ໄອເອັມເອັຟ ຄາດຄະເນເສດຖະກິດອາຊີປາຊີຟິກຈະຂະຫຍາຍຕົວ 4,5%

27

ວັນທີ 30 ເມສານີ້, ກອງທຶນເງິນຕາສາກົນ ຫຼື ໄອເອັມເອັຟ (IMF) ໄດ້ເປີດເຜີຍບົດລາຍງານແລມອງເສດຖະກິດພາກພື້ນອາຊີປາຊີຟິກສະບັບເດືອນເມສາປີ 2024 ຢູ່ສິງກະໂປ ໂດຍປັບເພີ່ມຄາດຄະເນການເຕີບໂຕເສດຖະກິດຂອງພາກພື້ນອາຊີປາຊີຟິກໃນປີ 2024 ຂຶ້ນອີກ0,3% ເປັນ4,5% ເນື່ອງຈາກມີຄວາມເຊື່ອໝັ້ນຫຼາຍຂຶ້ນຕໍ່ເສດຖະກິດຈີນ ແລະ ອິນເດຍ; ສ່ວນໂຕເລກຄາດຄະເນປີ 2025 ຍັງຄົງເດີມທີ່4,3%.

ໄອເອັມເອັຟ ລະບຸວ່າ ການປັບເພີ່ມຂຶ້ນຂອງຄາດຄະເນການເຕີບໂຕພາກພື້ນອາຊີປາຊີຟິກ ມາຈາກການປັບຂຶ້ນຂອງການຄາດຄະເນເສດຖະກິດຈີນເປັນ 4,6%ໃນປີນີ້ຈາກເດີມທີ່ຄາດວ່າຈະຂະຫຍາຍຕົວ4,1%, ເນື່ອງຈາກເຊື່ອວ່າຈີນຈະອອກນະໂຍບາຍກະຕຸ້ນເສດຖະກິດຄັ້ງໃຫຍ່.

ສ່ວນເສດຖະກິດອິນເດຍປີນີ້ ຄາດວ່າຈະຂະຫຍາຍຕົວໃນລະດັບ 6,8% ເພີ່ມຂຶ້ນ 0,5% ຈາກການຄາດຄະເນຄັ້ງກ່ອນ.