ຈຳກັດສັງຄົມບໍລິໂພກ

33

ຄວາມຫຍຸ້ງຍາກທາງເສດຖະກິດຂອງປະເທດເຮົາມີຫຼາຍສາເຫດ ແຕ່ໜຶ່ງໃນນັ້ນຕ້ອງຍອມຮັບວ່າທ່າອ່ຽງສັງຄົມບໍລິໂພກມັນໜັກໜ້າໄປສູ່ມື້ສະແດງອອກການຜະລິດພາຍໃນມີໜ້ອຍ ການນຳເຂົ້າຫຼາຍ; ຄົນນິຍົມຊົມໃຊ້ແຕ່ສິນຄ້ານອກ ຈຶ່ງເຮັດໃຫ້ເກີດການຂາດແຄນເງິນຕາ; ການຂາດດຸນງົບປະມານ…

ສະນັ້ນຢາກຈຳກັດສັງຄົມບໍລິໂພກມັນກໍຕ້ອງເຮັດຫຼາຍຢ່າງ ແລະ ໃຊ້ເວລາ… ແຕ່ກໍຖືວ່າໂຊກດີ ເພາະມີມະຕິເລກທີ 04/ກມສພ ອອກມາແລ້ວ. ນີ້ແມ່ນມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.

ມະຕິດັ່ງກ່າວລົງວັນທີ 11 ເມສາ 2024 ເຊິ່ງລົງນາມໂດຍທ່ານເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ທອງລຸນ ສີສຸລິດ. ໃນມະຕິລວມມີ 4 ຂໍ້ໃຫຍ່ຄື:

  1. ຄວາມຈຳເປັນໃນການອອກມະຕິ
  2. ແນວຄິດຊີ້ນຳການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ
  3. ທິດທາງລວມ
  4. ການຈັດຕັ້ງປະຕິບັດ.

ຜູ້ຂຽນຂໍອະນຸຍາດເປັນການສ່ວນຕົວນຳເອົາບາງຈຸດທີ່ຕົນເຫັນວ່າສຳຄັນໃນຖານະນັກຂ່າວມານຳສະເໜີດັ່ງນີ້:

  1. ຄວາມຈຳເປັນໃນການອອກມະຕິ

ພັກປະຊາຊົນ ປະຕິວັດລາວ ຢືນຢັນມາແຕ່ຕົ້ນແລ້ວວ່າ ດໍາເນີນການປະຕິວັດຊາດ – ປະຊາທິປະໄຕ ເພື່ອຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບ, ສິດ ປະຊາທິປະໄຕ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກໍາມື ຂອງປະຊາຊົນລາວບັນດາເຜົ່າ, ຈາກນັ້ນ ກໍຢຶດໝັ້ນການເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີ ຄວາມໜັກແໜ້ນເປັນແນວທາງພັດທະນາ ອັນເປັນ ພື້ນຖານຂອງພັກເຮົາ ( ນັບທັງການພັດທະນາເສດຖະກິດ ). ໃນໄລຍະສິບກວ່າປີຜ່ານມາ, ພັກເຮົາ ໄດ້ວາງແນວທາງການພັດທະນາທີ່ຢືນຢູ່ບົນພື້ນຖານການຂຸດຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກໍາລັງແຮງສັງລວມ ເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ, ຮັບປະກັນໃຫ້ການເຕີບໂຕຂອງເສດຖະກິດ ດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ຜ່ານພຶດຕິກໍາຕົວຈິງໃນການກໍ່ສ້າງ, ພັດທະນາ ແລະ ຍົກລະດັບພື້ນຖານເສດຖະກິດແຫ່ງຊາດ ໄປຕາມທິດດັ່ງກ່າວ, ເຫັນວ່າຄວາມເປັນເຈົ້າຕົນເອງດ້ານເສດຖະກິດ ເມື່ອ ທຽບກັບເງື່ອນໄຂ, ຈຸດພິເສດ, ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ຂອງປະເທດເຮົາ ແມ່ນບໍ່ທັນຢູ່ໃນຖ່ວງທ່າທີ່ຕັ້ງໜ້າ ແລະ ໜັກແໜ້ນເທື່ອ, ຍັງເພິ່ງພາ, ເອື່ອຍອີງໃສ່ການກູ້ຢືມ, ການຊ່ວຍເຫຼືອລ້າ, ອາໄສການຂຸດຄົ້ນຊັບພະຍາກອນທໍາມະຊາດ  ທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ, ຂາດການປຸງແຕ່ງ ແລະ ບໍ່ຖືກທິດຍືນຍົງ, ປະເທດເຮົາ ຍັງປະເຊີນໜ້າກັບການຂາດດຸນໃນຫຼາຍ ດ້ານ ເຊັ່ນ: ດ້ານການຄ້າ, ພະລັງງານ, ງົບປະມານ, ເງິນຕາ ແລະ ແຮງງານ, ນອກນັ້ນ ສັງຄົມເຮົາຍັງນັບມື້ນັບກາຍເປັນສັງຄົມບໍລິໂພກ, ຄົນໃນຊາດມີຄ່ານິຍົມຊົມໃຊ້ສິນຄ້າຈາກຕ່າງປະເທດເປັນຕົ້ນຕໍ ແລະ ອື່ນໆ…ເຮັດໃຫ້ຄວາມສາມາດຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບແວດລ້ອມພາຍນອກ ຍັງຈໍາກັດຫຼາຍດ້ານ, ກໍ່ໃຫ້ເກີດມີຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ, ເງິນຕາ ທີ່ສະສົມຢ່າງຕໍ່ເນື່ອງ ມາຮອດປັດຈຸບັນ ເຊັ່ນ: ບັນຫາໜີ້ສິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດຜັນຜວນ, ລາຄາສິນຄ້າ ແລະ ຄ່າຄອງຊີບຖີບຕົວສູງຂຶ້ນ ກະທົບຕໍ່ການພັດທະນາ ກໍຄືສ້າງຄວາມຫຍຸ້ງຍາກ, ຝືດເຄື່ອງຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ອື່ນໆ.

ສາເຫດ ຫຼື ປັດໄຈຕົ້ນຕໍທີ່ເຮັດໃຫ້ເກີດມີສະພາບດັ່ງກ່າວ ແມ່ນຍ້ອນການຄຸ້ມຄອງມະຫາພາກ ຂອງລັດ ຍັງບໍ່ທັນເຂັ້ມງວດ, ເຂັ້ມແຂງ, ຍັງມີການລະເມີດວິໄນແຜນການ – ການເງິນ ທີ່ຮ້າຍແຮງ, ປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມດ້ວຍກົດໝາຍ ຍັງບໍ່ທັນສູງ, ຂາດຈຸດສຸມໃນການພັດທະນາ, ການສ້າງຖານການຜະລິດ ແລະ ການບໍລິການທີ່ເປັນຕົວຂັບເຄື່ອນເສດຖະກິດ ຍັງຊັກຊ້າ, ບໍ່ຖ່ວງທັນກັບກາລະໂອກາດທີ່ມີ ແລະ ສະພາບແວດລ້ອມທີ່ເອື້ອອໍານວຍໄດ້ຢ່າງເປັນເຈົ້າການ.

ບົນສະພາບຄວາມເປັນຈິງດັ່ງກ່າວນັ້ນ, ພວກເຮົາມີຄວາມຈໍາເປັນຢ່າງພາວະວິໄສ ເພື່ອຢືນຢັນຄືນຄວາມຖືກຕ້ອງຂອງແນວທາງ, ແຜນນະໂຍບາຍທີ່ໄດ້ວາງອອກ, ພ້ອມກັນນັ້ນກໍກວດກາ, ຕີລາຄາ ແລະ ປັບປຸງບາງນະໂຍບາຍ, ຍົກລະດັບຄວາມສາມາດດ້ານການບໍລິຫານຈັດການ, ພັດທະນາເສດຖະກິດຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ກໍຄືການພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມຢູ່ປະເທດເຮົາໃຫ້ນັບມື້ເປັນຮູບປະທໍາຍິ່ງຂຶ້ນ…

ຄວາມສຳຄັນໜຶ່ງອີກແມ່ນການຈັດຕັ້ງປະຕິບັດທີ່ມີທັງໝົດ 6 ຂໍ້; ຂໍນຳສະເໜີຂໍ້ທີ 4; 5 ແລະ 6 ດັ່ງນີ້:

4). ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງ ມະຫາຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກະຊວງສຶກສາທິການ ແລະ ກີລາ ເພີ່ມທະວີການໂຄສະນາ, ສຶກສາອົບຮົມ, ການນໍາເຂົ້າໃນຫຼັກສູດການຮຽນ – ການສອນ, ປຸກລະດົມຂະບວນການປູກຈິດສໍານຶກກ່ຽວກັບການສ້າງ ຄວາມຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສູ່ລວງເລິກ. ພ້ອມກັນນັ້ນ ກໍໂຄສະນາຜະລິດຕະພັນພາຍໃນຊາດ ໃນທຸກພາຫະນະສື່ມວນຊົນໃຫ້ແຂງແຮງ ແລະ ກວ້າງຂວາງ.

5). ມອບໃຫ້ຄະນະພັກ ສະພາແຫ່ງຊາດ ຕິດຕາມ, ກວດກາ ແລະ ຊຸກຍູ້ລັດຖະບານ ໃນການຜັນຂະຫຍາຍ ມະຕິສະບັບນີ້ໃຫ້ເປັນນິຕິກໍາອັນລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ເຂົ້າສູ່ຕົວຈິງຢ່າງມີປະສິດທິຜົນສູງ.

6). ມອບໃຫ້ຫ້ອງວ່າການສູນກາງພັກ ສົມທົບກັບບັນດາອົງການເສນາທິການໃຫ້ແກ່ສູນກາງພັກ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດ ມະຕິສະບັບນີ້ ເພື່ອລາຍງານ ຕໍ່ກົມການເມືອງສູນກາງພັກ ໃຫ້ທິດຊີ້ນໍາເປັນປົກກະຕິ ໃນແຕ່ລະໄລຍະ.

ໃນສາຍຕານັກຂ່າວຄິດວ່າຫາກມະຕິນີ້ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນສູງສຸດຈະສາມາດຈຳກັດສັງຄົມບໍລິໂພກໄດ້ ບໍ່ທໍ່ນັ້ນຍັງຈະພາໃຫ້ເສດຖະກິດເຮົາເຂັ້ມແຂງຂຶ້ນຢ່າງແນ່ນອນ.