ວິທີເຮັດໃຫ້ພະນັກງານຢາກສ້າງຜົນງານທີ່ດີ

23

ເຮົາລອງພິຈາລະນາຈາກຕົວເຮົາເອງ ວ່າການທີ່ເຮົາທຸ່ມເທເຮັດວຽກ ແລະ ພະຍາຍາມທີ່ຈະສ້າງຜົນງານທີ່ເປັນເລີດ ລວມທັງພະຍາຍາມຄິດສິ່ງໃໝ່ໆ ເພື່ອໃຊ້ໃນການເຮັດວຽກ ລວມເຖິງການແກ້ໄຂບັນຫາຕ່າງໆ ໃຫ້ວຽກງານສຳເລັດລຸລ່ວງໄປໄດ້ນັ້ນ ສິ່ງໃດທີ່ເປັນສາເຫດທີ່ເຮັດໃຫ້ເຮົາເປັນແບບນັ້ນ. ລຳພັງພຽງເງິນເດືອນ ແລະ ສະຫວັດດີການທີ່ດີນັ້ນ ບໍແມ່ນສາເຫດຫຼັກດ້ວຍຊ້ຳ ແລ້ວສາເຫດທີ່ຈະເຮັດໃຫ້ພະນັກງານມຸ່ງໝັ້ນສ້າງຜົນງານທີ່ດີ ມີດັ່ງນີ້:

  1. ມີຜູ້ບໍລິຫານ ແລະ ຫົວໜ້າທີ່ເກັ່ງ ແລະ ສ້າງຜົນງານທີ່ດີໃຫ້ເຫັນ:

ສິ່ງທຳອິດທີ່ຈະເຮັດໃຫ້ພະນັກງານສ້າງຜົນງານທີ່ດີໄດ້ກໍຄື: ຈະຕ້ອງມີຫົວໜ້າທີ່ດີກ່ອນ ເພາະພະນັກງານຈະຕ້ອງເຫັນສິ່ງທີ່ຫົວໜ້າເຮັດ ວ່າຫົວໜ້າມຸ່ງໝັ້ນຕັ້ງໃຈໃນການເຮັດວຽກຫຼາຍພຽງໃດ. ສິ່ງເຫຼົ່ານີ້ເອງທີ່ພະນັກງານຈະຊຶມຊັບມາໂດຍບໍ່ຮູ້ຕົວ ແລະ ຈະເຮັດໃຫ້ພະນັກງານມີພະລັງໃນການສ້າງສັນຜົນງານທີ່ດີໄດ້ດ້ວຍ ເພາະໄດ້ເຫັນຕົວຢ່າງໃນການເຮັດວຽກຈາກຫົວໜ້າຂອງຕົນເອງ. ກົງກັນຂ້າມກັບພະນັກງານທີ່ເຮັດວຽກກັບຫົວໜ້າງານທີ່ບໍ່ເກັ່ງ ແລະ ທຳງານບໍ່ເປັນ ຜົນຄື: ພະນັກງານທີ່ເກັ່ງ ຈະເບື່ອໜ່າຍ ແລະ ບໍ່ຢາກເຮັດວຽກດ້ວຍ ສຸດທ້າຍກໍບໍ່ຢາກສ້າງຜົນງານທີ່ດີເຊັ່ນກັນ ສະແດງວ່າກ່ອນທີ່ເຮົາຈະເລື່ອນໃຜໃຫ້ເປັນຫົວໜ້າ ເຮົາຈະຕ້ອງໝັ້ນໃຈວ່າ ຜູ້ນັ້ນເປັນຄົນເກັ່ງ ແລະ ມີຄວາມມຸ່ງໝັ້ນໃນການເຮັດວຽກສູງ.

  1. ມີຜູ້ບໍລິຫານ ແລະ ຫົວໜ້າງານທີ່ຮັບຟັງຄວາມຄິດເຫັນ:

ສິ່ງທີ່ເຮັດໃຫ້ພະນັກງານຢາກສ້າງຜົນງານທີ່ດີຄື:ພະນັກງານໄດ້ເຮັດວຽກກັບຫົວໜ້າທີ່ຍິນດີຮັບຟັງພະນັກງານຢ່າງເປີດໃຈ ບໍ່ແມ່ນພຽງສະແດງທ່າທາງວ່າຮັບຟັງ ແຕ່ຄວາມຈິງແລ້ວບໍ່ໄດ້ຟັງຫຍັງເລີຍ ບໍ່ເຂົ້າໃຈພະນັກງານດ້ວຍຊ້ຳໄປວ່າຫຍັງ ມີພະນັກງານບາງຄົນບອກກົງໆ ວ່າຖ້າມີຫົວໜ້າທີ່ບໍ່ເຄີຍເປີດໃຈຮັບຟັງເຮົາເລີຍ ຕົວພະນັກງານເອງກໍຈະບໍ່ມີແຮງຈະເຮັດວຽກໃຫ້ ພະລັງໃນການສ້າງຜົນງານກໍຈະຫຼຸດລົງໄປເລື້ອຍໆ ຈົນຫາຍໄປໃນທີ່ສຸດ.

  1. ໄດ້ຮັບອິດສະຫຼະໃນການເຮັດວຽກ:

ອີກປັດໄຈທີ່ຈະສົ່ງເສີມໃຫ້ພະນັກງານສ້າງຜົນງານທີ່ດີຄື: ພະນັກງານຢາກໄດ້ອິດສະຫຼະໃນການເຮັດວຽກ ໝາຍເຖິງໄດ້ມີໂອກາດໃນການຄິດ ແລະ ເຮັດວຽກດ້ວຍຕົນເອງ ບໍ່ແມ່ນໄດ້ຮັບແຕ່ຄຳສັ່ງ ພ້ອມທັງບອກວິທີການເຮັດວຽກທຸກຢ່າງ ໂດຍທີ່ພະນັກງານບໍ່ຕ້ອງຄິດຫຍັງເລີຍ  ຫຼື ຖືກຄວບຄຸມຢ່າງໃກ້ຊິດຫຼາຍເກີນໄປ ຈະເຮັດຫຍັງກໍມີຫົວໜ້າຄອຍປະກົບ ແລະ ຄອຍສັ່ງການຕະຫຼອດເວລາ ຖ້າຖືກປະກົບແບບນີ້ພະນັກງານເອງກໍຄົງບໍ່ມີແຮງຈູງໃຈທີ່ຈະສ້າງຜົນງານທີ່ດີຢ່າງແນ່ນອນ.

  1. ໄດ້ຮັບການຍອມຮັບຈາກຫົວໜ້າ:

ປັດໄຈສຳຄັນທີ່ເຮັດໃຫ້ພະນັກງານ ຢາກສ້າງຜົນງານທີ່ດີຂຶ້ນໄປເລື້ອຍໆ ຄື: ພະນັກງານຄົນນັ້ນໄດ້ຮັບການຍອມຮັບຈາກຫົວໜ້າຂອງຕົນເອງວ່າເປັນຄົນເກັ່ງ ແລະ ເປັນຄົນທີ່ເປັນທີ່ເພິ່ງໃຫ້ກັບໜ່ວຍງານໄດ້ ດ້ວຍການໄດ້ຮັບການຍອມຮັບແບບນີ້ ຈະເຮັດໃຫ້ພະນັກງານມີແຮງຈູງໃຈໃນການເຮັດວຽກ ແລະ ເປັນແຮງຊຸກຍູ້ໃຫ້ພະນັກງານຢາກສ້າງຜົນງານທີ່ດີຂຶ້ນໄປອີກ ເພາະມັນມີຄວາມຮູ້ສຶກວ່າເຮັດແລ້ວ ຫົວໜ້າຈະຍິ່ງຍອມຮັບເຮົາຫຼາຍຂຶ້ນ ມັນເປັນຄວາມສຳເລັດ ແລະ ເປັນຄວາມພາກພູມໃຈເລິກໆ ເຊິ່ງພະນັກງານທຸກຄົນຢາກໄດ້.

  1. ລະບົບການບໍລິຫານຊັບພະຍາກອນບຸກຄົນທີ່ເປັນທໍາ:

ລະບົບການບໍລິຫານຊັບພະຍາກອນບຸກຄົນທີ່ເປັນທຳ ໂດຍສະເພາະເລື່ອງຂອງການປະເມີນຜົນງານ ແລະ ການເອົາໄປເຊື່ອມໂຍງກັບການໃຫ້ລາງວັນຕອບແທນ ລວມເຖິງລະບົບ ຄວາມກ້າວໜ້າໃນສາຍອາຊີບທີ່ເອົາຜົນງານມາເປັນຕົວພິຈາລະນາ ຖ້າລະບົບ HR ໃນອົງກອນເຮັດໃຫ້ພະນັກງານຮູ້ສຶກເຖິງຄວາມເປັນທໍາ ແລະ ອະທິບາຍໄດ້ຢ່າງມີເຫດຜົນດ້ວຍຫຼັກການຂອງຜົນງານ ແລະ ຄວາມສາມາດຂອງພະນັກງານ ຈະເປັນອີກປັດໄຈ ໜຶ່ງທີ່ເຮັດໃຫ້ພະນັກງານຢາກທີ່ຈະສ້າງຜົນງານທີ່ດີຢ່າງຕໍ່ເນື່ອງ.