ລາວ – ສ.ເກົາຫຼີ ຮ່ວມກັນປັບປຸງນ່ານຟ້າ ແລະ ວົງຈອນບິນ ສະໜາມບິນຫຼວງພະບາງ

39

ການປັບປຸງພື້ນຖານໂຄງລ່າງດ້ານການບິນໃນລາວ ຜ່ານໂຄງການ “ ການປັບປຸງນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫຼວງພະບາງ ” ໂດຍການສະໜັບສະໜູນຈາກກະຊວງເສດຖະກິດ ແລະ ການເງິນ ສ.ເກົາຫຼີ ໄດ້ເປີດຂຶ້ນໃນວັນທີ 24 ເມສາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມຂອງ ທ່ານ ວິໄຊ ບົວວັນ ຮອງຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຊອຍ ຍອນ ຊຸງ ທີ່ປຶກສາອາວຸໂສ ແລະ ອະດີດເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳປະເທດອູຣູກວາຍ, ທ່ານ ຄິມ ຈອງມິນ ທີ່ປຶກສາເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ; ມີທ່ານ ພາກ ຈອງຄິວ ຜູ້ອຳນວຍການໃຫຍ່ ອົງການສົ່ງເສີມການຄ້າ – ການລົງທຶນ ສ.ເກົາຫຼີ ( KOTRA ) ວຽງຈັນ, ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂຄງການແບ່ງປັນຄວາມຮູ້ ( KSP ) 2023/2024 ຫຼື ໂຄງການ KSP ເຊິ່ງເປັນໂຄງການຊ່ວຍເຫຼືອລ້າໄລຍະເວລາ 1 ປີ ແລະ ປະສານງານໂດຍອົງການສົ່ງເສີມການຄ້າ – ການລົງທຶນ ສ.ເກົາຫຼີ ເປັນການຢັ້ງຢືນເຖິງ ຄວາມມຸ່ງໝັ້ນຂອງ ສ.ເກົາຫຼີ ທີ່ຈະແບ່ງປັນຄວາມຊ່ຽວຊານດ້ານການພັດທະນາ ເພື່ອຊ່ວຍເຫຼືອບັນດາປະເທດຄູ່ຮ່ວມມື ໃນການສ້າງຂີດຄວາມສາມາດ.
ບໍລິສັດຈາກ ສ.ເກົາຫຼີ ເຊິ່ງປະກອບດ້ວຍ ບໍລິສັດ Moon Engineering Co., Ltd ແລະ ບໍລິສັດ Korea Airport Corporation, ໄດ້ຮັບການຄັດເລືອກເພື່ອຈັດຕັ້ງປະຕິບັດໂຄງການນີ້. ທັງສອງບໍລິສັດໄດ້ນຳໃຊ້ປະສົບການເຂົ້າໃນການພັດທະນາຂົງເຂດອຸດສາຫະກໍາການບິນ ເຊັ່ນ: Moon Engineering ມີຄວາມຊຳນານໃນການອອກແບບ ແລະ ໃຫ້ຄໍາປຶກສາໃນການຈັດການດ້ານນ່ານຟ້າ ແລະ ວົງຈອນບິນ, ສ່ວນ Korea Airport Corporation ເປັນຜູ້ບໍລິການໃນສະໜາມບິນທີ່ໃຫຍ່ທີ່ສຸດໃນ ສ.ເກົາຫຼີ ແລະ ໃຫ້ການບໍລິການຄຸ້ມຄອງ 14 ສະໜາມບິນ.


ໂຄງການປັບປຸງນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫຼວງພະບາງ ຄັ້ງນີ້ມີຈຸດປະສົງເພື່ອແກ້ໄຂສິ່ງທ້າທາຍຂອງສະໜາມບິນສາກົນຫຼວງພະບາງ ແລະ ຂໍ້ຈໍາກັດທາງດ້ານພູມສັນຖານ ເຊັ່ນ: ພູສູງທີ່ຢູ່ອ້ອມຂ້າງສະໜາມບິນ ເຊິ່ງຜູ້ດຳເນີນໂຄງການຈະດໍາເນີນການວິເຄາະນ່ານຟ້າໃນປັດຈຸບັນ, ສະເໜີແຜນການປັບປຸງ ແລະ ນຳໃຊ້ລະບົບປະຕິບັດການ performance-based navigation ( PBN ), ນອກນີ້ຍັງຈະຈັດໃຫ້ມີການຝຶກອົບຮົມໃຫ້ແກ່ວິຊາການໃນຂະແໜງການບິນ.
ໃນໂອກາດດັ່ງກ່າວ, ທ່ານ ຊອຍ ຍອນ ຊຸງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງໂຄງການວ່າ: ໂຄງການ KSP ຈະມີບົດບາດສຳຄັນໃນການປັບປຸງສະພາບແວດລ້ອມໃນບໍລິເວນນ່ານຟ້າຂອງແຂວງຫຼວງພະບາງ ແລະ ປັບປຸງຂັ້ນຕອນການດຳເນີນງານຂອງເຮືອບິນ. ທ່ານກ່າວຕື່ມວ່າ: ” ໂຄງການນີ້ຈະສ້າງພື້ນຖານການບິນໃຫ້ ບໍລິສັດ ສ.ເກົາຫຼີ ສາມາດເຂົ້າສູ່ຕະຫຼາດການບິນລາວ “.

ທ່ານ ຄິມ ຈອງມິນ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ໂຄງການດັ່ງກ່າວບໍ່ພຽງແຕ່ຈະປະກອບສ່ວນໃນການຍົກລະດັບຮັກສາຄວາມປອດໄພ ແລະ ປະສິດທິພາບການຂົນສົ່ງທາງອາກາດຢູ່ ສປປ ລາວ ເທົ່ານັ້ນ, ຫາກຍັງສົ່ງເສີມການພົວພັນດ້ານເສດຖະກິດລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານ ວິໄຊ ບົວວັນ ກ່າວວ່າ: ເລັງເຫັນຄວາມສຳຄັນຂອງການປັບປຸງສິ່ງອໍານວຍຄວາມສະດວກ ແລະ ຂັ້ນຕອນຂອງສະໜາມບິນສາກົນຫຼວງພະບາງ ໃຫ້ທັນສະໄໝ ໃຫ້ມີມາດຕະຖານສາກົນ ເຊິ່ງຈະສາມາດບັນລຸເປົ້າໝາຍດັ່ງກ່າວພາຍໃຕ້ການສະໜັບສະໜູນຂອງໂຄງການ KSP.

ທ່ານ ພາກ ຈອງຄິວ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມື ເພື່ອການພັດທະນາອຸດສາຫະກໍາການບິນໃນລາວ, ທ່ານກ່າວວ່າ: ໂຄງການນີ້ບໍ່ແມ່ນພຽງແຕ່ເປັນການເພີ່ມທະວີຄວາມອາດສາມາດດ້ານເຕັກນິກຂອງການບິນເທົ່ານັ້ນ ຫາກຍັງເປັນຂົວຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຂຶ້ນອີກ.
ການຈັດຕັ້ງປະຕິບັດໂຄງການ KSP ຄາດວ່າຈະສຳເລັດໃນທ້າຍປີນີ້ ແລະ ເປັນຂີດໝາຍສຳຄັນໃນການພັດທະນາຄວາມສາມາດດ້ານການບິນຂອງລາວ ແລະ ຍົກລະດັບການເຊື່ອມຈອດກັບສາກົນ ເຊິ່ງເປັນພື້ນຖານເພື່ອຮອງຮັບການພັດທະນາການທ່ອງທ່ຽວແບບຍືນຍົງຂອງ ສປປ ລາວ.