ແຟນຄລັບແໜ້ນ! ປັກໝຸດຖ້າເຊຍ ໜຸ່ມ ກິຊັນ ເນັດໄອດໍ້ທີ່ມີຊື່ສຽງ

25

ເວທີຊາຍງາມຕ້ອງລຸກເປັນໄຟ ເມື່ອໜຸ່ມຫຼໍ່ບ່າວໄຕ໋ດຳ ແຂວງຫຼວງນ້ຳທາ ຢ່າງໜຸ່ມຄົນນີ້ ຊັນ ກິຊັນ ປານແສງເມືອງ ໜຸ່ມຫຼໍ່ມາກຄວາມສາມາດ ແຖມຍັງເປັນເນັດໄອດໍ້ທີ່ມີຊື່ສຽງຍອດຜູ້ຕິດຕາມຫຼັກລ້ານຄົນໃນຕິກຕ໋ອກ ແລະ ຫຼັກແສນຄົນໃນເຟສບຸ໊ກເລີຍ ເຊິ່ງລົງປະກວດໃນເວທີ Mister Universe Laos 2024 ບອກເລີຍງານນີ້ແຟນຄລັບກຽມປັກມຸດເຊຍຢ່າງໜາແໜ້ນ ໜ້າຕິດຕາມສຸດໆວ່າໜຸ່ມຄົນນີ້ຈະມີຫຍັງມາເຊີໄພ້ແຟນໆໃຫ້ໄດ້ລຸ້ນນໍາກັນ ແລະ ຕອນນີ້ກໍຜ່ານຮອບ First Audition Round ແລ້ວ.

อาจเป็นรูปภาพของ 1 คน

ໜຸ່ມຫຼໍ່ທີ່ຮູ້ຈັກກັນດີໃນນາມ ກິຊັນ ເນັດໄອດໍ້ ຂວັນໃຈຫຼາຍໆຄົນ ແລະ ມາພ້ອມພອນສະຫວັນໃນຫຼາຍດ້ານ ຕິດຕາມ ແລະ ໃຫ້ກຳລັງໃຈ ໜຸ່ມຄົນນີ້ຈະຜ່ານຮອບຄັດເລືອກ ແລະ ຜ່ານເຂົ້າຮອບ 18 ຄົນສຸດທ້າຍ ຫຼື ບໍ່ ໃນດ່ານຕໍ່ໄປ.

อาจเป็นรูปภาพของ 1 คน

Mister Universe Laos 2024 “ Smart with a Purpose ” ຈັກກະວານຊາຍລາວ ກັບມາພ້ອມໂອກາດ ແລະ ຄວາມຫວັງ ເປີດໂອກາດໃຫ້ “ ຊາຍໜຸ່ມສັນຊາດລາວ ” ອາຍຸ 18 – 34 ປີ ບໍ່ຈຳກັດລວງສູງ ແລະ ສະຖານະພາບໂສດ ດ່ວນເດີໃກ້ຈະໝົດເວລາແລ້ວໜຸ່ມໆກົດລິ້ງເພື່ອສະໝັກເລີຍໜຸ່ມໆທີ່ https://form.jotform.com/78CreationLaos/MisterUniverseLaos2024Application

อาจเป็นรูปภาพของ 1 คน และ หน้าม้า

ພາຍຫຼັງທາງກອງປະກວດໄດ້ມີການເຜີຍໂສມໜ້າຂອງຜູ້ຜ່ານເຂົ້າຮອບທໍາອິດ ໜຸ່ມກິຊັນ ກໍໄດ້ມີການໂພສຜ່ານ   ເຟສບຸ໊ກຂອງຕົນເອງວ່າ: “ ຂອບໃຈທຸກຄົນເດີທີ່ໃຫ້ກຳລັງໃຈກິຊັນ ຈະເຮັດເຕັມທີ່ ແລະ ເຮັດມັນສຸດຄວາມສາມາດ ”.

อาจเป็นรูปภาพของ 1 คน และ ข้อความ

ສໍາລັບໜຸ່ມກິຊັນແມ່ນໜຸ່ມຫຼໍ່ທີ່ໂດ່ງດັງໃນວົງການອອນລາຍ ແລະ ມີແຟນຄລັບເປັນຈໍານວນຫຼວງຫຼາຍ ປັດຈຸບັນອາຍຸ 21 ປີ, ສູງ 175 ຊັງຕີແມັດ, ນໍ້າໜັກ 70 ກິໂລກຣາມ ໜຸ່ມຫຼໍ່ຈາກແຂວງຫຼວງນໍ້າທາ. ແນວໃດກໍຕາມຂ່າວບັນເທີງຂໍຝາກແຟນຂ່າວທຸກຄົນຊ່ວຍເຊຍ ແລະ ເປັນກຳລັງໃຈໃຫ້ໜຸ່ມກິຊັນແດ່ເດີ ສາມາດຕິດຕາມຜົນງານການເຄື່ອນໄຫວໜຸ່ມຄົນນີ້ໄດ້ທີ່ເຟສບຸກ Ki Sun.