3 ເດືອນ ສາລະວັນ ສົ່ງອອກມູນຄ່າ 514 ຕື້ກວ່າກີບ

5

3 ເດືອນຕົ້ນປີ 2024 ແຂວງສາລະວັນ ສາມາດສົ່ງອອກສິນຄ້າ ມີມູນຄ່າ 514 ຕື້ກວ່າກີບ; ສ່ວນການເກັບລາຍຮັບເຂົ້າງົບປະມານໄດ້ 75,56 ຕື້ກີບ ເທົ່າກັບ 36,74% ຂອງແຜນການປີ.
ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງສາລະວັນ ໄດ້ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 14 ສະໄໝທີ IX ເມື່ອບໍ່ດົນມານີ້ວ່າ: ໃນ 3 ເດືອນຕົ້ນປີ ລາຍຮັບພູດສູນກາງ ປະຕິບັດໄດ້ 33,65 ຕື້ກີບ ເທົ່າກັບ 157,29% ຂອງແຜນການງວດ ແລະ ພູດທ້ອງຖິ່ນ ປະຕິບັດໄດ້ 41,90 ຕື້ກີບ ເທົ່າກັບ 140,87% ຂອງແຜນການງວດ ( ມາຮອດວັນທີ 23 ເມສາ 2024 ເກັບລາຍຮັບໄດ້ 89,96 ຕື້ກວ່າກີບ ເທົ່າກັບ 43,74% ຂອງແຜນການປີ ).

ດ້ານລາຍຈ່າຍ ປະຕິບັດໄດ້ 97,59 ຕື້ກີບ ເທົ່າກັບ 74,19% ຂອງແຜນການງວດ I ຫຼື ເທົ່າກັບ 24,09% ຂອງແຜນການປີ ( ຮອດວັນທີ 23 ເມສາ 2024 ປະຕິບັດໄດ້ 203,21 ຕື້ກີບ ).
ການປູກເຂົ້ານາແຊງ ປະຕິບັດໄດ້ 13.787 ໂຕນ ເທົ່າກັບ 98% ຂອງແຜນການທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 10%, ການປູກພືດເປັນສິນຄ້າ ເຊັ່ນ: ກາເຟ 16.270 ເຮັກຕາ ຜົນຜະລິດ 27.093 ໂຕນ, ມັນຕົ້ນ 34.795 ເຮັກຕາ ຜົນຜະລິດ 849.315 ໂຕນ.

ພ້ອມນີ້, ໄດ້ເອົາໃຈໃສ່ຄຸ້ມຄອງສິນຄ້າໃນຕະຫຼາດ, ຕິດຕາມການສະໜອງນໍ້າມັນເຊື້ອໄຟປົກກະຕິ, ໃນ3 ເດືອນຕົ້ນປີສາມາດສົ່ງອອກສິນຄ້າ ໄດ້ທັງໝົດມູນຄ່າ 514,63 ຕື້ກວ່າກີບ ທຽບໃສ່ແຜນປີປະຕິບັດໄດ້ 66,11% ເປັນຕົ້ນ: ກາເຟ, ມັນຕົ້ນແຫ້ງ – ແປ້ງມັນ, ກ້ວຍ, ສາລີອາຫານສັດ, ຢາງພາລາ ແລະ ອື່ນໆ. ນຳເຂົ້າສິນຄ້າປະຕິບັດໄດ້ມູນຄ່າ 124,66 ຕື້ກວ່າກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 65,63%.
ນອກນີ້, ຍັງໄດ້ເອົາໃຈໃສ່ບູລະນະສ້ອມແປງເສັ້ນທາງໃນຂອບເຂດຄວາມຮັບຜິດຊອບຂອງແຂວງ, ເມືອງ, ຕິດຕາມ ໂຄງການກໍ່ສ້າງສະໜາມກີລາຂອງແຂວງ ເພື່ອໃຫ້ຖ່ວງທັນກັບການເປັນເຈົ້າພາບກີລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ 7 ໃນເດືອນທັນວາ 2024 ທີ່ຈະມາເຖິງນີ້.