ຫວຽດນາມ ເປັນທີ່ສົນໃຈຂອງນັກລົງທຶນ 4 ເດືອນ ມີທຶນເຂົ້າ 9 ຕື້ໂດລາ

15

ການລົງທຶນໂດຍກົງຂອງຕ່າງປະເທດຢູ່ຫວຽດນາມ ຍັງສືບຕໍ່ເພີ່ມຂຶ້ນ ໂດຍໃນ 4ເດືອນຕົ້ນປີ 2024 ບັນລຸກວ່າ 9 ຕື້ໂດລາສະຫະລັດ.

อาจเป็นรูปภาพของ 6 คน, กล้องจุลทรรศน์, โรงพยาบาล และ ข้อความ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ກົມລົງທຶນຕ່າງປະເທດ ກະຊວງແຜນການ ແລະ ການລົງທຶນແລ້ວລາຍງານວ່າ: ໄລ່ຮອດວັນທີ 20 ເມສາ ຍອດທຶນຈົດທະບຽບໃໝ່, ດັດປັບ ແລະ ປະກອບທຶນຊື້ຮຸ້ນຂອງນັກລົງທຶນຕ່າງປະເທດຢູ່ຫວຽດນາມ ບັນລຸກວ່າ 9 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສິ່ງທີ່ເປັນໜ້າສົນໃຈ, ທຶນປະຕິບັດໂຄງການລົງທຶນຕ່າງປະເທດຄາດວ່າບັນລຸ ປະມານ 6,28 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 17 ຂົງເຂດ ໃນຈຳນວນ 21 ຂົງເຂດເສດຖະກິດ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ການຜະລິດປະດິດສ້າງນຳໜ້າ.

อาจเป็นรูปภาพของ 4 คน และ ข้อความ

ເງິນລົງທຶນສຸມໃສ່ເຂົ້າບັນດາແຂວງ, ນະຄອນມີທ່າໄດ້ປຽບຫຼາຍຢ່າງໃນການດຶງດູດເງິນລົງທຶນຈາກຕ່າງປະເທດ, ມີພື້ນຖານໂຄງລ່າງທີ່ດີ, ແຫຼ່ງຊັບພະຍາກອນມະນຸດມີສະຖຽນລະພາບ, ມານະພະຍາຍາມປະຕິຮູບ ລະບຽບການບໍລິຫານ ແລະ ມີຄວາມຂະຫຍັນຂັນເຄື່ອນໃນວຽກງານສົ່ງເສີມການລົງທຶນ.