และ ยา

ພະຍາດລົມແດດ ສາມາດປ້ອງກັນໄດ້ ຄື: ດື່ມນ້ຳໃຫ້ພຽງພໍຕໍ່ຮ່າງກາຍ, ບໍ່ຢູ່ກາງແຈ້ງດົນ, ສວມໃສ່ເສື້ອຜ້າສະບາຍ,  ຖ່າຍເທສະດວກ ຫຼີກລ່ຽງເຄື່ອງດື່ມທີ່ມີແອວກໍຮໍ ຫຼື ຄາເຟອີນ.

ຂໍ້ມູນຈາກ: Dr phanalin