ຄວາມຄືບໜ້າ ແຜນສ້າງທາງລົດໄຟ

11

ການກໍ່ສ້າງທາງລົດໄຟຢູ່ ສປປ ລາວ ແມ່ນມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນແມ່ນສຳເລັດການສ້າງສາງຈຸດຄ່ຽນຖ່າຍລາງສູ່ລາງ ລົດໄຟ ລາວ – ຈີນ ແລະ ລົດໄຟ ລາວ – ໄທ; ສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງຂົວສະເພາະລົດໄຟຂ້າມນໍ້າຂອງ ເຊື່ອມຈອດທາງລົດໄຟ ລາວ – ຈີນ ແລະ ໄທ – ຈີນ; ສຶກສາສຳຫຼວດ ແລະ ອອກແບບເສັ້ນທາງລົດໄຟ ແຕ່ ນະຄອນຫຼວງວຽງຈັນ – ທ່າແຂກ.
ອີງຕາມບົດສະຫຼຸບວຽກງານໂຍທາທິການ ແລະ ຂົນສົ່ງ ປີ 2023 ໃຫ້ຮູ້ວ່າ: ຮອດທ້າຍປີ 2023 ການຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງ ແນໃສ່ເອື້ອອຳນວຍຄວາມສະດວກໃນການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ; ສະເພາະແຜນສ້າງທາງລົດໄຟ ມີດັ່ງນີ້:

(1) ໄດ້ສຳເລັດການກໍ່ສ້າງຈຸດຄ່ຽນຖ່າຍລາງສູ່ລາງ ລົດໄຟລາວ – ຈີນ ແລະ ລົດໄຟລາວ – ໄທ ຢູ່ທ່ານາແລ້ງ; ພ້ອມດຽວກັນນີ້ ກໍໄດ້ຄົ້ນຄວ້າຫາແຫຼ່ງທຶນ ມາສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງທາງເຊື່ອມຕໍ່ລົດໄຟໂດຍສານ ຈາກສະຖານີຄຳສະຫວາດ ເຊື່ອມຕໍ່ກັບສະຖານີລົດໄຟລາວ – ຈີນ ນະຄອນຫຼວງວຽງຈັນ ທີ່ບ້ານນາໄຊ;
(2) ໂຄງການກໍ່ສ້າງຂົວສະເພາະລົດໄຟແຫ່ງໃໝ່ຂ້າມແມ່ນໍ້າຂອງ ເຊື່ອມຈອດທາງລົດໄຟ ລາວ – ຈີນ ແລະ ໄທ – ຈີນ: ໄດ້ຕິດຕາມກົມທາງຫຼວງ ກະຊວງຄົມມະນາຄົມ ( ໄທ ) ໃນການສຶກສາຄວາມເໝາະສົມດ້ານເສດຖະກິດ, ເຕັກນິກ ແລະ ຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ ( Pre – FS ) ( ໂຄງການກໍ່ສ້າງຂົວມິດຕະພາບ ລາວ – ໄທ ແຕ່ ນະຄອນຫຼວງວຽງຈັນ – ໜອງຄາຍ ແຫ່ງທີ 2 ( ຂົວຂ້າມແມ່ນໍ້າສະເພາະທາງລົດໄຟ ), ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການແມ່ນໄດ້ສຳເລັດ 100%;


(3) ໄດ້ສຳເລັດວຽກການກໍ່ສ້າງ ໂຄງການກໍ່ສ້າງທາງລົດໄຟ ລາວ – ໄທ ໄລຍະ II ( ຕອນ ທີ 2 ) ໃນມູນຄ່າ 1.650 ລ້ານບາດໄທ ລວມມີທາງລົດໄຟຍາວ 7,5 ກິໂລແມັດ, ສາງ, ຫ້ອງການ ແລະ ລານ CY ຢູ່ທ່ານາແລ້ງ ແລະ ສະຖານີລົດໄຟວຽງຈັນ ( ຄຳສະຫວາດ ) ແລະ ເປີດນຳໃຊ້ສະຖານີລົດໄຟວຽງຈັນ ( ຄຳສະຫວາດ ) ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023.
ນອກຈາກນັ້ນແລ້ວ ໄດ້ສຳເລັດການປັບປຸງຫ້ອງການເຈົ້າໜ້າທີ່ຢູ່ສະຖານີວຽງຈັນ ( ຄຳສະຫວາດ ) ພາຍໃຕ້ໂຄງການກໍ່ສ້າງທາງລົດໄຟ ລາວ – ໄທ ໄລຍະ II ( ຕອນທີ 2 ) .
(4) ໂຄງການສຶກສາສຳຫຼວດ ແລະ ອອກແບບເສັ້ນທາງລົດໄຟ ແຕ່ ນະຄອນຫຼວງ ວຽງຈັນ – ເມືອງທ່າແຂກ ແຂວງຄຳມ່ວນ ( ຊາຍແດນລາວ – ຫວຽດນາມ ) ລວງຍາວ 452 ກິໂລແມັດ, ແບ່ງອອກເປັນ 2 ຊ່ວງ ຄື: ຊ່ວງທີ 1 ແຕ່ເມືອງທ່າແຂກ ແຂວງຄໍາມ່ວນ ຫາ ຊາຍແດນລາວ – ຫວຽດນາມ, ລວງຍາວ 139,18 ກິໂລແມັດ ປັດຈຸບັນຢູ່ໃນຂັ້ນຕອນການພິຈາລະນາຂອງກະຊວງແຜນການ ແລະ ລົງທຶນ ໄດ້ຮັບການຕໍ່ອາຍຸ MOU ຄັ້ງທີ 2 ແລະ ກຳລັງສືບຕໍ່ຈັດຕັ້ງປະຕິບັດໃນການສຶກສຳຫຼວດອອກແບບລະອຽດ ສາມາດປະຕິບັດ 60%; ຊ່ວງທີ 2 ແຕ່ນະຄອນຫຼວງ ວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ ລວງຍາວ 313 ກິໂລແມັດ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ສາມາດປະຕິບັດໄດ້ 10%.

(5) ສຶກສາສຳຫຼວດ – ອອກແບບ ແລະ ກໍ່ສ້າງເສັ້ນທາງລົດໄຟ ແຕ່ທ່າແຂກ – ສະຫວັນນະເຂດ – ສາລະວັນ – ປາກເຊ – ວັງເຕົ່າ ( ຊາຍແດນລາວ – ໄທ ) ລວງຍາວ 345 ກິໂລແມັດ ໄດ້ຍົກເລີກ MOU ກັບ ບໍລິສັດ ສິນນະຄອນ ການໂຍທາ ເນື່ອງຈາກບໍ່ສາມາດຈັດຕັ້ງປະຕິບັດໂຄງການຕາມເວລາທີ່ກໍານົດໃນ MOU ແລະ ປັດຈຸບັນຊອກຫາແຫຼ່ງທຶນບໍລິສັດທີ່ສົນໃຈມາພັດທະນາໂຄງການດັ່ງກ່າວ.
(6) ໂຄງການບຳລຸງຮັກສາ ແລະ ສ້ອມແປງລະບົບສັນຍານຢູ່ສະຖານີລົດໄຟທ່ານາແລ້ງ ( ຕິດພັນກັບໂຄງການສ້າງທາງລົດໄຟ ລາວ – ໄທ ໄລຍະ I ) ປັດຈຸບັນໄດ້ສຳເລັດການແຕ່ງຕັ້ງຄະນະປະມູນຈັດຊື້ຈັດຈ້າງວຽກງານສ້ອມແປງ ແລະ ບຳລຸງຮັກສາລະບົບສັນຍາ ແລະ ໂທລະຄົມ.
(7) ສຶກສາສຳຫຼວດ – ອອກແບບ ແລະ ກໍ່ສ້າງ ເພື່ອພັດທະນາເສັ້ນທາງລົດໄຟ ແຕ່ສະຫວັນນະເຂດ – ລາວບາວ ລວງຍາວ 220 ກິໂລແມັດ ໂດຍໄດ້ລົງເກັບກຳຂໍ້ມູນພາກສະໜາມ ພ້ອມທັງເຮັດການປະເມີນຜົນກະທົບດ້ານສິ່ງແວດລ້ອມ – ສັງຄົມ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ສາມາດປະເມີນຄວາມຄືບໜ້າໄດ້ປະມານ 10%.