ທ່ານ ວະລາດີເມຍ ປູຕິນ ດຳລົງຕຳແໜ່ງ ເປັນປະທານາທິບໍດີ ຣັດເຊຍ ສະໄໝທີ 5

35

ສຳນັກຂ່່າວຕ່າງປະເທດລາຍງານວ່າ: ພິທີຮັບດຳລົງຕຳແໜ່ງຂອງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ດຳເນີນຢູ່ວັງ Kremlin ຕອນບ່າຍວັນທີ 7 ພຶດສະພາ ເຊິ່ງດຳລົງຕຳແໜ່ງເປັນປະທານາທິບໍດີສະໄໝທີ 5 ໃນພາລະກິດການເມືອງຂອງທ່ານປູຕິນ ໂດຍຊ່ອງໜ້າບັນດາສະມາຊິກໃນສະພາສູງ, ສະພາຕ່ຳສະຫະພັນ ຣັດເຊຍ ແລະ ຜູ້ພິພາກສາສານລັດຖະທຳມະນູນ ຣັດເຊຍ.
ທ່ານ ວະລາດີເມຍ ປູຕິນ ໄດ້ປະຕິຍານເຄົາລົບ ແລະ ປົກປ້ອງບັນດາສິດ ແລະ ສິດເສລີຂອງມະນຸດ ແລະ ພົນລະເມືອງ, ປະຕິບັດ ແລະ ປົກປ້ອງລັດຖະທຳມະນູນ ສະຫະພັນ ຣັດເຊຍ, ປົກປັກຮັກສາອະທິປະໄຕ ແລະ ເອກະລາດ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລັດ, ຈົງຮັກພັກດີຮັບໃຊ້ປະຊາຊົນ.
ຫຼັງຈາກນັ້ນ, ປະທານສານລັດຖະທຳມະນູນ ສະຫະພັນ ຣັດເຊຍ ໄດ້ປະກາດປະທານາທິບໍດີໄດ້ຮັບດຳລົງຕຳແໜ່ງ.
ກ່ອນໜ້ານັ້ນ, ໃນການເລືອກຕັ້ງປະທານາທິບໍດີ ຣັດເຊຍ ຄັ້ງທີ 8, ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ ວະລາດີເມຍ ປູຕິນ ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງຮອບທຳອິດ ດ້ວຍຈຳນວນຫຼາຍກວ່າ 87% ຈຳນວນບັດສະໜັບສະໜູນ.