ຫວຽດນາມ ປະກາດ 500 ວິສາຫະກິດເຕີບໂຕໄວທີ່ສຸດ

24

ວັນທີ 24 ເມສາ ຢູ່ນະຄອນຫຼວງຮ່າໂນ້ຍ ສສຫວຽດນາມ, ບໍລິສັດຫຸ້ນສ່ວນລາຍງານປະເມີນຜົນ ຫວຽດນາມ (Vietnam Repost) ສົມທົບກັບໜັງສືພິມ VietNamNet ຈັດພິທີປະກາດ Top 500 ວິສາຫະກິດເຕີບໂຕໄວທີ່ສຸດຢູ່ ຫວຽດນາມ (FAST500), Top 10 ແລະ Top 5 ບໍລິສັດອະສັງຫະລິມະສັບ – ກໍ່ສ້າງ – ວັດສະດຸກໍ່ສ້າງປີ 2024.

ນີ້ແມ່ນປີທີ 14 ລຽນຕິດທີ່ບັນຊີລາຍຊື່ FAST500 ໄດ້ປະກາດເພື່ອແນໃສ່ຊອກຫາ, ຮັບຮູ້ ແລະ ເຊີດຊູບັນດາວິສາຫະກິດພວມພັດທະນາຢ່າງແຮງຂອງພື້ນຖານເສດຖະກິດ ຫວຽດນາມ, ບັນດາວິສາຫະກິດມີປະສິດທິຜົນໃນການດຳເນີນທຸລະກິດທີ່ດີ, ໂດຍອີງໃສ່ມາດຖານຕົ້ນຕໍແມ່ນລະດັບການເຕີບໂຕກ່ຽວກັບລາຍຮັບ ຄວບຄູ່ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

ໃນຂອບເຂດພິທີປະກາດ, Vietnam Repost ໄດ້ຄົ້ນ ຄວ້າ ແລະ ພິມຈຳໜ່າຍບົດລາຍງານດ້ວຍສອງພາສາ ກ່ຽວກັບການເຕີບໂຕເສດຖະກິດ ຫວຽດນາມ ປີ 2024 ດ້ວຍຫົວຂໍ້ “ສ້າງກຳລັງຄວາມສາມາດແກ່ງແຍ້ງເພື່ອຊອກຫາກາລະໂອກາດເຕີບໂຕ”.

5ວິສາຫະກິດເຕີບໂຕໄວທີ່ສຸດຢູ່ ຫວຽດນາມມີບໍລິສັດ Binh Thuan Plastic Group JSC, ບໍລິສັດHD Securities Corporation, ບໍລິສັດOrient Securities Corporation, ບໍລິສັດ Imedia Technology and Services JSC ແລະບໍລິສັດ SOL E&C Construction Investment JSC.