ເຊກອງ ຈະສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ 47.429 ໂຕນ

14

ໃນແຜນປີ 2024 ແຂວງເຊກອງ ໄດ້ຕັ້ງຄາດໝາຍສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ 47.429 ໂຕນ, ຊຸກຍູ້ການລ້ຽງສັດແຕ່ລະປະເພດມີການຂະຫຍາຍຕົວໃນລະດັບ 1 – 2%.

ອີງຕາມແຜນພັດທະນາເສດຖະກິດ – ສັງຄົມ 2024 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2024 ນີ້ ແຂວງເຊກອງ ໄດ້ຕັ້ງເປົ້າຄາດໝາຍດ້ານກະສິກໍາ ແລະ ປ່າໄມ້ ໂດຍສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ 47.429 ໂຕນ ໃນເນື້ອທີ່ 11.614 ເຮັກຕາ; ໃນນີ້ ເຂົ້ານາແຊງ 3.976 ໂຕນ ໃນເນື້ອທີ່ 956 ເຮັກຕາ, ນາປີ 41.056 ໂຕນ ໃນເນື້ອທີ່ 9.433 ເຮັກຕາ, ເຂົ້າໄຮ່ 1.225 ເຮັກຕາ ຜົນຜະລິດ 2.397 ໂຕນ.
ສູ້ຊົນຜະລິດພືດສະບຽງອາຫານ ໃຫ້ໄດ້ 6.025 ເຮັກຕາ ຜົນຜະລິດ 36.108 ໂຕນ; ສູ້ຊົນປູກພືດເປັນສິນຄ້າ ໃຫ້ໄດ້ 26.117 ເຮັກຕາ ຜົນຜະລິດ 202.389 ໂຕນ.

ຊຸກຍູ້ການລ້ຽງສັດແຕ່ລະປະເພດມີການຂະຫຍາຍຕົວໃນລະດັບ 1 – 2%, ທົ່ວແຂວງໃຫ້ໄດ້ 1.806.490 ໂຕ, ໃນນີ້ ຄວາຍ 27.545 ໂຕ, ງົວ 50.770 ໂຕ, ໝູ 74.810 ໂຕ, ແບ້ 46.588 ໂຕ ແລະ ສັດປີກ 1.606.777 ໂຕ.
ສູ້ຊົນຜະລິດ ຊີ້ນ, ໄຂ່, ປາ ແລະ ສັດນໍ້າອື່ນໆໃຫ້ໄດ້ 6.617 ໂຕນ ສະເລ່ຍການບໍລິໂພກໃສ່ຫົວຄົນ 47 ກິໂລຕໍ່ຄົນຕໍ່ປີ.
ຊຸກຍູ້ ແລະ ສົ່ງເສີມທາງດ້ານການລ້ຽງສັດແບບເປັນຟາມ ຫຼື ແບບຄອບຄົວ ໃຫ້ໄດ້ 27 ຟາມ; ໃນນີ້ ລ້ຽງງົວ 5 ຟາມ, ຟາມລ້ຽງໝູ 5 ຟາມ, ຟາມລ້ຽງແບ້ 3 ຟາມ, ຟາມລ້ຽງສັດປີກ 4 ຟາມ, ຟາມລ້ຽງປາ 10 ຟາມ.
ການສົ່ງອອກສັດເປັນ ໄປຕະຫຼາດຕ່າງແຂວງ ໃຫ້ໄດ້ 34.900 ໂຕ; ໃນນີ້ ມີຄວາຍ 200 ໂຕ, ງົວ 500 ໂຕ, ໝູ 9.600 ໂຕ, ແບ້ 100 ໂຕ, ສັດປີກ 30.000 ໂຕ ແລະ ປາທຳມະຊາດ 50 ໂຕນ.