ລາຄາຄຳຂຶ້ນສູງເປັນປະຫວັດສາດ

20

ຄຳເປັນສິນຊັບທີ່ຄົນລາວເຮົານິຍົມກັນຫຼາຍ ເພາະນອກຈາກຈະຊື້ເພື່ອຈຸດປະສົງໃນການສວມໃສເປັນເຄື່ອງປະດັບປະດາແລ້ວ ກໍຍັງສາມາດເກັບໄວ້ເພື່ອເປັນການລົງທຶນໃນໄລຍະຍາວໄດ້ເຊັ່ນດຽວກັນ ແລະໃນໄລຍະຜ່ານມາລາຄາຄຳໃນປະເທດລາວເຮົາມີການປັບໂຕຂຶ້ນສູງຫຼາຍ ອັນເປັນຜົນມາຈາກຫຼາຍປັດໄຈທັງພາຍໃນປະເທດ ແລະ ນອກປະເທດ ເຊິ່ງປັດໄຈພາຍໃນປະເທດກໍຍັງຄົງເປັນຜົນມາຈາກອັດຕາເງິນເຟີ້ຂອງປະເທດເຮົາທີ່ຍັງຄົງຢູ່ໃນລະດັບສູງ ແຕ່ເປັດໄຈຫຼັກທີ່ເຮັດໃຫ້ລາຄາຄຳປັບຂຶ້ນສູງຫຼາຍໃນໄລຍະນີ້ແມ່ນເປັນຜົນມາຈາກປັດໄຈພາຍນອກເຊິ່ງກໍຄືລາຄາຄຳໂລກທີ່ດີດໂຕຂຶ້ນສູງເປັນປະຫວັດສາດໃນຮອບຫຼາຍປີ ອັນເປັນຜົນມາຈາກປັດໄຈຕ່າງໆຄື:

  • ນັກລົງທຶນຄາດການວ່າທະນາຄານກາງຂອງສະຫະລັດອາເມຣິກາ(FED)ຈະຫຼຸດອັດຕາດອກເບ້ຍລົງ ເຊິ່ງອາດຈະເຮັດໃຫ້ເງິນໂດລາຂອງອາເມຣິກາອ່ອນຄ່າລົງ ເຊິ່ງສົ່ງຜົນເຮັດໃຫ້ເປັນແຮງຜັກດັນເຮັດໃຫ້ລາຄາຄຳເພີ່ມສູງຂຶ້ນ ເນື່ອງຈາກລາຄາຄຳໃນໂລກແມ່ນທຽບໃສ່ກັບເງິນໂດລາຂອງອາເມຣິກາເປັນຫຼັກ.
  • ທະນາຄານກາງຂອງຫຼາຍປະເທດ ເຊັ່ນ: ທະນາຄານກາງຂອງປະເທດຈີນແມ່ນກຳລັງມີການເພີ່ມການຊື້ຄຳເຂົ້າໄວ້ໃນຄັງ ເພື່ອຈຸດປະສົງໃນການຫຼຸດຜ່ອນການເພິ່ງພາເງິນໂດລາຂອງອາເມຣິກາ ອັນເປັນຜົນເຮັດໃຫ້ຄວາມຕ້ອງການຄຳ (Demand) ເພີ່ມຂຶ້ນ ແຕ່ການສະໜອງ(Supply) ຍັງເທົ່າເດີມ ຈຶ່ງເປັນປັດໄຈຊ່ວຍໜຸນໃຫ້ລາຄາຄຳເພີ່ມຂຶ້ນຕາມກົນໃກ້ຂອງຕະຫຼາດ.
  • ນັກລົງທຶນມີຄວາມກັງວົນວ່າອັດຕາເງິນເຟີ້ຈະເພີ່ມສູງຂຶ້ນ ສົ່ງຜົນເຮັດໃຫ້ຄຳທີ່ຖືວ່າເປັນເງິນທີ່ແທ້ຈິງແມ່ນຖືກເບິ່ງວ່າເປັນສິນຊັບທີ່ມີຄວາມປອດໄພໃນໄລຍະທີ່ມີພາວະເງິນເຟີ້.
  • ສົງຄາມລະຫວ່າງຣັດເຊຍ ແລະ ອູແກນ, ຄວາມຂັດແຍ່ງລະຫວ່າງອິດສະຣາແອນ ກັບກຸ່ມຮາມາສ ໃນເຂດອາຊີກາງ. ນອກນັ້ນຍັງມີການເລືອກຕັ້ງໃນຫຼາຍປະເທດ ແລະ ໂດຍສະເພາະແມ່ນການເລືອກຕັ້ງປະທານາທິບໍດີສະຫາລັດອາເມຣິກາທີກຳລັງຈະມາຮອດ ເຫຼົ່ານີ້ລ້ວນແມ່ນເປັນປັດໄຈທີ່ເພີ່ມຄວາມບໍ່ແນ່ນອນ ໃນພູມສາດການເມືອງໂລກຈຶ່ງສົ່ງຜົນໃຫ້ນັກລົງທຶນສ່ວນຫຼາຍໃນໂລກຫັນມາຊື້ຄຳເພື່ອເປັນການຮັກສາເງິນທຶນຂອງຕົນ.

ສະຫຼຸບແລ້ວບັນດາເຫດການທີ່ກ່າວມາຂ້າງເທິງນີ້ລ້ວນແລ້ວແຕ່ເປັນປັດໄຈທີ່ສົ່ງຜົນເຮັດໃຫ້ເກີດ ຄວາມບໍ່ແນ່ນອນໃນໂລກ ແລະ ສົ່ງຜົນໃຫ້ລາຄາຄຳມີການເພີ່ມຂຶ້ນສູງເປັນປະຫວັດສາດ. ເນື່ອງຈາກຄຳ ຍັງຄົງເປັນສິນຊັບທີ່ມີຄວາມປອດໄພ ແລະ ເປັນທີ່ນິຍົມທີ່ຈະຖືໄວ້ໄນໄລຍະທີ່ມີເຫດການຄວາມບໍ່ແນ່ນອນທາງດ້ານການເມືອງໂລກ ແລະ ໄລຍະສົງຄາມ.

ອ້າງອີງ: https://www.amarintv.com/spotlight/insight/detail/63613