ພາຊົມ ນາງສັງຂານນະຄອນຫຼວງພະບາງ 2024 ງາມແທ້ໂອະ!

51

ງາມຈັບຈິດຈັບໃຈ! ງາມແບບທໍາມະຊາດເສກສັນປັ້ນແຕ່ງແທ້ໆ ງາມຕາມແບບສະບັບສາວຫຼວງພະບາງ ຂ່າວບັນເທີງພາຊົມຄວາມງາມຂອງ ນາງສັງຂານນະຄອນຫຼວງພະບາງ ປະຈຳປີ ຈຸລະສັກກະຣາຊ (ຈສ) 1386 (ພສ 2567) ເທບທິດາອົງສຸດທ້ອງ ຫຼື ນາງສັງຂານຄົນທີ 7 ເຊິ່ງມີພະນາມວ່າ ” ມະໂຫທອນເທວີ “ເຊິ່ງເປັນລູກສາວຫຼ້າຂອງພຣະຍາກະບິນລະພົມ ສະເດັດມາເທິງຫຼັງຂອງພະຍາມະຍຸຣາປັກສາ (ນົກຍູງຄຳ) ພະຫັດຊ້າຍຖືກົງຈັກ ແລະ ພະຫັດຂວາຖືຕຣີສູນ ຫຼື ຫອກສາມຫງ່າມ ແລະ ຜູ້ທີ່ໄດ້ຮັບຕໍາແໜ່ງອັນຊົງກຽດນີ້ຂອງຄື ນ້ອງ ອາລິຍາ ອິນທະສອນ ນາງສັງຂານນະຄອນຫຼວງພະບາງ ພສ 2567 ຄສ 2024 ນັ້ນເອງ.

อาจเป็นรูปภาพของ 1 คน

ພາຍຫຼັງທີ່ນ້ອງໄດ້ຮັບຕໍາແໜ່ງກໍເຮັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ແລະ ສະຫງ່າງາມ ແລະ ນ້ອງຍັງໄດ້ມີການໂພສບັນຍາຍຄວາມຮູ້ສຶກຂອງຕົນເອງຜ່ານເຟສບຸ໊ກສ່ວນຕົວວ່າ: “ຂ້າພະເຈົ້າ ນາງ ອາລິຍາ ອິນທະສອນ ນາງສັງຂານນະຄອນຫຼວງພະບາງ ພສ 2567 ຄສ 2024 ນ້ອງຮູ້ສຶກເປັນກຽດ ແລະ ພູມໃຈທີ່ສຸດ ທີ່ໄດ້ຮັບຕໍາແໜ່ງນາງສັງຂານປະຈໍາປີນີ້ ປຽບເໝືອນໃບເບີກທາງທີ່ດີທີ່ສຸດໃນຊີວິດຄັ້ງ 1 ນ້ອງມາຮອດຈຸດນີ້ໄດ້ ຍ້ອນຄໍາວ່າ:”ກໍາລັງໃຈ” ກໍາລັງໃຈຈາກພໍ່ແມ່, ໝູ່ເພື່ອນ ແລະ ຄົນອ້ອມຂ້າງ ພ້ອມທັງຄໍາຕິຊົມທີ່ມາຈາກ ຄວາມຫວັງດີ ເປັນຈຸດທີ່ເຮັດໃຫ້ນ້ອງພັດທະນາປັບປຸງຕົນເອງຈົນໄດ້ຮັບຕໍາແໜ່ງນີ້ ຂໍສະແດງຄວາມຂອບໃຈມາຍັງການນໍາພັກ – ລັດ, ພໍ່ແມ່, ຄູຝຶກຊ້ອມ, ໝູ່ເພື່ອນ, ປະຊາຊົນຊາວຫຼວງພະບາງ ແລະ ສະປອນເຊີທຸກພາກສ່ວນ ພ້ອມທັງຄະນະກໍາມະການຜູ້ຊົງຄຸນວຸດທິທຸກທ່ານ ຂອບໃຈຜູ້ຢູ່ເບື້ອງຫຼັງຄວາມງາມທຸກໆຄົນ.

อาจเป็นรูปภาพของ 3 คน

ທັງໝົດນີ້ ຄືຜູ້ສະໜັບສະໜູນທີ່ມາສ້າງຄວາມຊົງຈໍາດີໆໃຫ້ກັບຊີວິດນ້ອງ ແລະ ນ້ອງຈະຈົດຈໍາໄປຕະຫຼອດການ. ໃນປີໃໝ່ນີ້ຂໍອວຍພອນໄຊໃຫ້ທຸກທ່ານທີ່ຢູ່ກັບຊ່ວງເວລາທີ່ດີຂອງນ້ອງ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ ອາລິຍາ ອິນທະສອນ ນາງສັງຂານນະຄອນຫຼວງພະບາງ 2567/2024 ຂໍຂອບໃຈ”.

อาจเป็นรูปภาพของ 6 คน, วัด และ ข้อความ

ນີ້ກໍຄືຄໍາເວົ້າທີ່ກັ່ນກອງອອກຈາກໃຈຂອງນ້ອງ ແລະ ປີນີ້ກໍສຸດພິເສດ ເປັນບຸນຕາຂອງລູກຫຼານລຸ້ນສືບທອດແທ້ໆ ທີ່ໄດ້ເຫັນເອກະລັກຂອງຊາວຫຼວງພະບາງ ທີ່ມີມາແຕ່ບູຮານ ຮ່ວມສ້າງຕໍານານ ແລະ ສືບສານວັດທະນະທໍາເຊິ່ງຜູ້ແຕ່ງເຄື່ອງຫຼາຍໆທ່ານ ລັກສະນະເດັ່ນສະເພາະແມ່ນນຸ່ງສີ້ນລວດລາຍດຽວກັນທີ່ພະມະເຫສີແຫ່ງປະເທດລ້ານຊ້າງສວມໃສ່ໃນສະໄໝກ່ອນ ເຮັດຕາມຮີດຄອງບູຮານເມືອງຫລວງແທ້ໆ ຄືໃຫ້ນາງສັງຂານນຸ່ງຕາມສີປະຈຳວັນ ທີ່ເປັນສີມຸງຄຸນ ຄື ນາງສັງຂານລ່ວງຖືກວັນເສົາ ສີປະຈຳວັນເສົາຄືສີມ່ວງ ນາງສັງຂານກໍມາໃນຊຸດສີມ່ວງ.

อาจเป็นรูปภาพของ 1 คน และ วัด

ຊຸດດອກດວງກໍມາໃນຊຸດດອກຜັກຕົບ ທີ່ເປັນດອກປະຈຳກາຍນາງມະໂຫທອນເທວີ ເຊິ່ງທັງໝົດນີ້ ຖືກວາງໃນຕໍາລາລາວບູຮານຢ່າງລະອຽດ ປີນີ້ຜູ້ທີ່ມີຄວາມຮູ້ຄວາມຊໍານານສະເພາະດ້ານ ຊ່ວຍກັນສ້າງຊູເອກະລັກບໍ່ໃຫ້ຈາງຫາຍໄປ ພ້ອມຢູ່ຄູ່ແຜ່ນດິນເປັນປະຫວັດສາດຕະຫຼອດໄປ.

อาจเป็นรูปภาพของ 2 คน และ วัด

ອາລິຍາ ນາງສັງຂານຄົນຫຼ້າສຸດຂອງແຂວງຫຼວງພະບາງ ມີອາຍຸ 17 ປີ, ສ່ວນສູງ 160 ຊັງຕີແມັດ, ນໍ້າໜັກ 50 ກິໂລ ມາຈາກໂຮງຮຽນ ມສ ສັນຕິພາບ ໄດ້ຮັບນາມເປັນ ມະໂຫທອນ ລູກສາວ ຄົນທີ່ 7 ຂອງພະຍາກະບິນລະພົມ ຂຶ້ນຂີ່ນົກຍູງ ເປັນພາຫະນະ ພ້ອມແຫ່ກັບລູກສາວ ອີກ 6 ຄົນ ເພື່ອນໍາເອົາກະສຽນຂອງພໍ່ ໄປຫົດສົງ ຕາມປະເພນີ ໃນໄລຍະບຸນປີໃໝ່ລາວ.

อาจเป็นรูปภาพของ 5 คน, ฝูงชน และ ข้อความ

ຂ່າວບັນເທີງເອງຝາກແຟນຂ່າວທຸກຄົນຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງແນ່ເດີ້ ເຊື່ອວ່າທັງຮູບຮ່າງໜ້າຕາກິລິຍາມາລະຍາດ ຈະພາໃຫ້ນ້ອງກ້າວໄກໃນວົງການບັນເທີງລາວແນ່ນອນ ສາມາດຕິດຕາມນ້ອງໄດ້ທີ່ Judy Inthasone.