“ ໄຟຟ້າ ຫົງສາ ” ຮ່ວມມືກັບ “ ສະຫະກົນ ” ສ້າງລະບົບສາຍພານລໍາລຽງດິນ ດ້ວຍເຕັກໂນໂລຊີທັນສະໄໝ

0
296

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີເປີດການນໍາໃຊ້ພື້ນທີ່ສໍາປະທານສ່ວນຕໍ່ຂະຫຍາຍ ແລະ ລະບົບສາຍພານລໍາລຽງດິນ ເສັ້ນທີ່ 2 ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ພິທີມອບ – ຮັບ ສາຍພານລໍາລຽງດິນເສັ້ນທີ່ 2 ສ່ວນຕໍ່ຂະຫຍາຍ ລະຫວ່າງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ບໍລິສັດ ສະຫະກົນອິຄຣິບເມັ້ນ ຈໍາກັດ ( ມະຫາຊົນ ).

ພິທີມີຂຶ້ນໃນວັນທີ 3 ພຶດສະພາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ, ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງເງິນ, ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ທ່ານ ນົບພັນ ເມືອງໂຄດ ປະທານກໍາມະການບໍລິຫານ ບໍລິສັດ ສະຫະກົນອິຄຣິບເມັ້ນ ຈໍາກັດ ( ມະຫາຊົນ ) ທ່າມກາງແຂກຜູ້ມີກຽດຮ່ວມເປັນສັກຂີພິຍານ.


ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເປັນໂຮງໄຟຟ້າຂະໜາດໃຫຍ່ທີ່ໄດ້ຮັບການຮັບຮອງມາດຕະຖານໃນລະດັບສາກົນ ແລະ ດໍາເນີນງານດ້ວຍຄວາມໃສ່ໃຈສິ່ງແວດລ້ອມ ຈົນເປັນທີ່ຮູ້ຈັກໃນຊຸມຊົນ ແລະ ສັງຄົມ ແລະ ທັງສາມາດສ້າງສະຖຽນລະພາບດ້ານພະລັງງານໃຫ້ແກ່ ສປປ ລາວ ແລະ ຣາຊະອານາຈັກໄທ ມາໂດຍຕະຫຼອດ ແລະ ເພື່ອໃຫ້ການປະຕິບັດວຽກງານບໍ່ແຮ່ເປັນໄປຕາມນະໂຍບາຍດ້ານຄວາມປອດໄພໃນລະດັບສາກົນ ບໍລິສັດຈຶ່ງໄດ້ພິຈາລະນາ ຂໍຂະຫຍາຍພື້ນທີ່ສໍາປະທານ ແລະ ໄດ້ຮັບອະນຸມັດໃຫ້ຂະຫຍາຍພື້ນທີ່ສໍາປະທານສ່ວນຕໍ່ຂະຫຍາຍໃນເຂດເມືອງເງິນ ແລະ ເມືອງຫົງສາ ເປັນຈໍານວນ 41,45 ຕາລາງກິໂລແມັດ ເມື່ອນັບລວມກັບພື້ນທີ່ສໍາປະທານເດີມຈຶ່ງມີພື້ນທີ່ດໍາເນີນງານທັງໝົດ 117,86 ຕາລາງກິໂລແມັດ.

ສໍາລັບພື້ນທີ່ສ່ວນຕໍ່ຂະຫຍາຍທີ່ໄດ້ຮັບພິຈາລະນາອະນຸມັດມານັ້ນ ຈະເປັນພື້ນທີ່ສໍາລັບການຕິດຕັ້ງລະບົບສາຍພານລໍາລຽງດິນ ເສັ້ນທີ່ 2 ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໂດຍມີ ບໍລິສັດ ສະຫະກົນອິຄຣິບເມັ້ນ ຈໍາກັດ ( ມະຫາຊົນ ) ເຊິ່ງເປັນໜຶ່ງໃນຜູ້ຮັບເໝົາຫຼັກຂອງໂຄງການທີ່ມີຄວາມຊ່ຽວຊານໃນການດໍາເນີນງານດັ່ງກ່າວ ຈຶ່ງນໍາມາສູ່ແນວຄິດການພັດທະນາລະບົບສາຍພານລໍາລຽງດິນເສັ້ນໃໝ່ ເຊິ່ງເປັນສ່ວນຕໍ່ຂະຫຍາຍເຂົ້າມາເສີມປະສິດທິພາບໃນການປະຕິບັດງານບໍ່ແຮ່ ໃຫ້ມີປະສິດທິພາບ, ເກີດຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ ລວມຄວາມຍາວຕະຫຼອດເສັ້ນສາຍພານທັງໝົດ 17 ກິໂລແມັດ. ສາຍພານເສັ້ນນີ້ມີລັກສະນະຕາມຄວາມຄ້ອຍຊັນຂອງພູມີປະເທດ ຈຶ່ງໄດ້ຮັບການອອກແບບໃຫ້ຂັບເຄື່ອນໂດຍໃຊ້ເຕັກໂນໂລຊີຂັ້ນສູງ ເພື່ອປະສິດທິພາບສູງສຸດ ແລະ ເປັນການເນັ້ນຍໍ້າການດໍາເນີນທຸລະກິດພາຍໃຕ້ກົນລະຍຸດດ້ານສິ່ງແວດລ້ອມ, ສັງຄົມ ແລະ ກໍາມາພິບານ ຫຼື ESG ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຢ່າງສໍາຄັນ.


ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເປັນໂຮງໄຟຟ້າຖ່ານຫີນລິກໄນ ແຫ່ງທໍາອິດທີ່ໃຫຍ່ທີ່ສຸດໃນ ສປປ ລາວ ມີກໍາລັງການຜະລິດໄຟຟ້າ 1.878 ເມກາວັດ ຕັ້ງຢູ່ເມືອງຫົງສາ ແຂວງໄຊຍະບູລີ ສປປ ລາວ ດໍາເນີນການພາຍໃຕ້ການບໍລິຫານງານຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເລີ່ມເດີນເຄື່ອງມາຕັ້ງແຕ່ປີ 2016 ເພື່ອຜະລິດໄຟຟ້າໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ( ກຟຜ ) ແລະ ການໄຟຟ້າລາວ.

LEAVE A REPLY

Please enter your comment!
Please enter your name here