ລາຄານໍ້າມັນດິບ ໃນຕະຫຼາດໂລກປັບລົງເລັກໜ້ອຍ

23

ລາຄານໍ້າມັນດິບເວັດເທັກຊັດ ຫລື WTI ສົ່ງມອບເດືອນມິຖຸນາ ປິດຕະຫລາດວັນສຸກ ທີ3ພຶດສະພາ  ປັບລົງ84ເຊັນ ປິດທີ່ 78,11ໂດລາສະຫະລັດຕໍ່ບາເຣລ; ຂະນະທີ່ລາຄານໍ້າມັນດິບເບຣນ ງວດສົ່ງມອບເດືອນກໍລະກົດ ກໍປັບລົງ71ເຊັນປິດທີ່ 82,96ໂດລາສະຫະລັດຕໍ່ບາເຣລ.

ການປັບລົງຂອງລາຄານໍ້າມັນ ໄດ້ປັດໄຈຍູ້ຈາກການເຈລະຈາຢຸດຍິງລະຫວ່າງອິດສະຣາແອນ ກັບກຸ່ມຮາມາສ.

ນອກນັ້ນຕະຫຼາດ ຍັງຕິດຕາມການປະຊຸມກຳນົດນະໂຍບາຍການຜະລິດນໍ້າມັນຂອງກຸ່ມປະເທດຜູ້ສົ່ງອອກນໍ້າມັນ ຫລື ໂອເປັກ ກັບຊາດພັນທະມິດ ຫລື ໂອເປັກບວກ ທີ່ຈະມີຂຶ້ນໃນຕົ້ນເດືອນມິຖຸນາຈະມາເຖິງນີ້;