ຕອບແບບໝົດເປືອກ! 10 ສິ່ງທີ່ເຈົ້າຄວນຮູ້ ກ່ຽວກັບ “ ໝີພູ ພິລັນຍາ ”

1403

ເວທີທີ່ກໍາລັງຮ້ອນເປັນໄຟ ດ້ວຍສາວງາມ 18 ຄົນ ໃນຕອນນີ້ກຳລັງເປັນທີ່ຕິດຕາມເປັນ ແລະ ເຊື່ອວ່າແຟນຂ່າວບັນເທີງຫຼາຍຄົນກໍມີສາວງາມໃນດວງໃຈທີ່ຢາກໃຫ້ຄອບຄອງມຸງກຸດນາງງາມຈັກກະວານລາວ2024ກັນແລ້ວ; ສະນັ້ນ ມື້ນີ້ຂ່າວບັນເທີງພາມາຮູ້ຈັກໜຶ່ງສາວທີ່ເປັນຕົວເຕັງຂອງເວທີນີ້ກັນ ເຊື່ອວ່າຫຼາຍຄົນຢາກຮູ້ຈັກສາວງາມຄົນນີ້ໃຫ້ເລິກຂຶ້ນ ແລະ ທີ່ສໍາຄັນຜົນງານມີໃຫ້ຕິດຕາມແບບບໍ່ໄດ້ພັກ ແລະ ເປັນສາວທີ່ມີຄວາມມານະອົດທົນຕັ້ງໃຈສູງແບບສຸດໆ ນັ້ນກໍຄືສາວຄົນນີ້ “ ໝີພູ ພິລັນຍາ ທິບພົມວົງ ” ນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความพูดว่า "MISS I INVERSE LAOS LAOS2024 2024 REPRESENTING HOUAPHANH WHERESHEWASBORN WHERE H WAS BORN 10 THINGS YOU SHOULD KNOW ABOUT MIEPOOH PHIRANYA HIRANYATHIPPOMVONG THIPPOMVONG"

ໝີພູ ສາວງາມຕົວແທນນຳສະເໜີບ້ານເກີດ “ ແຂວງຫົວ ພັນ ” ແລະ 10 ສິ່ງທີ່ເຈົ້າຄວນຮູ້ກ່ຽວກັບສາວຄົນນີ້ ໃນເວທີ Miss Universes Laos2024 ມີສຢູນິເວີສລາວ2024.

  1. ສຳລັບນິຍາມຄວາມເປັນຕົວເອງຂອງສາວຄົນນີ້ກໍຄື: ຍິ້ມງ່າຍ ມີຄວາມສຸກກັບສິ່ງທີ່ມີ ເປັນມິດກັບທຸກຄົນ ແລະ ສ້າງຄວາມໝັ້ນຄົງໃຫ້ກັບຕົວເອງ.
  2. ມີຄວາມສາມາດພິເສດຄື: ຮ້ອງເພງບ້ານນາ, ຟ້ອນ, ເຕັ້ນ, ເດີນແບບ ແລະ ສະແດງລະຄອນ.
  3. ສໍາລັບສາວຄົນນີ້ ອາຫານທີ່ມັກທີ່ສຸດແມ່ນ: ຕຳໝາກຫຸ່ງ, ແລະ ແຈ່ວປາບ້ຳນັ້ນເອງ.
  4. ສິ່ງທີ່ມັກທີ່ສຸດກໍຄື ການທີ່ໄດ້ມີໂອກາດຊ່ວຍເຫຼືອຄົນທີ່ດ້ອຍໂອກາດກວ່າ ແລະ ທ່ອງທ່ຽວຕ່າງປະເທດ.
  5. ສີທີ່ມັກທີ່ສຸດກໍຄື ສີຟ້າ ແລະ ສີແດງ.
  6. ສິ່ງທີ່ເຮັດໃນປັດຈຸບັນນັ້ນກໍຄືເປັນສາວສຸດເກັ່ງເຮັດທຸລະກິດສ່ວນຕົວ ເຈົ້າຂອງແບຣນເກີບ P.Runya, ເຮັດວຽກວົງການບັນເທີງ ແລະ ຍັງມີໂຄງການນ້ອຍໆຊ່ວຍເຫຼືອສັງຄົມ ເປັນຂອງຕົວເອງ ຊ່ວຍນ້ອງໆທີ່ດ້ອຍໂອກາດເຂດຊົນນະບົດ ຊື່ວ່າ We all together ອີກດ້ວຍ ຂ່າວບັນເທີງຕ້ອງຂໍສະແດງ ຄວາມຊົມເຊີຍໃນນໍ້າໃຈສຸດໆເລີຍ.
  7. ເພື່ອທໍາຄວາມຮູ້ຈັກສາວຄົນນີ້ໃຫ້ເລິກຂຶ້ນ ສໍາລັບສິ່ງທີ່ປະທັບໃຈທີ່ສຸດໃນຊີວິດນັ້ນຄື ມື້ທີ່ໄດ້ມີໂອກາດສ້າງແບຣນເກີບຕົວເອງໄດ້ສຳເລັດ ແລະ ໄດ້ຮັບການຕອບຮັບຈາກລູກຄ້າ.
  8. ຄຳວ່າຈິດໃຈທີ່ແຂງແກ່ນໃນມຸມມອງຂອງ ໝີພູ: ເປັນຜູ້ຍິງທີ່ເສຍສະຫຼະ ໝັ້ນຄົງກັບຄວາມຕັ້ງໃຈ ລົງມືເຮັດໃຫ້ເກີດຜົນສຳເລັດ ກ້າຕັດສິນໃຈ ເດັດດ່ຽວ ຢືນຢັດຄວາມຖືກຕ້ອງ ແລະ ມີເມດຕາ.
  9. ສິ່ງທີ່ຢາກສ້າງການປ່ຽນແປງໃນອະນາຄົດ: ຢາກເປັນນັກທຸລະກິດຍິງ ທີ່ຊ່ວຍຂັບເຄື່ອນເສດຖະກິດລາວ ໃຫ້ທຽບເທົ່າກັບສາກົນ ສ້າງສິ່ງໃໝ່ໆໃຫ້ກັບປະເທດ ແລະ ສ້າງໂອກາດໃຫ້ບ້ານເກີດຕົວເອງ.

อาจเป็นรูปภาพของ 1 คน และ ข้อความ

ສຸດທ້າຍ 10 ເປົ້າໝາຍສູງສຸດໃນຊິວິດຂອງສາວໝີພູ ພິລັນຍານັ້ນກໍຄືຢາກເປັນຕົວແທນສາວລາວ ສາວຫົວພັນໄປຢືນຢູ່ເວທີ Miss Universe 2024 ຢູ່ທີ່ປະເທດເມັກຊິກໂກ ເພື່ອເຮັດໃຫ້ຄົນລາວໄດ້ພາກພູມໃຈ ແລະ ນ້ອງເຊື່ອວ່ານ້ອງຈະສຳເລັດໄດ້ໃນຄັ້ງນີ້.

ທ້າຍສຸດນີ້ຂ່າວບັນເທີງຝາກເປັນກຳລັງໃຈໃຫ້ສາວງາມຄົນນີ້ແນ່ເດີ້ ໃນເວທີນາງງາມຈັກກະວານລາວ ເຊິ່ງຮອບຕັດສິນຈະມີຂື້ນໃນໄວໆນີ້ ຝາກເຊຍ ແລະ ເປັນກຳລັງໃຈໃຫ້ສາວຈາກແດນເໜືອແຂວງຫົວພັນກັນໄດ້ດ້ວຍການເຂົ້າໄປຮ່ວມໂຫວດ ແລະ ກົດໄລ້ກົດແຊເດີ້.