8 ກົນລະຍຸດບໍລິຫານເວລາຈາກຄົນລວຍ “ ຄົນລວຍເຮັດວຽກໄວ ”

0
628

ຫາກໃຜທີ່ກໍາລັງບໍລິຫານເວລາບໍ່ຄ່ອຍເກັ່ງ ຫຼື ຄິດວ່າຕົນເອງ ມີເວລາຫວ່າງເກີນໄປ ມື້ນີ້ພວກເຮົາໄດ້ນໍາເອົາຂໍ້ຄິດຈາກ Follow the Money ມາແນະນໍາຈາກໜັງສື “ຄົນລວຍເຮັດວຽກໄວ” ເໝາະສໍາລັບຄົນທີ່ຢາກບໍລິຫານເວລາເພື່ອເພີ່ມໂອກາດໃນການສ້າງລາຍຮັບ, ພົບພໍ້ຜູ້ຄົນ, ສ້າງປະສົບການ ແລະ ສ້າງປະໂຫຍດໃຫ້ຫຼາຍຈາກເວລາທີ່ມີຢູ່ ໂດຍມີ 8 ຂໍ້ຄິດດັ່ງນີ້:

อาจเป็นรูปภาพของ ‎1 คน, เงิน และ ‎ข้อความพูดว่า "‎/ሊ יון III p‎"‎‎

1.ຄົນທີ່ເຮັດວຽກໄວໂດຍບໍ່ສົນວິທີການ ຈະເຮັດແນວໃດກໍໄດ້ໃຫ້ບັນລຸເປົ້າໝາຍໄດ້  ເພາະຫາກຢາກບັນລຸເປົ້າໝາຍກໍຕ້ອງນຶກເຫັນຜົນລັບໃຫ້ດີ

2.ຄົນທີ່ເຮັດວຽກໄວມັກເຮັດງານອອກມາຜິດພາດ ແຕ່ເຂົາກໍລຸກຂຶ້ນມາໄດ້ໄວ ແລະ ແກ້ໄຂໄວ ປັບປຸງຈາກບົດຜິດພາດ. ການເຮັດຜິດພາດເກີດຂຶ້ນໄດ້ສະເໝີ ແລະ ມັນເຮັດໃຫ້ເຮົາເກັ່ງຂຶ້ນເລື້ອຍໆ ການເຮັດຫຍັງກໍຕາມເຮົາບໍ່ຕ້ອງຢ້ານຄວາມຜິດພາດຈົນເກີນໄປ.

  1. ຄົນເຮັດວຽກໄວ ໃຊ້ເງິນເພື່ອປະສົບການໃນການພົບພໍ້ຜູ້ຄົນ ນອກຈາກເລື່ອງມ່ວນຊື່ນແລ້ວ ຍັງສາມາດສ້າງຄອນເນັກຊັ້ນ ເພື່ອຕໍ່ຍອດໃນອະນາຄົດໄດ້ດີອີກດ້ວຍ.
  2. ຄົນເຮັດວຽກໄວໃຫ້ ຄວາມສໍາຄັນກັບງານທີ່ກໍ່ໃຫ້ເກີດປະໂຫຍດ ຫຼາຍກວ່າງານທີ່ຈໍາເຈ ງານພວກນີ້ຄືງານທີ່ຫຼຸດຄ່າໃຊ້ຈ່າຍໃຫ້ບໍລິສັດ ຫຼື ຫຼຸດເວລາໃຫ້ກັບຕົນເອງ
  3. ຄົນທີ່ເຮັດວຽກໄວ ຈະຕັ້ງສົມມຸດຖານໄວ້ແລ້ວລ່ວງໜ້າ ແລ້ວຄ່ອຍລົງມືເຮັດ
  4. ຄົນເຮັດວຽກໄວ ຈະເຝິກຄິດໃນມຸມຂອງຄົນທີ່ຕໍາແໜ່ງສູງກວ່າ ເພື່ອຖ້າການເຕີບໂຕໃນອະນາຄົດ; ດັ່ງນັ້ນ ຫາກພວກເຂົາເຮັດວຽກອອກມາຖືກໃຈກັບຫົວໜ້າຫຼາຍເທົ່າໃດ ໂອກາດຍິ່ງເປີດຂຶ້ນຫຼາຍເທົ່ານັ້ນ

7.ໃນໂລກນີ້ມີຄໍາຕອບຢ່າງຫຼວງຫຼາຍ ຫາກມີທາງເລືອກຢູ່ 2 ທາງໃຫ້ເຮົາ ແຕ່ຄົນທີ່ເຮັດວຽກໄວ ຈະມີຕົວເລືອກທີ່ 3 ໃນການເຮັດສິ່ງນັ້ນສະເໝີ

  1. ຄົນທີ່ເຮັດວຽກໄວ ຈະຮຽນຮູ້ພື້ນຖານສິ່ງນັ້ນ ຢ່າງດີ ບໍ່ແມ່ນຮຽນຮູ້ເຕັກນິກ ຫຼາຍຄົນອາດຄິດວ່າພື້ນຖານເປັນທາງອ້ອມເກີນໄປຫຼືບໍ່ ແຕ່ ຄວາມຈິງແລ້ວ ພື້ນຖານທີ່ແໜ້ນຈະກາຍເປັນທາງລັດໃຫ້ເຮົາເອງ.

ນີ້ກໍເປັນອີກກົນລະຍຸດໃນບໍລິຫານເວລາທີ່ນຳສະເໜີໃຫ້ທ່ານໄດ້ອ່ານ ສຶກສາ ເພື່ອປັບໃຊ້ໃນຊີວິດຕົວຈິງຂອງທ່ານ ເພາະການບໍລິຫານເວລາທີ່ດີ ຈະເພີ່ມໂອກາດຂອງຄວາມສຳເລັດໃນຊີວິດການງານ ກວ່າຄົນອື່ນ.

อาจเป็นรูปภาพของ นาฬิกาข้อมือ

ຮຽບຮຽງໂດຍ: ເມລີ; ຈາກໜັງສື: คนรวยทำงานเร็ว (ຄົນລວຍເຮັດວຽກໄວ)

LEAVE A REPLY

Please enter your comment!
Please enter your name here