ປະທານປະເທດຈີນ ພົບປະເຈລະຈາກັບປະທານາທິບໍດີຝຣັ່ງ

1091

ຊີອາໄອລາຍງານວ່າ: ຕອນບ່າຍວັນທີ 6 ພຶດສະພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ຢູ່ວັງເອລີເຊ ທີ່ນະຄອນຫຼວງປາຣີປະເທດຝຣັ່ງ.
ໃນໂອກາດດັ່ງກ່າວ, ຜູ້ນຳສອງປະເທດໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບຈີນ-ຝຣັ່ງສ້າງຕັ້ງສາຍພົວພັນທາງການທູດຄົບຮອບ60ປີ, ສາຍພົວພັນມິດຕະພາບຈີນ-ຝຣັ່ງ, ການຮ່ວມມືດ້ານການຄ້າແລະການແລກປ່ຽນດ້ານວັດທະນະທຳສອງຝ່າຍລວມທັງເຕັກໂນໂລຊີທີ່ທັນສະໄໝຊັ້ນຍອດ ກໍຄື ບັນຫາທົ່ວໂລກເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ຄວາມຫຼາກຫຼາຍດ້ານຊີວະນານາພັນຂອງທະເລແລະອື່ນໆ.
ນອກນີ້ ສອງຝ່າຍຍັງໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບບັນຫາໃນສາກົນແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນ ວິກິດການອູແກຣນ, ການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນແລະອື່ນໆ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນ ແລະ ຝຣັ່ງເປັນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຄວນອອກສຽງເພື່ອແກ້ໄຂບັນຫາ ເຄັ່ງຮ້ອນດ້ວຍສັນຕິວິທີ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງໂລກທີ່ມີສັນຕິພາບຖາວອນແລະມີຄວາມໝັ້ນຄົງຢ່າງທົ່ວເຖິງ. ຈີນຍິນດີຮ່ວມກັບຝຣັ່ງຖືເອົາງານມະຫາກຳກິລາໂອລິມປິກປາຣີເປັນໂອກາດທີ່ດີເພື່ອສົ່ງເສີມໃຫ້ທົ່ວໂລກຢຸດຍິງໃນໄລຍະຈັດງານກິລາໂອລິມປິກ.
ສອງຝ່າຍໄດ້ອອກຖະແຫຼງການຮ່ວມ4ສະບັບກ່ຽວກັບສະຖານະການຢູ່ເຂດຕາເວັນອອກກາງ, ປັນຍາປະດິດກັບການບໍລິຫານໂລກ, ຊີວະນານາພັນກັບທະເລ ກໍຄືການແລກປ່ຽນການຮ່ວມມືດ້ານກະສິກຳ. ນອກນີ້ຍັງໄດ້ລົງນາມໃນເອກະສານຮ່ວມມືສອງຝ່າຍເກືອບ20ກວ່າສະບັບທີ່ພົວພັນເຖິງຂົງເຂດຕ່າງໆເຊັ່ນການພັດທະນາສີຂຽວ, ການບິນ, ອາຫານທີ່ເປັນຜະລິດຕະພັນກະສິກຳ, ການຄ້າ, ວັດທະນະທຳ ແລະ ອື່ນໆ.