ຍົກລະດັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ

16

ກອງປະຊຸມຝຶກອົບຮົມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໃຫ້ແກ່ພະນັກງານ – ລັດຖະກອນຂອງສະພາແຫ່ງຊາດ ( ສພຊ ) ໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 3 – 5 ພຶດສະພາ 2024 ທີ່ເມືອງປາກຊັນ ແຂວງ ບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ.

ຊຸດອົບຮົມມີຂຶ້ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ສົ່ງເສີມທັກສະທາງດ້ານວິຊາການ ເພື່ອສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນເສນາທິການທາງດ້ານວຽກງານ ຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຢ່າງເປັນລະບົບຄົບຊຸດ, ມີປະສິດທິພາບ, ຮັດກຸມ ແລະ ເປັນເອກະພາບ ຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການປະຕິບັດໜ້າທີ່ວຽກງານຕົວຈິງ.


ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ປຶ້ມຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 3 ຂົງເຂດ ( ເສດຖະກິດ – ການເງິນ, ປກຊ – ປກສ ແລະ ຍຸຕິທຳ ); ເຜີຍແຜ່ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ, ມະຕິວ່າດ້ວຍ ການຕີຄວາມໝາຍ ແລະ ອະທິບາຍກົດໝາຍ, ມະຕິວ່າດ້ວຍ ການໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງສະພາແຫ່ງຊາດ ແລະ ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ. ຈາກນັ້ນ, ກໍໄດ້ຈັດແບ່ງກຸ່ມເພື່ອທົດລອງການຄົ້ນຄວ້າຂຽນແຜນການ ແລະ ເອກະສານຕົວຈິງ ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຝຶກຝົນການຂີດຂຽນເນື້ອໃນຕົ້ນຕໍ ກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ເພື່ອເປັນເສນາທິການໃຫ້ແກ່ຄະນະນຳກຳມາທິການໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນໂອ້ລົມວ່າ: ວຽກງານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ເຖິງແມ່ນວ່າຍັງເປັນວຽກງານໃໝ່ສຳລັບພວກເຮົາກໍຕາມ ແຕ່ຕ້ອງໄດ້ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ບັນດາຂະແໜງການຕ່າງໆຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ.