ປັດໄຈທີ່ມີຜົນຕໍ່ການບໍລິຫານສະຫະກອນ

0
346

ສະຫະກອນ (Cooperatives) ເປັນສະຖາບັນການເງິນປະເພດໜຶ່ງ ທີ່ມີການບໍລິຫານຕາມລະບຽບຫຼັກການ, ຂະບວນການ ເພື່ອບັນລຸຕາມຈຸດປະສົງທີ່ກຳນົດໄວ້, ມີຄວາມຈຳເປັນທີ່ຈະຕ້ອງມີການບໍລິຫານຕາມໜ້າທີ່, ສ້າງຄວາມເຂັ້ມແຂງພາຍໃນດ້ວຍຕົນເອງ ຕາມແຕ່ລະຮູບແບບສະຫະກອນຄື: ສະຫະກອນສິນເຊື່ອ, ສະຫະກອນການຜະລິດ ແລະ ສົ່ງອອກ ເປັນຕົ້ນ.

ແຕ່ລະສະຫະກອນກໍຈະສະໜັບສະໜູນການດຳເນີນງານຂອງສະຫະກອນແຕ່ລະແບບ ແລະ ມີການບໍລິຫານຕາມໜ້າທີ່ ພ້ອມທັງເກີດປະໂຫຍດສູງສຸດກັບສະມາຊິກພາຍໃນສະຫະກອນຂອງແຕ່ລະທ້ອງຖິ່ນ. ສະນັ້ນ ການບໍລິຫານສະຫະກອນໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ຈຳເປັນຕ້ອງໄດ້ພິຈາລະນາລົງເລິກໃນບາງປັດໄຈທີ່ມີຜົນຕໍ່ການບໍລິຫານ ເຊັ່ນ: ປັດໄຈການບໍລິຫານການຕະຫຼາດ, ການບໍລິຫານການຜະລິດ, ການບໍລິຫານການເງິນ ແລະ ການບໍລິຫານຊັບພະຍາກອນມະນຸດ.

1). ການບໍລິຫານການຕະຫຼາດ (Marketing Management):

ປັດຈຸບັນທຸລະກິດຕ່າງໆ ໃຫ້ຄວາມສໍາຄັນກັບວຽກງານການຕະຫຼາດເປັນບູລິມະສິດຕົ້ນຕໍ, ເຊິ່ງສະຫະກອນເອງ ກໍຈຳເປັນຈະຕ້ອງຮູ້ຄວາມຕ້ອງການຂອງຕະຫຼາດ, ສະມາຊິກຂອງສະຫະກອນແມ່ນໃຜ? ແລະ ພວກເຂົາຕ້ອງການຫຍັງ?, ມີຄວາມສະດວກ-ຫຍຸ້ງຍາກແນວໃດ?, ຄອບຄົວຂອງສະມາຊິກມີສະພາບຈຸດພິເສດແນວໃດ? ເປັນຕົ້ນ. ເປົ້າໝາຍຕົ້ນຕໍຂອງການຕະຫຼາດ ແມ່ນເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງສະມາຊິກ-ຜູ້ບໍລິໂພກ ເຊັ່ນ: ຈະເຮັດແນວໃດ ທີ່ຈະໃຫ້ສະມາຊິກຊື້ສິນຄ້າ ຫຼື ໃຊ້ບໍລິການສະຫະກອນຢ່າງເປັນປົກກະຕິ ໝາຍວ່າຍອດຂາຍ ແລະ ບໍລິການຂອງສະຫະກອນກໍຈະເພີ່ມຂຶ້ນ ແລ້ວສົ່ງຜົນຕໍ່ການສ້າງ ຄວາມເຂັ້ມແຂງຂອງສະຫະກອນເພີ່ມຂຶ້ນ. ໃນນັ້ນ ການບໍລິຫານການຕະຫຼາດ ປະກອບມີ ການວາງແຜນການຕະຫຼາດ, ການດຳເນີນການຕະຫຼາດ ແລະ ການຄວບຄຸມການຕະຫຼາດ ທີ່ສະຫະກອນຈະໄດ້ສຸມໃສ່ເພື່ອຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງ ຕາມລະບຽບຫຼັກການຂອງສະຫະກອນຢ່າງແທ້ຈິງ.

2). ການບໍລິຫານການຜະລິດ (Production Management):

ແມ່ນຂະບວນການປ່ຽນສະພາບປັດໄຈການຜະລິດໃຫ້ເປັນສິນຄ້າ ແລະ ບໍລິການຕາມທີ່ຕ້ອງການ ເຊິ່ງມີເປົ້າໝາຍ ແມ່ນເພື່ອຜະລິດສິນຄ້າ ແລະ ບໍລິການ ທີ່ມີຄຸນນະພາບ, ປະລິມານຕາມທີ່ຕ້ອງການ. ໂດຍພິຈາລະນາໃຫ້ມີຕົ້ນທຶນຕໍ່າ ເຊິ່ງການບໍລິຫານການຜະລິດເລີ່ມຈາກປັດໄຈການຜະລິດ (Input) ເຊັ່ນ: ດິນ, ທຶນ, ແຮງງານ, ເຄື່ອງຈັກ, ຕຶກອາຄານ ແລະ ເຕັກໂນໂລຊີຕ່າງໆ (Goods and Services) ທີ່ຕ້ອງການ. ນອກນັ້ນ ຍັງມີຂະບວນການສະທ້ອນກັບ (Feedback) ເພື່ອກວດກາ, ທົບທວນຄືນບັນຫາ ຫຼື ຄວາມຜິດພາດ ແລະ ຄວບຄຸມການຜະລິດໃຫ້ເປັນໄປຕາມຈຸດປະສົງ. ຂໍ້ມູນທີ່ສະທ້ອນກັບນີ້ ສາມາດວັດແທກໄດ້ຈາກຄ່າຕ່າງໆ ທີ່ໄດ້ຈາກການຜະລິດຕາມລະບົບທີ່ກຳນົດໄວ້, ໃນນັ້ນ ອາດຈະມີທັງຈຸດດີ ແລະ ຈຸດອ່ອນ, ກໍລະນີຖ້າມີຈຸດອ່ອນ ຜູ້ບໍລິຫານຈະຕ້ອງປັບປຸງປ່ຽນແປງລະບົບການຜະລິດ ໃຫ້ໄປຕາມຈຸດປະສົງຕາມທີ່ຕ້ອງການ ແລະ ດີຂຶ້ນ.

ເຖິງຢ່າງໃດກໍຕາມ ໃນລະບົບການຜະລິດ ອາດມີປັດໄຈສະພາບແວດລ້ອມເຂົ້າມາກ່ຽວຂ້ອງ ແລະ ມີອິດທິພົນຕໍ່ຂະບວນການຜະລິດ ເຊິ່ງສະຫະກອນ ບໍ່ສາມາດຈະຄວບຄຸມໄດ້ ເຊັ່ນ: ສະພາບທາງດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ກົດໝາຍ, ວັດທະນະທຳ, ການແຂ່ງຂັນ ແລະ ເຕັກໂນໂລຊີ ເປັນຕົ້ນ. ເຖິງຢ່າງໃດກໍຕາມການບໍລິຫານການຜະລິດ ຈະຕ້ອງສອດຄ່ອງກັບການບໍລິຫານການຕະຫຼາດ ເລີ່ມຕົ້ນໃນຂັ້ນຕອນຂອງການພັດທະນາຜະລິດຕະພັນ ແລະ ບໍລິການ ເຊິ່ງຈະນຳໄປສູ່ການອອກແບບຜະລິດຕະພັນ ແລະ ບໍລິການ ທີ່ຕ້ອງການຈະຜະລິດ ເພື່ອຕອບສະໜອງໃຫ້ຖືກກັບຄວາມຕ້ອງການຂອງສະມາຊິກ ຜູ້ບໍລິໂພກນັ້ນເອງ.

3). ການບໍລິຫານການເງິນ (Financial Management):

ເປັນກິດຈະກໍາທີ່ກ່ຽວຂ້ອງກັບການວາງແຜນທາງດ້ານການເງິນຂອງສະຫະກອນ ເຊິ່ງຈະຕ້ອງສອດຄ່ອງກັບແຜນການຕະຫຼາດ, ການຜະລິດ, ການວິໄຈ ແລະ ພັດທະນາ ແລະ ຊັບພະຍາກອນມະນຸດພາຍໃນສະຫະກອນ. ສະຫະກອນ ມີການວາງແຜນທາງດ້ານການເງິນແລ້ວ ກໍຈະຕ້ອງມີການຊອກຫາແຫລ່ງເງິນທຶນໃນລັກສະນະທີ່ມີຕົ້ນທຶນຕໍ່າ (ບໍ່ເປັນພັນທະຕໍ່ສະມາຊິກໃນດ້ານລົບ) ໂດຍການຈັດສັນເງິນທຶນທີ່ມີຢູ່ ເພື່ອການລົງທຶນທີ່ກໍ່ໃຫ້ເກີດລາຍໄດ້ໃຫ້ກັບສະຫະກອນ ແລະ ການບໍລິຫານການເງິນຈະຕ້ອງມີການຕິດຕາມ, ຄວບຄຸມ, ກວດກາຢ່າງເຂັ້ມງວດໃນການດຳເນີນງານທາງການເງິນຕື່ມອີກ ແລະ ຖ້າສະຫະກອນມີຜົນການດຳເນີນງານທີ່ເຂັ້ມແຂງ ກໍຈະຕ້ອງພິຈາລະນາຜົນຕອບແທນ (ເງິນປັນຜົນ) ທີ່ຖືກຕ້ອງຕາມລະບຽບຫຼັກການ, ຍຸຕິທຳ, ໂປ່ງໃສ ແລະ ເໝາະສົມຕາມລະບຽບຫຼັກການຂອງສະຫະກອນ ໃນແຕ່ລະໄລຍະ.

4). ການບໍລິຫານຊັບພະຍາກອນມະນຸດ (Human Resource Management):

ຊັບພະຍາກອນມະນຸດ ມີ ຄວາມສໍາຄັນຫຼາຍທີ່ສຸດ ຍ້ອນເປັນຜູ້ທີ່ເຮັດໜ້າທີ່ໃນການບໍລິຫານຊັບພະຍາກອນທັງໝົດພາຍໃນສະຫະກອນ, ເຊິ່ງຄຳວ່າຊັບພະຍາກອນມະນຸດ ບໍ່ໄດ້ໝາຍເຖິງ ພະນັກງານຂອງສະຫະກອນເທົ່ານັ້ນ ແຕ່ກວມລວມໄປເຖິງຄະນະສະພາບໍລິຫານ, ຄະນະຜູ້ຈັດການ ແລະ ສະມາຊິກຂອງສະຫະກອນ. ໃນນັ້ນ ການທີ່ສະຫະກອນໄດ້ມີບຸກຄະລາກອນທີ່ດີທີ່ເກັ່ງ, ສັດຊື່ບໍລິສຸດ, ຫ້າວຫັນ, ມິນໍ້າໃຈເສຍສະຫລະເພື່ອສ່ວນລວມ ແລະ ບໍ່ເຮັດຜິດລະບຽບກົດໝາຍ-ຈັນຍາບັນໃນອາຊີບຢ່າງແທ້ຈິງ ໄດ້ເຂົ້າມາຮ່ວມໃນການບໍລິຫານຈັດການສະຫະກອນແລ້ວ ກໍຈະເຮັດໃຫ້ສະຫະກອນມີຄວາມຈະເລີນກ້າວໜ້າຕໍ່ໄປ. ສຳລັບການບໍລິການຊັບພະຍາກອນມະນຸດ ສ່ວນຫຼາຍຈະກ່ຽວຂ້ອງລົງເລິກເລີ່ມຕົ້ນແຕ່ຂະບວນການຊອກຫາ, ການຄັດເລືອກ ແລະ ບັນຈຸແຕ່ງຕັ້ງ, ການປະເມີນຜົນການປະຕິບັດວຽກງານ, ການຝຶກອົບຮົມ ແລະພັດທະນາ, ການອອກແບບວຽກງານ, ການບໍລິຫານຄ່າຕອບແທນ, ການວາງແຜນກຳລັງແຮງງານ, ການຮັກສາ, ຕີລາຄາປະເມີນຜົນ ແລະ ການນຳໃຊ້ທ່າແຮງຈາກບຸກຄະລາກອນ ເປັນຕົ້ນ.

ສະຫລຸບແລ້ວ ການດຳເນີນງານຂອງສະຫະກອນ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການທາງດ້ານເສດຖະ ກິດ ແລະ ສັງຄົມຂອງສະມາຊິກ, ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ກັບສະມາຊິກສະຫະກອນເທົ່ານັ້ນ (ໜຶ່ງສິດເທົ່າກັບໜຶ່ງສຽງ) ເຊິ່ງການດຳເນີນງານຈະໃຫ້ບັນລຸຈຸດປະສົງນັ້ນ ສາມາດດຳເນີນໄດ້ໃນລັກສະນະການບໍລິຫານສະຫະກອນໃນຖານະສະຫະກອນ ເຊິ່ງຈະຕ້ອງອາໄສອຸດົມການຂອງສະຫະກອນ, ຫຼັກການສະຫະກອນ ແລະ ວິທີການສະຫະກອນມາບໍລິຫານ ປະກອບມີ: ຄົນ, ເງິນ, ວັດຖຸດິບ ແລະ ວິທີການບໍລິຫານ ມາສູ່ຂະບວນການບໍລິຫານ ເຊິ່ງປະກອບມີ ການວາງແຜນ, ການຈັດອົງການ, ການສັ່ງການ ແລະ ການຄວບຄຸມ ແລະ ການບໍລິຫານສະຫະກອນ ຕາມພາລະບົດບາດໜ້າທີ່ ແລະ ປັດໄຈທີ່ສຳຄັນຄື ການບໍລິຫານການຕະຫຼາດ, ການບໍລິຫານການຜະລິດ, ການບໍລິຫານການເງິນ ແລະ ການບໍລິຫານຊັບພະຍາກອນມະນຸດໃນສະຫະກອນແຫ່ງນັ້ນໆ ເພື່ອໃຫ້ບັນລຸຕາມຈຸດປະສົງຂອງສະຫະກອນ ທັງໃນດ້ານເສດຖະກິດ ແລະ ສັງຄົມຂອງສະມາຊິກທັງໃນປັດຈຸບັນ ແລະ ຕໍ່ໜ້າ.

ຄົ້ນຄວ້າ-ຂຽນໂດຍ: ປອ. ນາງ ທອນມີ ແກ້ວກິນນາລີ;ອາຈານ ສີລິມຸງຄຸນ ຫຼວງລາດ

LEAVE A REPLY

Please enter your comment!
Please enter your name here