ລັດຖະບານ ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ – ການເງິນ, ສົ່ງເສີມການຜະລິດເປັນສິນຄ້າ

17

ວຽກຈຸດສຸມຂອງລັດຖະບານໃນເດືອນພຶດສະພາ ແມ່ນສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ – ການເງິນ ໂດຍຈັດຕັ້ງປະຕິບັດບັນດາມາດຕະການ, ນິຕິກໍາ ທີ່ຄະນະສະເພາະກິດ 19/ກມສພ ວາງອອກໃຫ້ເປັນຮູບປະທຳຕົວຈິງ; ສົ່ງເສີມການຜະລິດໃຫ້ຫຼາຍຂຶ້ນ ແລະ ເກັບລາຍຮັບງົບປະມານຈາກທຸກແຫຼ່ງລາຍຮັບ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ.
ທ່ານ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຖະແຫຼງຕໍ່ສື່ມວນຊົນ ເຖິງຜົນຂອງກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ວ່າ: ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 6 ວາລະ.

ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາການສະຫຼຸບວຽກງານພົ້ນເດັ່ນຂອງລັດຖະບານປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2024 ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ.
ພ້ອມກັນນີ້, ໃຫ້ບັນດາຂະແໜງການກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ວຽກງານຈຸດສຸມໃນເດືອນພຶດສະພາ ເປັນຕົ້ນ:
1). ສຸມໃສ່ກະກຽມຄວາມພ້ອມດ້ານເນື້ອໃນ ເພື່ອລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້;
2). ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງກົມການເມືອງສູນກາງພັກ ຕາມມະຕິ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື ເອີ້ນວ່າ “ ສອຈ ” ໃນໄລຍະໃໝ່ໃຫ້ເປັນແຜນວຽກ, ແຜນງານ ແລະ ມາດຕະການຕົວຈິງ ເຂົ້າໃນການຈັດຕັ້ງປະຕິບັດຂົງເຂດວຽກງານຂອງຂະແໜງການຕົນ;


3). ເປັນເຈົ້າການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 381/ນຍ ລົງວັນທີ 21 ທັນວາ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການແກ້ໄຂຜົນການກວດສອບ ແລະ ມະຕິຂອງລັດຖະບານ ສະບັບເລກທີ 17/ລບ ລົງວັນທີ 12 ທັນວາ 2023 ວ່າດ້ວຍການແບ່ງ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ສະບັບເລກທີ 05/ຄບສພ ລົງວັນທີ 5 ກັນຍາ 2023.

4). ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ – ການເງິນ ໂດຍຈັດຕັ້ງປະຕິບັດບັນດາມາດຕະການ, ນິຕິກໍາ ທີ່ຄະນະສະເພາະກິດ 19/ກມສພ ວາງອອກໃຫ້ເປັນຮູບປະທຳຕົວຈິງ ເພື່ອແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ແກ້ໄຂບັນຫານໍ້າມັນເຊື້ອໄຟດ້ວຍຫຼາຍວິທີ ແລະ ຫຼາຍມາດຕະການ ເພື່ອບໍ່ໃຫ້ຕົກຢູ່ໃນສະພາບຂາດເຂີນນໍ້າມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ, ສົ່ງເສີມການຜະລິດ ເພື່ອບໍລິໂພກ ແລະ ທົດແທນການນໍາເຂົ້າ, ການແກ້ໄຂໜີ້ສິນຕ່າງປະທດ, ການຊຸກຍູ້ການສົ່ງອອກ ເພື່ອນໍາເອົາເງິນຕາຕ່າງປະເທດເຂົ້າມາໃຫ້ຫຼາຍຂຶ້ນ; ການດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການລົງທຶນຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ;

5). ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານຈາກທຸກແຫຼ່ງລາຍຮັບ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ, ໃນນັ້ນ ໃຫ້ເລັ່ງຫັນການເກັບລາຍຮັບເປັນທັນສະໄໝ ຄຽງຄູ່ກັບການແກ້ໄຂຊ່ອງວ່າງການຮົ່ວໄຫຼຂອງງົບປະມານທຸກຮູບແບບຢ່າງເຂັ້ມງວດ ແລະ ເດັດຂາດ; ພ້ອມກັນນັ້ນ ກໍໃຫ້ສຸມໃສ່ຄຸ້ມຄອງການປະຕິບັດແຜນລາຍຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານການຟຸ່ມເຟືອຍ ໂດຍສະເພາະໃຫ້ເອົາໃຈໃສ່ປະຢັດເງິນຕາຕ່າງປະເທດ;
6). ສືບຕໍ່ສຸມໃສ່ຊຸກຍູ້ຕິດຕາມ, ກວດກາໂຄງການລົງທຶນຂະໜາດໃຫຍ່ໃຫ້ມີຄວາມຄືບໜ້າ ແລະ ສໍາເລັດຕາມແຜນ ໂດຍສະເພາະບັນດາໂຄງການພະລັງງານໄຟຟ້າທີ່ຈະຂາຍໄຟໄປປະເທດໃກ້ຄຽງ, ໂຄງການທາງດ່ວນ, ໂຄງການເຂດເສດຖະກິດພິເສດ ແລະ ໂຄງການອື່ນໆ ລວມທັງການແກ້ໄຂບັນຫາການສະໜອງໄຟຟ້າພາຍໃນໃຫ້ພຽງພໍ ຕາມທີ່ລັດຖະບານໄດ້ຊີ້ນຳຜ່ານມາ;
7). ສືບຕໍ່ຊຸກຍູ້ຕິດຕາມ, ກວດກາບັນດາບໍລິສັດຂຸດຄົ້ນບໍ່ແຮ່ໃນຂອບເຂດທົ່ວປະເທດ ໂດຍໃຫ້ເອົາໃຈໃສ່ປະຕິບັດມາດຕະການປົກປັກຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ, ຖ້າຫາກມີການລະເມີດ ກໍຕ້ອງມີມາດຕະການແກ້ໄຂທີ່ເຂັ້ມງວດ, ເດັດຂາດ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ;
8). ສືບຕໍ່ປັບປຸງບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງໃນເທສະບານບັນດາຕົວເມືອງ, ແຂວງຕ່າງໆທີ່ເປ່ເພໃຫ້ສໍາເລັດກ່ອນລະດູຝົນ;


9). ສືບຕໍ່ແກ້ໄຂບັນຫາມົນລະພິດທາງອາກາດ ໂດຍສະເພາະການຈູດປ່າ ເພື່ອທຳການຜະລິດ ໂດຍສົມທົບກັບອົງການປົກຄອງທ້ອງຖິ່ນ ເພີ່ມທະວີໃນການຕິດຕາມຢ່າງໃກ້ຊິດ; ຕິດຕາມບັນຫາຝຸ່ນລະອອງ PM 2.5 ທີ່ອາດຈະກະທົບຕໍ່ສຸຂະພາບຂອງປະຊາຊົນ; ໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ກຽມແຜນຮັບມືບັນຫາໄພພິບັດທາງທຳມະຊາດ ແລະ ບັນຫາສະພາບອາກາດຮ້ອນ ດ້ວຍວິທີທີ່ເໝາະສົມ ແລະ ແຈ້ງໃຫ້ສັງຄົມຮັບຊາບເປັນແຕ່ລະໄລຍະຢ່າງທັນການ;
10). ສືບຕໍ່ປະຕິບັດແຜນຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ວຽກງານ 3 ສ້າງ; ສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາຢູ່ຈຸດທີ່ຍັງບໍ່ທັນມີຄວາມສະຫງົບດີ; ເອົາໃຈໃສ່ວຽກງານຄຸ້ມຄອງຊາຍແດນ, ເລັ່ງໃສ່ການເຄື່ອນໄຫວລາດຕະເວນ, ສະກັດກັ້ນອັດປ່ອງຂ້າມລອຍ, ເຂົ້າເມືອງຜິດກົດໝາຍ, ຕິດຕາມແກ້ໄຂປາກົດການຫຍໍ້ທໍ້ໃນທົ່ວສັງຄົມດ້ວຍຫຼາຍຮູບການ ແລະ ທັນສະພາບການ ໂດຍສະເພາະບັນຫາຄາຕະກໍາ, ຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ບັນຫາອາວຸດເຖື່ອນ, ບັນຫາມົ້ວສຸມ ແລະ ໃຊ້ສານເສບຕິດປະເພດຕ່າງໆຢູ່ຕາມສະຖານທີ່ບັນເທີງ ແລະ ສະຖານທີ່ອື່ນໆ;
11). ສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ; ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງ, ພ້ອມທັງເອົາໃຈໃສ່ຜັນຂະຫຍາຍຜົນການເຄື່ອນໄຫວໃຫ້ມີຜົນສຳເລັດ.