ຊົມພູ້ ເພັດອາລຸນ ສາວງາມພ້ອມຄວາມໝັ້ນໃຈ ໃນເວທີປະກວດນາງງາມຈັກກະວານລາວ

1403

ມື້ນີ້ພາມາຮູ້ຈັກ ໜຶ່ງສາວງາມ ຕົວແທນນໍາສະເໜີແຂວງ ໄຊຍະບູລີ ໃນເວທີ ນາງງາມຈັກກະວານລາວ 2024 ( Miss Universe Laos 2024 )  ຊົມພູ້ ເພັດອາລຸນ ຈິດຕະວົງ  ທີ່ກໍາລັງ ສຶກສາຢູ່ປີ 1  ມະຫາວິທະຍາໄລແຫ່ງຊາດ   ປັດຈຸບັນອາໄສ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

อาจเป็นรูปภาพของ 1 คน

ຊົມພູ້ ສາວງາມຜູ້ມີເອກກະລັກ ຮອຍຍິ້ມ ງາມມີສະເໜ່ ພ້ອມຄະຕິປະຈໍາໃຈ “ຄວາມພະຍາມຢູ່ບ່ອນໃດ ຄວາມສຳເລັດ ຢູ່ບ່ອນນັ້ນ” ໄດ້ບອກວ່າ ເຫດຜົນທີ່ມາປະກວດໃນເວທີນີ້ ຍ້ອນຢາກກ້າວຜ່ານຄວາມຢ້ານຂອງຕົນເອງ ແລະ ຢາກເປັນແຮງບັນດານໃຈໃຫ້ກັບຫລາຍຄົນທີບໍ່ກ້າສະແດງອອກ  ແລະ ຢາກເປັນກະບອກສຽງໃຫ້ທຸກຄົນມາເປັນຈິດອາສານຳກັນ ແລະ ກໍຍັງຄາດຫວັງວ່າ ຈະໄດ້ປະສົບການໃໝ່ທີ່ຕົນເອງບໍ່ເຄີຍເຮັດ  ໄດ້ຮູ້ສິ່ງໃໝ່ໆ ທີ່ເຮົາບໍ່ເຄີຍພົບ.

อาจเป็นรูปภาพของ 1 คน และ ข้อความ

ສໍາລັບນ້ອງຄິດວ່າ ຄວາມກ້າຫານກ້າສະແດງອອກເທົ່ານັ້ນ ທີ່ຈະສາມາດຊິງມຸງກຸດໄດ້ ນ້ອງເອງເປັນຄົນອາລົມດີ ສາມາດເຂົ້າໄດ້ທຸກສະຖານະການ, ນ້ອງຈະສ້າງພາບໃຫ້ກັບທຸກຄົນທີ່ບໍ່ກ້າລົງມືເຮັດໃນຕົວເອງຢາກເຮັດ   ໃຫ້ກາຍເປັນຄົນກ້າລົງມືເຮັດມັນ ເພາະ ນ້ອງເອງກໍເຊື່ອຄວາມພະຍາມນັ້ນ ມັນບໍ່ເຄີຍທໍລະຍົດໃຜ  ຫາກເຮົາຕັ້ງໃຈ ແລະ ເຊື່ອໝັ້ນ ໂຕເອງພໍ ທຸກຢ່າງທີ່ເຮົາຕັ້ງໃຈກໍຈະເກີດຜົນສຳເລັດ.

อาจเป็นรูปภาพของ 1 คน

ຫາກນ້ອງໄດ້ມີໂອກາດໄປຕ່າງປະເທດ ນ້ອງກໍຈະແນະນຳພາສາການເວົ້າ ແລະ ການນຸ່ງຖື ວັດທະນາທຳ ທີ່ປະຕີບັດກັນມາແຕ່ດົນນານ ເພື່ອໃຫ້ສາກົນໄດ້ຮັບຮູ້ຄວາມເປັນລາວ.

ຊົມພູ້ ຄິດວ່າຄຸນຄ່າຂອງຜູ້ຍິງນັ້ນ ບໍ່ມີວັນສິ້ນສຸດ ເພາະຜູ້ຍິງສະໄໝໃໝ່ ມີ ຄວາມສາມາດເທົ່າທຽມຜູ້ຊາຍ ແລະ ຜູ້ຍິງດຽວນີ້ ກໍສາມາດເປັນຜູ້ນຳໄດ້ຄືກັບຜູ້ຊາຍ.

อาจเป็นรูปภาพของ 1 คน, กำลังยิ้ม และ แว่นกันแดด

ສຸດທ້າຍນີ້ ຢາກຝາກເປັນກຳລັງໃຈກັບ ຕົວແທນນຳສະເໜີແຂວງໄຊຍະບູລີແດ່ເດີ້! ແລະ ເຊຍສາວໆທັງ 18 ຄົນນຳທຸກຄົນທີ່ມາເວທີນີ້ລ້ວນແຕ່ຄວາມຝັນ ແລະ ຄວາມສາມາດທັງນັ້ນ.

ໂດຍ: ເມລີ; ຮູບ: som phou Chittavong